ຄວາມກົດດັນຕໍ່າຂອງອາກາດຮ້ອນ, ຍັງຈະປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງປານກາງ, ສົມທົບກັບກະແສລົມຕາເວັນ ຕົກສ່ຽງໃຕ້ພັດປົກຄຸມພາກເໜືອ ແລະ ລົມຕາເວັນອອກສ່ຽງໃຕ້ພັດ ປົກຄຸມພາກກາງ ລົງ ຫາ ພາກໃຕ້.

ຊຶ່ງຈະເຮັດໃຫ້ອາກາດຮ້ອນໃນຕອນ ບ່າຍ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.