ວິທະຍຸກະຈາຍສຽງຫວຽດນາມ, ວັນທີ 25 ພຶດສະພາ, ທີ່ທຳນຽບ ປະທານປະເທດ, ທ່ານ ເລືອງເກືອງ, ປະທານ ປະເທດ ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຂັ້ນສູງພັກ ແລະ ລັດ ຂອງ ສປປ ລາວ ໂດຍທ່ານ ນາງ ປານີ ຢາທໍ່ຕູ້ ຮອງປະທານ ປະເທດ ແຫ່ງ ສປປ ລາວ ນຳໜ້າ ໄປຢ້ຽມຢາມ ແລະ ເຂົ້າຮ່ວມພິທີໄວ້ອາໄລ ອະດີດ ປະທານ ປະເທດ ເຈີ່ນດຶກເລືອງ. ໃນໂອກາດນີ້ ທ່ານ ປະທານປະເທດ ເລືອງເກືອງ ຢືນຢັນວ່າ: ການພົວພັນມິດຕະພາບ ຫວຽດນາມ – ລາວ ແມ່ນນ້ຳໃຈ ມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ, ເປັນມູນເຊື້ອທີ່ຫາຍາກໃນໂລກ ແລະ ສາຍພົວພັນອັນດີງາມນີ້ ໄດ້ຮັບການຢືນຢັນຈາກສອງຝ່າຍເປັນມູນເຊື້ອອັນລ້ຳຄ່າ ທີ່ຄົນລຸ້ນຫລັງຕ້ອງອະນຸລັກຮັກສາ ແລະ ເພີ່ມທະວີ. ນອກນີ້ ຍັງກ່າວ ເນັ້ນໜັກເຖິງ ບາງເນື້ອໃນຕົ້ນຕໍ ໃນການຜັນຂະຫຍາຍການພົວພັນຮ່ວມມື ສສ ຫວຽດນາມ – ສປປ ລາວ ໃນໄລຍະຈະມາເຖິງ, ໃນນັ້ນມີການປະຕິບັດບັນດາຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ ແລະ 2 ລັດ ເປັນຕົ້ນແມ່ນໝາກຜົນການຢ້ຽມຢາມ ຂອງການນຳຂັ້ນສູງ ຂອງ 2 ປະເທດ.ສ່ວນ ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນລາວ ຈະເຮັດຈົນສຸດຄວາມສາມາດ ຂອງຕົນເພື່ອພ້ອມກັບພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຮັດແໜ້ນ, ຮັກສາ ແລະ ປັບປຸງສາຍພົວພັນສາມັກຄີ ແບບພິເສດ ຫວຽດນາມ-ລາວ, ຕັດສິນໃຈປະຕິບັດມະຕິ ຂອງແຕ່ລະພັກ ແລະ ຈັດຕັ້ງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 12 ແລະ 14 ຂອງແຕ່ລະພັກ ໃຫ້ປະສົບຜົນສໍາເລັດ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ