Home ຂ່າວຕ່າງປະເທດ ອາເມຣິກາ ຫວັງສະກັດກັ້ນແຜ່ນຊິບຈີນ ໃນອະດີດບໍ່ໄດ້ຮັບຜົນສຳເລັດ ແລະ ໃນອະນາຄົດຍິ່ງບໍ່ມີຄວາມເປັນໄປໄດ້

ອາເມຣິກາ ຫວັງສະກັດກັ້ນແຜ່ນຊິບຈີນ ໃນອະດີດບໍ່ໄດ້ຮັບຜົນສຳເລັດ ແລະ ໃນອະນາຄົດຍິ່ງບໍ່ມີຄວາມເປັນໄປໄດ້

0

ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ຫວ່າງມໍ່ໆ ມານີ້, ກະຊວງການຄ້າອາເມຣິກາ ໄດ້ປະກາດຄວາມເຫັນຊີ້ນຳໂດຍຖືທີ່ວ່າ ອີງຕາມການສັນນິຖານເປັນການລະເມີດຂໍ້ຈຳກັດການສົ່ງອອກຂອງອາເມຣິກາ ເປັນຂໍ້ອ້າງ, ຫວັງຢາກຫ້າມບໍ່ໃຫ້ທົ່ວໂລກນຳໃຊ້ແຜ່ນຊິບຄຳນວນທີ່ທັນສະ ໄໝຂອງຈີນ, ລວມທັງແຜ່ນຊິບ Ascend ຂອງຫົວເຫວີຍ. ການກະທຳດັ່ງກ່າວທີ່ ເປັນການຂົ່ມເຫັງແຕ່ຝ່າຍດຽວ ແລະລັດທິປົກປ້ອງແມ່ນຝືນກັບຄວາມເຫັນດີເຫັນພ້ອມໃນການເຈລະຈາລະດັບສູງ ລະຫວ່າງ ຈີນ-ອາເມຣິກາ, ໄດ້ທຳລາຍສິດຜົນປະໂຫຍດທີ່ຊອບຕາມກົດໝາຍຂອງວິສາຫະກິດຈີນ ຢ່າງໜັກໜ່ວງ, ທຳລາຍຄວາມໝັ້ນທ່ຽງຂອງຕ່ອງໂສ້ອຸດສາຫະກຳ ແລະ ຕ່ອງໂສ້ການສະໜອງຂອງຂະ ແໜງການຜະລິດວັດສະດຸເຄິ່ງຕົວນຳ ຫລື Semiconductor ທົ່ວໂລກຢ່າງໜັກໜ່ວງ. ທັງໄດ້ຍຶດສິດຂອງປະເທດອື່ນໃນການໄດ້ຮັບ ແລະພັດທະນາເຕັກໂນໂລຊີທັນສະໄໝ, ເຮັດໃຫ້ເກີດມີຫາງສຽງຕຳນິຈາກສາກົນຢ່າງກວ້າງຂວາງ.

ປັດຈຸບັນ, ປະເທດຕ່າງໆໄດ້ດຳເນີນການຮ່ວມມືດ້ານວິທະຍາສາດເຕັກໂນໂລຊີຢ່າງເລິກເຊິ່ງ. ໃນນັ້ນ, ການຜະລິດແຜ່ນຊິບແມ່ນຕົວແທນທີ່ໂດດເດັ່ນຂອງອຸດສາຫະກຳໂລກາພິວັດ. ອີງຕາມຜູ້ຊ່ຽວຊານຂອງຂະແໜງການທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ການຜະລິດແຜ່ນຊິບແຜ່ນໜຶ່ງຕ້ອງການຢ່າງໜ້ອຍ 7 ປະເທດ ແລະ 39 ວິສາຫະກິດ ດຳເນີນການຮ່ວມມືກັນ, ພົວພັນກັບປະມານ 50 ກວ່າຂະແໜງການ ແລະຫລາຍພັນຂັ້ນຕອນການຜະລິດ. “ອະນຸຍາດແຕ່ຕົນເອງພັດທະນາ, ບໍ່ອະນຸຍາດໃຫ້ ຜູ້ອື່ນມີຄວາມກ້າວໜ້າ”, ການກະທຳແບບເຈົ້າອຳນາດຂອງອາເມຣິກາ ຄືແນວນີ້ແມ່ນຝືນກັບກະແສຫລັກແຫ່ງການພັດທະນາວິທະຍາສາດເຕັກໂນໂລຊີໃນປັດຈຸບັນ.

ຊຸມປີຜ່ານມານີ້,ຈາກການບຸກທະລຸດ້ານວິທະຍາສາດເຕັກໂນໂລຊີແນວໜ້າ ເຊັ່ນ ເຕັກໂນໂລຊີຄວັນຕຳ ຫລື Quantun Technology ຮອດການສະແດງຕົວຢ່າງໂດດເດັ່ນດ້ານປັນຍາປະດິດເຊັ່ນ DeepSeek ເປັນຕົ້ນຕະຫລອດຮອດການພັດທະນາຢ່າງຄຶກຄື້ນຂອງອຸດສາຫະກຳຫຸ່ນຍົນຮູບຄົນ, ວິທະຍາສາດເຕັກໂນໂລຊີຈີນ ໄດ້ຮັບການພັດທະນາບຸກທະລຸຢ່າງບໍ່ຢຸດຢັ້ງ. ປີ 2024, ງົບປະມານໃນການຄົ້ນຄວ້າ ແລະທົດລອງພັດທະນາຂອງທົ່ວສັງຄົມຈີນ ໄດ້ລື່ນກາຍ 3600 ຕື້ຢວນ, ເປັນທີສອງຂອງໂລກ ຈຳນວນຄົນໃນການຄົ້ນຄວ້າພັດທະນາເປັນທີໜຶ່ງຂອງໂລກ ເປັນເວລາ 11 ປີຕິດຕໍ່ກັນ. ໃນຂົງເຂດແຜ່ນຊິບ, ມີຄົນຈຳນວນໜຶ່ງຂອງອາເມຣິກາ ຫວັງຢາກທຳລາຍການພັດທະນາຂອງຈີນ ໃນຂົງເຂດນີ້, ແຕ່ສຸດທ້າຍພັດໄດ້ຜົນໃນດ້ານກົງກັນຂ້າມ. ຂໍ້ມູນຕົວເລກສະແດງໃຫ້ເຫັນວ່າ: ປີ 2024, ມູນຄ່າການສົ່ງອອກວົງ ຈອນໄຟຟ້າໄອຊີຂອງຈີນ ມີເຖິງ 159.55 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 17.4% ເມື່ອທຽບໃສ່ ໄລຍະດຽວກັນຂອງປີ 2023, ໄດ້ສ້າງສະຖິຕິສູງສຸດຄັ້ງໃໝ່.

ອາເມຣິກາ ຄວນດັດແກ້ການກະທຳທີ່ຜິດພາດໂດຍໄວ, ເຄົາລົບ ແລະປະຕິບັດຕາມກົດລະບຽບດ້ານເສດຖະກິດການຄ້າສາກົນ, ເຄົາລົບສິດພັດທະນາດ້ານວິທະຍາສາດເຕັກໂນໂລຊີຂອງປະເທດອື່ນ. ການສ້າງວົງນ້ອຍກຳແພງສູງ ແລະກຳແພງດ້ານວິທະຍາສາດເຕັກໂນໂລຊີ ບໍ່ສາມາດຈຳກັດການພັດທະນາຂອງຈີນ ໃນອະດີດ ແລະໃນອະນາຄົດຍິ່ງບໍ່ມີຄວາມເປັນໄປໄດ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version