Home ຂ່າວຕ່າງປະເທດ ລາຄານຳເຂົ້າ ສ.ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

ລາຄານຳເຂົ້າ ສ.ເກົາຫຼີ ຫຼຸດລົງ 3 ເດືອນຕິດຕໍ່ກັນ

0

ຂ່າວຕ່າງປະເທດລາຍງານ; ທະນາຄານກາງ ສ ເກົາຫຼີ ໄດ້ເປີດເຜີຍຂໍ້ມູນໃນທ້າຍອາທິດຜ່ານມານີ້ວ່າ: ດັດຊະນີລາຄານຳເຂົ້າໃນເດືອນເມສາ ຫຼຸດລົງ 1.9% ຈາກເດືອນກ່ອນ. ສືບຕໍ່ຈາກການຫຼຸດລົງ 0.4% ໃນເດືອນມີນາ.

ລາຄານໍາເຂົ້າຂອງ ສ ເກົາຫຼີ ຫຼຸດລົງເປັນເດືອນທີສາມຕິດຕໍ່ກັນໃນເດືອນເມສາ, ໂດຍມີປັດໄຈຕົ້ນຕໍຍ້ອນລາຄານໍ້າມັນໃນຕະຫຼາດໂລກຫຼຸດລົງ. ທັງຍັງເປັນການຫົດຕົວປະຈໍາເດືອນທີ່ຮຸ່ນແຮງທີ່ສຸດນັບຕັ້ງແຕ່ເດືອນກັນຍາ ປີ 2024 ຊຶ່ງດັດຊະນີລາຄານຳເຂົ້າຫຼຸດລົງເຖິງ 2.6%.

ການຫຼຸດລົງດັ່ງກ່າວແມ່ນຍ້ອນລາຄາສະເລ່ຍຂອງນໍ້າມັນດິບດູໄບ ຊຶ່ງເປັນເກນອ້າງອີງຂອງ ສ ເກົາຫຼີ ຫຼຸດລົງ 6.6% ໃນເດືອນເມສາ ມາເປັນ 67.74 ໂດລາຕໍ່ບາເຣລ. ເມື່ອທຽບຕໍ່ປີ, ດັດຊະນີລາຄານໍາເຂົ້າໃນເດືອນເມສາຫຼຸດລົງ 2.3%

BOK ລະບຸວ່າ: ຖ້າຈັດແບ່ງຕາມໝວດລາຄາການນຳເຂົ້າວັດຖຸດິບຫຼຸດລົງ 4.3% ໃນເດືອນເມສາ, ໃນຂະນະທີ່ສິນຄ້າລະດັບກາງຫຼຸດລົງ 1.3%.

ທັງນີ້, ລາຄານຳເຂົ້າແມ່ນປັດໄຈສຳຄັນທີ່ສົ່ງຜົນຕໍ່ອັດຕາເງິນເຟີ້ໂດຍລວມຂອງ ສ ເກົາຫຼີ. ເນື່ອງຈາກວ່າມີຜົນກະທົບຕໍ່ຕົ້ນທຶນການຜະລິດ ແລະ ລາຄາສິນຄ້າອຸປະໂພກບໍລິໂພກ ຕະຫຼອດຮອດລະບົບຕ່ອງໂສ້ການສະ ໜອງ.

ໃນຂະນະດຽວກັນ, ດັດຊະນີລາຄາສົ່ງອອກໃນເດືອນເມສາ ຫຼຸດລົງ 1,2% ເມື່ອທຽບໃສ່ເດືອນກ່ອນ, ແຕ່ຍັງເພີ່ມຂຶ້ນ 0.7% ເມື່ອທຽບໃສ່ປີກ່ອນ.

ການຫຼຸດລົງປະຈໍາເດືອນຂອງດັດຊະນີລາຄາສົ່ງອອກສ່ວນໃຫຍ່ແມ່ນຍ້ອນການແຂງຄ່າຂອງເງິນວອນ. ທີ່ແຂງຄ່າຂຶ້ນ 0.9% ທຽບກັບເງິນໂດລາ ໃນເດືອນເມສາ.

ລາຄາສິນຄ້າກະສິກໍາສົ່ງອອກຫຼຸດລົງ 1.1%, ໃນຂະນະທີ່ນໍ້າມັນ ແລະ ສິນຄ້າອຸດສາຫະກໍາອື່ນໆຫຼຸດລົງ 1.2% ໃນເດືອນເມສາ.

ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນຕົວຊີ້ວັດທີ່ສໍາຄັນຂອງອັດຕາເງິນເຟີ້, ເພີ່ມຂຶ້ນ 2.1% ເມື່ອທຽບປີຕໍ່ປີໃນເດືອນເມສາ. ຖືເປັນເດືອນທີ 4 ຕິດຕໍ່ກັນທີ່ອັດຕາເງິນເຟີ້ຢູ່ໃນລະດັບ 2%.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version