Home ຂ່າວໜ້າໜຶ່ງ ລະນຶກວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ

ລະນຶກວັນເກີດ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ

0

ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ຈັດພິທີລະນຶກວັນເກີດ ຂອງ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ (19/5/1890-19/5/2025) ໃນວັນທີ 20 ພຶດສະພາ 2025 ໂດຍ ໄດ້ຊົມຮູບເງົາສາລະຄະດີ ກ່ຽວກັບຊີວິດ ແລະ ພາລະກິດປະຕິວັດ ເພື່ອສະແດງຄວາມຮູ້ບຸນຄຸນ ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່ຂອງ ປະຊາຊົນຫວຽດນາມອ້າຍນ້ອງ, ທັງເປັນເພື່ອນສະຫາຍ ທີ່ໃກ້ ຊິດ ແລະ ສະໜິດສະໜົມທີ່ສຸດຂອງພັກ, ລັດ ແລະ ປະຊາຊົນລາວ.

ໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ, ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນວ່າ: ປະທານ ໂຮ່ຈີ່ມິງ ແມ່ນຜູ້ນໍາທີ່ຍິ່ງໃຫຍ່ຂອງ ພັກ ແລະ ປະຊາຊົນຫວຽດນາມ, ເປັນຜູ້ກໍ່ຕັ້ງພັກກອມມູນິດອິນດູຈີນ ທີ່ເປັນຕົ້ນກໍາເນີດຂອງ ພັກກອມມູນິດຫວຽດນາມ, ພັກປະຊາຊົນປະຕິວັດລາວ ແລະ ພັກປະຊາຊົນກໍາປູເຈຍ ໃນປັດຈຸບັນ. ໃນສະພາບການຂອງໂລກ ແຕ່ລະຍຸກ, ແຕ່ລະສະຕະວັດ ຜ່ານມາມີຫລາຍເຫດການປະຫວັດສາດ, ມີຫລາຍນັກ ປາດອາຈານ, ນັກວິທະຍາສາດ, ນັກຄົ້ນຄວ້າ, ນັກບຸກເບີກທາງດ້ານວິທະຍາສາດສັງຄົມວິທະຍາສາດ ທໍາມະຊາດ ເກີດຂຶ້ນ ຈົນມາຮອດປັດຈຸບັນແມ່ນຍຸກ 4.0 ແຕ່ບຸກຄົນທີ່ຊອກສະແຫວງຫາ ເພື່ອປ່ຽນ ແປງລະບອບການປົກຄອງ, ຊອກເສັ້ນທາງປະຕິວັດ ເພື່ອຕໍ່ສູ້ເອົາຄວາມເປັນເອກະລາດ ແລະ ການຫລຸດພົ້ນອອກຈາກການກົດຂີ່ຂູດຮີດ ໃຫ້ແກ່ມວນມະນຸດ, ຊອກຫາເສັ້ນທາງແຫ່ງການປ່ຽນແປງທາງດ້ານການເມືອງນັ້ນ ແລະ ອາດເວົ້າໄດ້ວ່າ ສະຕະວັດໜຶ່ງ ເກີດຂຶ້ນບໍ່ພຽງເທົ່າໃດຄົນ ເຊັ່ນ: ມາກ, ອັງແກນ, ເລນິນ ແລະ ໃນນັ້ນ ມີ ປະທານ ໂຮ່ຈີ່ມິງ.

ເມື່ອຫວນຄືນເຖິງຊີວິດ ແລະ ພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໃນໄລຍະທີ່ປະ ເທດຊາດຕົກຢູ່ໃນການປົກຄອງຂອງພວກລ່າເມືອງຂຶ້ນນັ້ນ, ປະທານ ໂຮ່ຈີ່ມິງ ໄດ້ຍອມເສຍສະລະທຸກສິ່ງຢ່າງ ອອກຈາກບ້ານເກີດເມືອງນອນ ເພື່ອໄປຊອກຫາເສັ້ນທາງກູ້ຊາດ ໂດຍຊອກເຫັນ ລັດທິມາກ-ເລນິນ ແລະ ນໍາມາໝູນໃຊ້ຢູ່ອິນດູຈີນ ຢ່າງປະດິດສ້າງ, ການກໍາເນີດຂອງພັກກອມມູນິດອິນດູຈີນ ໃນປີ 1930 ທີ່ຖືເປັນພາລະກໍາອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ໄດ້ສ້າງຂຶ້ນມາ ເພື່ອຢາກໃຫ້ມີຂະບວນການຕໍ່ສູ້ປະຕິວັດ, ຂັບໄລ່ພວກລ່າເມືອງຂຶ້ນ ອອກຈາກອິນດູຈີນ ແລະ ປົດປ່ອຍປະຊາຊົນຜູ້ອອກແຮງງານ ທີ່ຖືກກົດຂີ່ຂູດຮີດ ແລະ ກໍາລັງຈົມຢູ່ໃນຄວາມມືດມົນ ຢູ່ໃນລະບອບການປົກຄອງເກົ່ານັ້ນ ໃຫ້ມີອິດສະລະພາບ, ມີເອກະລາດ, ມີຄວາມສະເໝີພາບ ແລະ ເປັນພົນລະເມືອງ ທີ່ເຕັມໄປດ້ວຍສັກສີຂອງ ສາມປະເທດອິນດູຈີນ ເຊິ່ງຖືເປັນຄວາມມຸ່ງມາດປາຖະໜາອັນສູງສົ່ງຂອງ ປະທານ ໂຮ່ຈີ່ມິງ ໂດຍມີຄໍາເວົ້າອະມະຕະຂອງເພິ່ນ ເວົ້້າວ່າ “ບໍ່ມີສິ່ງໃດ ປະເສີດກວ່າ ເອກະລາດ ແລະ ເສລີພາບ” ທີ່ນັກປະຕິວັດຫວຽດນາມ, ນັກປະຕິວັດລາວ ແລະ ນັກປະຕິວັດກໍາປູເຈຍ ໄດ້ຮ່ວມມື, ຮ່ວມແຮງ ແລະ ຮ່ວມໃຈ ເປັນຈິດໜຶ່ງໃຈດຽວກັນ ຕໍ່ສູ້ເພື່ອໃຫ້ໄດ້ມາເຊິ່ງຄວາມມຸງມາດປາຖະໜາຂອງ ປະທານ ໂຮ່ຈີ່ມິງ ນັ້ນໄດ້ຮັບຜົນສໍາເລັດອັນໃຫຍ່ຫລວງ.

ສະຫາຍ ທອງລຸນ ສີສຸລິດ ຍັງໃຫ້ຮູ້ອີກວ່າ: ປະທານ ໂຮ່ຈີ່ມິງ ເປັນບຸກຄົນພິເສດ ທີ່ມີການດໍາລົງຊີວິດແບບງ່າຍດາຍ, ຮ່ວມກັບປະຊາຊົນ ແລະ ຮ່ວມກັບກອງທັບ, ມີຄວາມປະຢັດ, ສັດທ່ຽງ, ຊື່ ສັດບໍລິສຸດ, ເອົາຜົນປະໂຫຍດຂອງປະເທດຊາດ, ຂອງປະຊາຊົນ ຢູ່ເໜືອກວ່າສິ່ງໃດໆ, ເພິ່ນໄດ້ເສຍສະລະທຸກສິ່ງທຸກຢ່າງ ເພື່ອປະຕິບັດພາລະກິດຂອງປະເທດຊາດ ແລະ ໄດ້ເຮັດສໍາເລັດ, ນໍາເອົາຜົນສໍາເລັດອັນຍິ່ງໃຫຍ່ ມາສູ່ປະຊາຊົນຫວຽດນາມ ແລະ ປະຊາຊົນສາມຊາດອິນດູຈີນ ຂອງພວກເຮົາ. ຂ້າພະ ເຈົ້າ ຄິດວ່າ ຄວາມເວົ້າອັນອະມະຕະຂອງ ປະທານ ໂຮ່ ທີ່ໄດ້ກະຕຸກຊຸກຍູ້ຈິດໃຈຂອງນັກລົບປະຕິວັດ ກໍຄື ປະຊາຊົນຫວຽດນາມ ນັ້ນວ່າ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ອັນນີ້ໄດ້ກາຍເປັນຄວາມເປັນຈິງຂຶ້ນມາ, ການທີ່ພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ, ນັກຮົບຫວຽດນາມ ໄດ້ເຂົ້າມາຊ່ວຍເຫລືອການປະຕິວັດລາວ, ສະໜັບສະໜູນການປະຕິວັດລາວ, ຮ່ວມຄຽງບ່າຄຽງໄຫລກັບ ປະຊາ ຊົນລາວ ແລະ ນັກຮົບລາວ ຕໍ່ສູ້ເພື່ອປົດປ່ອຍຊາດເຮົາ ດ້ວຍຄວາມເສຍສະລະ ແລະ ບໍ່ຄໍານຶງເຖິງຄວາມຫຍຸ້ງຍາກກັນດານໃດໆ ແລະ ການຊ່ວຍເຫລືອທີ່ທັນການ ແລະ ບໍ່ມີເງື່ອນໄຂໃດໆ ແມ່ນເປັນການຊ່ວຍເຫລືອອັນຍິ່ງໃຫຍ່, ຄວາມເສຍສະລະຂອງນັກຮົບຫວຽດນາມ ທີ່ເອົາເລືອດທາແຜນດິນລາວເຮົາບໍ່ຈັກວ່າເທົ່າໃດຄົນນັ້ນ ໄດ້ປະກອບສ່ວນສໍາຄັນເຂົ້າໃນການປະຕິວັດ ປົດປ່ອຍຊາດຂອງລາວເຮົາຕະຫລອດມາ ແລະ ໃນໄລຍະທີ່ພວກເຮົາດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດນີ້ ພັກ, ລັດ, ກອງທັບ ແລະ ປະຊາຊົນຫວຽດນາມ ກໍບໍ່ໄດ້ລົດລະໃນການສືບຕໍ່ສະໜັບສະໜູນຊ່ວຍເຫລືອ ສປປ ລາວ ພວກເຮົາ ບັນລຸບັນດາເປົ້າໝາຍທີ່ພວກເຮົາວາງໄວ້.

ຂ້າພະເຈົ້າ ໄດ້ພົບກັບ ສະຫາຍ ໂຕ ເລິມ ໃນເວລາສະຫລອງ 50 ປີ ວັນປົດປ່ອຍພາກໃຕ້ຫວຽດນາມ ແລະ ການທ້ອນໂຮມປະເທດຊາດຫວຽດນາມ ເຂົ້າເປັນອັນດຽວນັ້ນ, ສະຫາຍ ໂຕ ເລິມ ໄດ້ເນັ້ນແລ້ວເນັ້ນອີກ ວ່າ: ລາວໄດ້ຊ່ວຍເຫລືອ ພັກ, ລັດ ແລະ ກອງທັບຫວຽດນາມ ຢ່າງຫລວງຫລາຍ ໃນການສ້າງໂອກາດ ເປີດເສັ້ນທາງ ໂຮ່ຈີ່ມິງ ໃຫ້ກອງທັບຫວຽດນາມ ສາມາດລົງໄປປົດປ່ອຍພາກໃຕ້ຫວຽດນາມ ນັ້ນ ຈົນໄດ້ຮັບຜົນສໍາເລັດ, ອັນນີ້ເປັນການຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພວກເຮົາກໍຄຶດເຫັນຄໍາຕັກເຕືອນຂອງ ປະທານ ໂຮ່ຈີ່ມິງ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ”, ພວກເຮົາກໍມີການຊ່ວຍ ເຫລືອຢ່າງຈິງໃຈຕໍ່ສະຫາຍຫວຽດນາມ ເພື່ອປົດປ່ອຍພາກໃຕ້ຫວຽດນາມ ກ້າວໄປເຖິງການທ້ອນໂຮມປະເທດຊາດຫວຽດນາມ ເປັນການສ້າງເງື່ອນໄຂສໍາຄັນໃຫ້ແກ່ ການສະຖາປະນາ ສປປ ລາວ ຂອງພວກເຮົາ ໃນວັນທີ 02 ທັນວາ 1975. ເມື່ອເປັນແນວນັ້ນ, ຄໍາເວົ້າອັນເປັນອະມະຕະຂອງເພິ່ນ “ຊ່ວຍເພື່ອນ ຄືກັບຊ່ວຍຕົວເອງ” ມັນຈະຝັງເລິກຢູ່ໃນຈິດໃຈຂອງປະຊາຊົນສອງຊາດ ຂອງພວກເຮົາຕະຫລອດໄປ, ພວກເຮົາ ຈະເຮັດທຸກສິ່ງທຸກຢ່າງ ເຮັດໃຫ້ຄວາມສໍາພັນອັນມີມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ, ຫວຽດນາມ-ລາວ ຈະສືບຕໍ່ຍືນຍົງຕະ ຫລອດໄປ. ນີ້ເປັນມໍລະດົກຕົກທອດ ທີ່ປະທານ ໂຮ່ຈີ່ມິງ, ປະທານ ໄກສອນພົມວິຫານ, ປະທານ ສຸພານຸວົງ ແລະ ບັນດາຜູ້ນໍາຮຸ່ນສືບທອດຕ່າງໆຂອງພວກເຮົາ ຍັງສືບຕໍ່ປົກປັກຮັກສາ, ຍຶດໝັ້ນຢູ່ປັດຈຸບັນນີ້ ບໍ່ໃຫ້ເສື່ອມຄາຍ, ບໍ່ໃຫ້ກາຍເປັນແນວອື່ນໄປໄດ້ ເດັດຂາດ… ເວົ້າງ່າຍໆ ບໍ່ໃຫ້ສັດຕູໂຕໃດ ເຂົ້າມາມ້າງເພທໍາລາຍໄດ້, ພວກເຮົາເຄີຍເວົ້ານໍາກັນວ່າ ຄວາມສາມັກຄີ ລາວ-ຫວຽດນາມ, ຫວຽດນາມ-ລາວ ເຮົາຕ້ອງປົກປັກຮັກສາ ຄືກັນກັບປົກປັກຮັກສາໜ່ວຍຕາຂອງຕົນເອງ ຂອງພວກເຮົາແຕ່ລະຄົນນັ້ນ.

ໃນໂອກາດ ຄົບຮອບ 135 ປີ ວັນເກີດຂອງ ປະທານ ໂຮ່ຈີ່ມິງ ຜູ້ຍິ່ງໃຫຍ່, ພວກເຮົາໄດ້ມີການ ຈັດຕັ້ງຊົມວີດີໂອ ທີ່ໄດ້ວາດພາບໃຫ້ເຫັນໝົດ ຄຸນສົມບັດສິນທໍາປະຕິວັດ, ຄວາມອົງອາດກ້າຫານ, ຄວາມເປັນແບບຢ່າງອັນໃຫຍ່ຫລວງ ໃຫ້ຄົນຮຸ່ນພວກເຮົາໄດ້ຮໍ່າຮຽນເອົາຊີວິດ, ການນໍາພາປະຕິວັດ ຂອງ ປະທານ ໂຮ່ຈີ່ມິງ ໄວ້ໃນຈິດໃຈຂອງພວກເຮົາເປັນຢ່າງດີ. ຂ້າພະເຈົ້າ ຄິດວ່າ ພວກເຮົາຕ້ອງເຮັດແນວໃດ ພັກຂອງພວກເຮົາຈະສືບຕໍ່ ໃຫ້ເປັນພັກທີ່ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈ, ໄດ້ຮັບຄວາມສັດທາຂອງປະຊາຊົນຂອງພວກເຮົາ, ພວກເຮົາຮໍ່າຮຽນເອົາສິ່ງທີ່ດີເລີດຂອງບັນດາຜູ້ນໍາຂອງພວກເຮົາ, ປະ ທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ໄວ້ເປັນອາວຸດ ເພື່ອປົກປັກຮັກສາ ຄວາມສາມັກຄີ, ສ້າງຂະບວນການ ເພື່ອເຮັດໃຫ້ພັກຂອງພວກເຮົາ ສືບຕໍ່ເປັນພັກນໍາໜ້າ, ເປັນພັກປະ ຕິວັດ, ສືບຕໍ່ເປັນພັກກໍາອໍານາດຕໍ່ໄປ ຢ່າງບໍ່ໃຫ້ສັດຕູໂຕໃດມາມ້າງເພໄດ້, ອັນນີ້ພວກເຮົາໄດ້ເຫັນ ຊີວິດຂອງປະທານ ໂຮ່ຈີ່ມິງ ນັ້ນກໍຄໍານຶງເຖິງແລ້ວ ເຮັດໃຫ້ເຮົາມີກໍາລັງແຮງ, ກໍາລັງໃຈ ເພື່ອສູ້ຊົນບຸກບືນ, ເພື່ອຜ່ານຜ່າຄວາມຫຍຸ້ງຍາກຕ່າງໆທີ່ເຮົາອາດຈະຜະເຊີນໃນຕໍ່ໜ້ານີ້. ບໍ່ສະເພາະແຕ່ປະຊາຊົນຫວຽດ ນາມ, ປະຊາຊົນລາວ, ປະຊາຊົນກໍາປູເຈຍ ແລະ ປະຊາຊົນຜູ້ຮັກຫອມສັນຕິພາບໃນໂລກ ຍົກຍ້ອງສັນລະເສີນ ປະທານ ໂຮ່ຈີ່ມິງ ເທົ່ານັ້ນ, ແຕ່ວ່າປີ 1987 ອົງການ UNESCO ໄດ້ມີ ມະຕິສັນລະເສີນ ປະທານ ໂຮ່ຈີ່ມິງ ວ່າເປັນວິລະຊົນປົດປ່ອຍຊາດ, ເປັນນັກວັດທະນະທໍາທີ່ດີເດັ່ນຂອງຍຸກສະໄໝ.

ເນື່ອງໃນໂອກາດ ວັນເກີດຂອງ ປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ ຂໍອວຍພອນອັນປະເສີດໃຫ້ ພັກກອມມູນິດຫວຽດນາມ ຈົ່ງສືບຕໍ່ພາລະກິດອັນຍິ່ງໃຫຍ່ຂອງ ປະທານ ໂຮ່ຈີ່ມິງ ເພື່ອເຮັດພາລະກິດ ພັດທະນາປະເທດຊາດຫວຽດນາມ ໃຫ້ຮັ່ງມີຈະເລີນຕໍ່ໄປ. ຂໍໃຫ້ຄວາມສາມັກຄີພິເສດ, ນໍ້າໃຈມິດຕະ ພາບອັນຍິ່ງໃຫຍ່ທີ່ມີມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ຂອງພວກເຮົາ ສືບຕໍ່ໝັ້ນຄົງຕະຫລອດໄປ, ຂໍໃຫ້ພາລະກໍາຂອງ ປະທານ ໂຮ່ຈີ່ມິງ ຈົ່ງຍືນຍົງຢູ່ນໍາພາລະກິດຂອງພວກເຮົາຕະຫລອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version