Home ຂ່າວດ່ວນ ຍັງຈັບຕົວບໍ່ທັນໄດ້ ຜົວໂຫດ ລົງມືຄາຕະກຳເມຍ ໂດຍໃຊ້ປືນສັ້ນຍິງເມຍ ຍ້ອນຂໍຄືນດີນຳເມຍ ແຕ່ຖືກປະຕິເສດ

ຍັງຈັບຕົວບໍ່ທັນໄດ້ ຜົວໂຫດ ລົງມືຄາຕະກຳເມຍ ໂດຍໃຊ້ປືນສັ້ນຍິງເມຍ ຍ້ອນຂໍຄືນດີນຳເມຍ ແຕ່ຖືກປະຕິເສດ

0

ເຈົ້າໜ້າທີ່ ປກສ ກຸ່ມຫ້ວຍຈຽມ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ລາຍງານ: ໃນວັນທີ 21 ພຶດສະພາ 2025 ໄດ້ມີເຫດການຄາດຕະກໍາ ຢູ່ບ້ານສົມສະໄໝ ເມືອງໄຊທານີ ນະຄອນຫຼວງວຽງຈັນ ຜູ້ກໍ່ເຫດຊື່ ທ້າວ ເຢັ້ງລໍ່ ອາຍຸ 48 ປີ (ບ່ອນຢູ່ບໍ່ທັນຮູ້ແນ່ນອນ) ແຕ່ບັດປະຈຳຕົວອອກຢູ່ບ້ານຜາສັງ ເມືອງເຟືອງ ແຂວງວຽງຈັນ ໄດ້ໃຊ້ປືນສັ້ນບໍ່ຮູ້ຊະນິດ ຍິງເມຍ ຊື່ນາງ ອືທ່າວ ອາຍຸ 29 ປີ ປະຊາຊົນບ້ານສົມສະໄໝ ຈຳນວນ 1 ລູກ ເຂົ້າທາງຫຼັງຊອດທາງເອິກເບື້ອງຊ້າຍ ເຮັດໃຫ້ຜູ້ເປັນເມຍເສຍຊີວິດຄາທີ່ ຢູ່ໜ້າຮ້ານຂາຍເຄື່ອງຍ່ອຍ (ສີ່ແຍກໃກ້ກັບໂຮງຮຽນປະຖົມ).

ພາຍຫຼັງທີ່ກໍ່ເຫດແລ້ວ ທ້າວ ເຢັ້ງລໍ່ ແມ່ນໄດ້ຂັບລົດຈັກ ຄິກໄອສີດຳ ມຸ່ງໜ້າມາທາງຂົວບ້ານສົມສະໄໝ ຊຶ່ງປະຈຸບັນ ເຈົ້າໜ້າທີ່ ກຳລັງນຳຊອກຈັບໂຕຜູ້ກໍ່ເຫດມາສືບສວນ-ສອບສວນ ເພື່ອລົງໂທດຕາມກົດໝາຍ.

ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໃຫ້ຂໍ້ມູນກັບເຈົ້າໜ້າທີ່ວ່າ: ຜູ້ເສຍຊີວິດ ກັບຜູ້ກໍ່ເຫດເປັນຜົວເມຍກັນ ແລະ ຜິດຖຽງກັນມາກ່ອນ, ຄັ້ງນີ້ຜູ້ເປັນຜົວໄດ້ນຳມາຫາເມຍຢູ່ບ້ານສົມສະໄໝ ເພື່ອຮ້ອງຂໍໃຫ້ເມຍກັບຄືນເມືອນຳຜົວ ແຕ່ເມຍບໍ່ຍອມໄປນຳ ຈຶ່ງເຮັດໃຫ້ຄຽດແຄ້ນກໍ່ເຫດຄາດຕະກຳໃນຄັ້ງນີ້ຂຶ້ນ, ຜ່ານມາຜູ້ກໍ່ເຫດ ເຄີຍຖືກກັກໂຕ ໃນຂໍ້ຫາທຳຮ້າຍຮ່າງກາຍ.

ຫຼ້າສຸດ, ຍາດພີ່ນ້ອງຂອງຜູ້ເສຍຊີວິດ ໄດ້ໂພສເຟສບຸກ ຈະໃຫ້ລາງວັນນຳຈັບຜູ້ກໍ່ເຫດ ເປັນຈຳນວນເງິນ 50 ລ້ານກີບ, ໃຜພົບເຫັນຜູ້ຖືກສົງໃສ ຮີບຮ້ອນແຈ້ງຂໍ້ມູນຕໍ່ເຈົ້າໜ້າທີ່ໂດຍດ່ວນ.

ຂໍ້ມູນ: ຄວາມສະຫງົບ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version