Home ຂ່າວດ່ວນ ກັກລົດບັນທຸກ 22 ລໍ້ ຂົນສົ່ງຢາບ້າ 19.500.000 ເມັດ ທີ່ດ່ານນໍ້າເກິ່ງ ແຂວງບໍ່ແກ້ວ

ກັກລົດບັນທຸກ 22 ລໍ້ ຂົນສົ່ງຢາບ້າ 19.500.000 ເມັດ ທີ່ດ່ານນໍ້າເກິ່ງ ແຂວງບໍ່ແກ້ວ

0

ອີງຕາມ: ບົດລາຍງານ ຂອງຫ້ອງຕໍາຫຼວດ ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ເລກທີ 2011/ຫຕຫຼ ລົງວັນທີ 19 ພຶດສະພາ 2025 ໃຫ້ຮູ້ວ່າ:

ໃນຄັ້ງວັນທີ 17/05/2025 ທາງເຈົ້າໜ້າທີ່ຕໍາຫຼວດປະຈໍາຈຸດກວດການໍ້າເກິ່ງ ແມ່ນໄດ້ປະຕິບັດໜ້າທີ່ກວດກາພາຫະນະປົກກະຕິ, ຮອດເວລາປະມານ 11 ໂມງ 10 ນາທີ ໄດ້ກວດກາລົດບັນທຸກ 22 ລໍ້ (ຫົວລາກ) ທີ່ຂັບຂີ່ມາແຕ່ເມືອງຕົ້ນເຜິ້ງ ຈະລົງໄປເມືອງຫ້ວຍຊາຍ ປ້າຍທະບຽນຫົວລາກ ບກ 4489 ອຸດົມໄຊ ທະບຽນຫາງລາກ ບກ 4753 ຜູ້ຂັບຂີ່ 01 ຄົນຄື: ທ້າວ ແປ ຫວ່າງ, ອາຍຸ 29 ປີ, ອາຊີບ ຂັບລົດ, ສັນຊາດລາວ, ຊົນເຜົ່າມົ້ງ ຢູ່ບ້ານໂພນສະຫວ່າງ, ເມືອງນໍ້າບາກ, ແຂວງຫຼວງພະບາງ, ຜ່ານການກວດຄົ້ນລົດຄັນດັ່ງກ່າວແມ່ນເຫັນວ່າ: ໄດ້ດັດປ່ຽນສະພາບ (ຊຸກເຊື່ອງຢາເສບຕິດ) ພາຍໃນຕູ້ຄອນເທັນເນີ, ເຈົ້າໜ້າທີ່ຕຳຫຼວດປະຈໍາຈຸດກວດການໍ້າເກິ່ງ ຈຶ່ງໄດ້ກັກຕົວຜູ້ຂັບຂີ່ ແລະ ລົດໄວ້, ແລ້ວໄດ້ລາຍງານກອງບັນຊາການ ປກສ ແຂວງບໍ່ແກ້ວ ນໍາເອົາລົດຄັນດັ່ງກ່າວຂຶ້ນໄປກວດກາຢູ່ກອງບັນຊາການ ປກສ ແຂວງບໍ່ແກ້ວ. ຜ່ານການກວດກາໄດ້ພົບເຫັນ ຢາບ້າ ຈຳນວນ 78 ເປົາ ມີ 9.750 ມັດ ເທົ່າກັບ 19.500.000 ເມັດ ມີນ້ຳໜັກ 2.184 ກິໂລກຣາມ.

+ ເຄື່ອງຂອງກາງ ແລະ ເຄື່ອງຕິດຕົວທີ່ຢຶດໄດ້ມີຄື:

1. ຢາບ້າ ຈຳນວນ 78 ເປົາ ມີ 9.750 ມັດ ເທົ່າກັບ 19,500,000 ເມັດ, ນໍ້າໜັກ 2,184 ກິໂລກຣາມ,

2. ລົດບັນທຸກ 22 ລໍ້ (ຫົວລາກ) ສີແດງ 01 ຄັນ, ທະບຽນຫົວລາກ ບກ 4489 ອຸດົມໄຊ, ຫາງລາກ ບກ 4753 ຫຼວງນ້ຳທາ.

3. ໂທລະສັບ ຍີ່ຫໍ້ Infinix ສີຟ້າ ຈໍານວນ 01 ໜ່ວຍ.

ປັດຈຸບັນ ທາງເຈົ້າໜ້າທີ່ວິຊາສະເພາະ ພວມດຳເນີນການສືບສວນ – ສອບສວນເພື່ອຂະຫຍາຍຜົນ ແລະ ນໍາຕົວຜູ້ກຽວໄປດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ປກສ ແຂວງບໍ່ແກ້ວ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version