Home ຂ່າວຕ່າງປະເທດ ຣັດເຊຍ ມີຄວາມເຫັນໃຫ້ສ້າງຕັ້ງໂຄງສ້າງສະເໝີພາບ-ຄວາມໝັ້ນຄົງທີ່ຕັດແຍກກັນບໍ່ໄດ້

ຣັດເຊຍ ມີຄວາມເຫັນໃຫ້ສ້າງຕັ້ງໂຄງສ້າງສະເໝີພາບ-ຄວາມໝັ້ນຄົງທີ່ຕັດແຍກກັນບໍ່ໄດ້

0

ວິທະຍຸສາກົນແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ທ່ານ ວະລາດີເມຍ ​ປູຕິນ ປະທານາ​ທິ​ບໍ​ດີ ຣັດເຊຍ ໄດ້ກ່າວ​ຄຳ​ປາ​ໄສ ​ຜ່ານ​ທາງ ວິດີໂອຕໍ່ ກອງປະຊຸມສາກົນ ​ຂອງຜູ້​ຕາງ​ໜ້າ​ຊັ້ນສູງ ກ່ຽວກັບ ບັນຫາ ຄວາມ​ໝັ້ນ​ຄົງ ຄັ້ງທີ 13 ວ່າ: ທຸກປະເທດ ຕ້ອງຮັບປະກັນ ຄວາມ​ໝັ້ນ​ຄົງ ຂອງຕົນເອງ, ແຕ່ບໍ່​ຄວນເສຍສະລະ ຄວາມ​ໝັ້ນ​ຄົງ ແລະ ຜົນປະໂຫຍດ ຂອງປະເທດອື່ນ. ຣັດ​ເຊຍ ມີ​ຄວາມ​ເຫັນ​ໃຫ້​ສ້າງ​ຕັ້ງ​ ໂຄງ​​ສ້າງ​ສະ​ເໝີ​ພາບ ​ແລະ ຄວາມ​ໝັ້ນ​ຄົງ ​ທີ່​ຕັດ​ແຍກ​ກັນ​ບໍ່​ໄດ້. ສຳລັບ ວຽກງານ ສ້າງຕັ້ງ ໂຄງ​​ສ້າງ​ຄວາມ​ໝັ້ນ​ຄົງ ​ດັ່ງກ່າວ ຕ້ອງອີງໃສ່ ບົດຮຽນ ຈາກປະຫວັດສາດ. ປີນີ້ ແມ່ນປີ​ທີ່​ສິ້ນ​ສຸດ ສົງຄາມໂລກ ຄັ້ງທີ 2 ຄົບຮອບ 80 ປີ, ບົດຮຽນ ຂອງປະເທດຕ່າງໆ​ ທີ່​ສະ​ສົມໄວ້ ໃນການຕໍ່ສູ້ກັບ ​ລັດ​ທິນາ​ຊີ ແລະ ລັດທິທະຫານ ພ້ອມ​ດ້ວຍ ຄ່າ​ຕອບ​ແທນ ອັນມະຫາສານ ​ໃນ​ການ​ບັນລຸ ສັນຕິພາບ, ເສລີພາບ ແລະ ​ການເປັນເຈົ້າ​ຕົນ​ເອງ ​ໃນ​ການ​ເລືອກເສັ້ນທາງ ພັດທະນາ ໃນອະນາຄົດນັ້ນ ໄດ້ສ້າງພື້ນຖານ ໃຫ້​ແກ່ ການສ້າງ​ລະ​ບຽບ ສາກົນ ຫລັງສົງຄາມ ແລະ ຮັບປະກັນ ໃຫ້ການສ້າງຕັ້ງ ອົງການ ສະຫະ ປະຊາຊາດ (ສປຊ) ຢ່າງເຂັ້ມແຂງ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version