ວິທະຍຸກະຈາຍສຽງຫວຽດນາມ, ເມື່ອບໍ່ດົນມານີ້, ທ່ານ ດາຕຸກ ຊີຣິ ໂມຮາໝັດ ຮາສັນ (Datuk Seri Mohamad Hasan) ລັດຖະມົນຕີການຕ່າງປະເທດມາເລເຊຍ ໃຫ້ຮູ້ວ່າ ດ້ວຍຖານະເປັນປະທານອາຊຽນ 2025, ມາເລເຊຍ ຍັງລໍຖ້າຄຳຢັ້ງຢືນຂອງ ສ.ອາເມລິກາ ກ່ຽວກັບຈຸດເວລາຂຶ້ນແຜນຈະຈັດກອງປະຊຸມສຸດຍອດພິເສດອາຊຽນ-ສ.ອາເມລິກາ. ຫລັງຈາກຂໍ້ລິເລີມ ດັ່ງກ່າວໂດຍ ທ່ານ ອັນວາ ອິມບຣາຮິມ (Anwar Ibrahim) ນາຍົກລັດຖະມົນຕີມາເລເຊຍ ສະເໜີຢ່າງເປັນທາງການດ້ວຍຄວາມປາດຖະໜາອາດສາມາດຈັດກອງປະຊຸມສຸດຍອດອາຊຽນ-ສ.ອາເມລິກາ ໃນປີນີ້. ພາຍຫລັງໄດ້ມີການໂອ້ລົມຜ່ານທາງໂທລະສັບກັບ ທ່ານ ມາໂຄຣ ຣູບີໂອ(Marco Rubio), ລັດຖະມົນຕີການຕ່າງປະເທດອາເມລິກາ ໃນຕົ້ນເດືອນເມສາ ຜ່ານມາ ກ່ຽວກັບແຜນການເລືອກເອົາຈຸດເວລາທີ່ເໝາະສົມເພື່ອຈັດກອງປະຊຸມໃນປີນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ