Home ຂ່າວຕ່າງປະເທດ ຈີນ ແລະ ອາເມລິກາໃຜຈະເປັນຜູ້ນໍາໂລກດ້ານເອໄອ?

ຈີນ ແລະ ອາເມລິກາໃຜຈະເປັນຜູ້ນໍາໂລກດ້ານເອໄອ?

0

ນັບແຕ່ຕົ້ນປີ2025,ຈີນໄດ້ເປີດໂຕເອໄອດິບຊິກ(DeepSeek)ເປັນແພດຟອມເອໄອໃໝ່ໄດ້ສ້າງຄວາມຕື່ນເຕັ້ນ, ປິຕິຍິນດີ ແລະ ຮອຍຍິ້ມໃຫ້ຄົນທົ່ວໂລກ ເຖິງແມ່ນວ່າເປັນເຕັກໂນໂລຊີທີ່ແປກໃໝ່ທັນສະໄໝດ້ວຍຄຸນນະພາບ, ຄວາມສະຫລາດ ແລະ ມີລັກພິເສດສາມາດຕອບຄໍາຖາມເລື່ອນໄຫລປານສາຍນໍ້າ ແລະ ນໍາໃຊ້ເກີດປະໂຫຍດຢ່າງກວ້າງຂວາງພາຍໃຕ້ຕົ້ນທຶນການພັດທະນາຕໍ່າກວ່າເມື່ອປຽບທຽບກັບເອໄອຈາກຄ້າຍຕາເວັນຕົກນໍາໂດຍອາເມລິກາທີ່ຫ່າງກັນປານຟ້າກັບເຫວ, ຈົນເກີດເປັນຄໍາຖາມຈາກຄົນທົ່ວໂລກວ່າ ຈຸດນີ້ຈະເປັນການກໍາເນີດສົງຄາມຍຸກໃໝ່ລະຫວ່າງ ອາເມລິກາກັບຈີນຈິງຫລືບໍ່? ແລະ ເອໄອດິບຊິກຈະມາປ່ຽນດູນອໍານາດ ຫລືບໍ່?ບັນດານັກວິເຄາະໄດ້ໃຫ້ທັດສະນະໃນແງ່ຄິດແຕກຕ່າງອອກໄປກ່ຽວກັບການພັດທະນາດ້ານເອໄອລະຫວ່າງທຶນນິຍົມ ແລະ ສັງຄົມນິຍົມວ່າ: ສ່ວນເລິກໃນຄວາມຄິດຂອງກຸ່ມອໍານາດນິຍົມລ່າອະນານິຄົມນັ້ນຕ້ອງການຄວບງໍາເຄື່ອງມືເຕັກໂນໂລຊີຜູ້ດຽວເພື່ອຮັກສາອໍານາດທາງເສດຖະກິດ, ການເມືອງ, ການທະຫານໄວ້ໃນກໍາມືຕົນເອງຝ່າຍດຽວ. ຈາກປະຫວັດສາດ, ເລື້ອຍໆເຄື່ອງມືເຕັກໂນໂລຊີລ້ວນແຕ່ມີຈຸດກໍາເນີດຈາກສົງຄາມທຸກໆຄັ້ງຜ່ານການນໍາໃຊ້ເຕັກໂນໂລຊີໃນການປ້ອງກັນຊາດ ແລະ ຄວາມສະຫງົບ. ດັ່ງທີ່ຮູ້ນໍາກັນ ເອໄອມີຈຸດເລີ່ມຕົ້ນເກີດຂຶ້ນພາຍຫລັງສົງຄາມໂລກຄັ້ງທີ 2 ເຊິ່ງຜູ້ລິເລີ່ມສິ່ງນີ້ຄື: ທ່ານ ອາລານ ທູຣິງ(Alan Turing), ເປັນນັກຄະນິດສາດ-ນັກວິທະຍາສາດຈາກປະເທດອັງກິດ, ຫລື ເອີ້ນວ່າບິດາແຫ່ງວິທະຍາສາດຄອມພີວເຕີໃນປີ 1951 ເຊິ່ງລາວໄດ້ຊ່ວຍໃຫ້ຝ່າຍສໍາພັນທະມິດອັງກິດເອົາຊະນະກອງທັບນາຊີ(ຮິດເລີ)ເຢຍລະມັນໃນສົງໂລກຄັ້ງທີ 2,ດ້ວຍການໃຊ້ເຄື່ອງມືທັນສະໄໝໄຂລະຫັດລັບໃນເຄື່ອງອີນິກມາ(Enigma) ຂອງນາຊີນັ້ນເອງ. ຕໍ່ມາວິທະຍາສາດຄອມພີວເຕີ ແລະ ເອໄອໄດ້ຮັບການພັດທະນາເຂົ້າໃນ ວຽກງານການທະຫານຫລາຍຂຶ້ນຈົນກາຍເປັນກອງທັບທັນສະໄໝ ແລະ ນໍາມາປັບໃຊ້ ເຂົ້າໃນພາກອຸດສາຫະກໍາ, ການພັດທະນາເສດຖະກິດ, ການຄ້າ ແລະ ອື່ນໆ.

ທ່ານ ດຣ ອາມ ຕັ້ງນິຣັນດອນ, ອາຈານຄະນະນິຕິສາດ,​ຜູ້ອໍານວຍການສູນຈີນສຶກສາ, ມະຫາວິທະຍາໄລຈຸລາລົງກອນຂອງໄທ,ອະດີດນັກສຶກສາຈາກມະຫາວິທະຍາໄລປັກກິ່ງຂອງຈີນ, ມະຫາວິທະຍາໄລຮາເວີດຂອງອາເມລິກາ, ມະຫາວິທະຍາໄລສະແຕນຟອດຂອງເມລິກາໄດ້ໃຫ້ທັດສະນະຜ່ານສື່ມວນຊົນຕ່າງໆວ່າ: ຄວາມຈິງແລ້ວສົງຄາມການຄ້າ, ສົງຄາມພາສີ ແລະ ສົງຄາມເຕັກໂນໂລຊີມັນບໍ່ໄດ້ຫາກໍ່ເກີດຂຶ້ນໃນຍຸກປັດຈຸບັນນີ້ ແຕ່ຫາກເກີດຂຶ້ນມາແຕ່ດົນແລ້ວ ແລະ ມັນຈະພັດທະນາຕາມຈັງຫວະໃນການປ່ຽນແປງຂອງຜູ້ນໍາຊາດຕາເວັນຕົກ ເຊິ່ງມັນມີສັນຍານພົ້ນເດັ່ນຂຶ້ນໃນໄລຍະຂອງ ທ່ານ ໂດໂນທຣໍາ ໄດ້ຮັບຕໍາແໜງເປັນປະທານາທິບໍດີສະໄໝທໍາອິດຂອງອາເມລິກາແລ້ວສົ່ງຕໍ່ໃຫ້ ທ່ານ ໄບເດັນ ອະດີດປະທານາທິບໍດີອາເມລິການ ເຊິ່ງລາວໄດ້ອອກມາດຕະການຂວໍ້າບາດຈໍາກັດການນໍາໃຊ້ ແລະ ຫ້າມຊື້ເຄື່ອງອຸປະກອນໂທລະຄົມມະນາຄົມຈາກບໍລິສັດຮົວເຫວີຍຂອງຈີນ ລວມທັງຫ້າມຂາຍຊິບໃຫ້ຈີນ.ຕໍ່ບັນຫາດັ່ງກ່າວນັ້ນຄ້າຍກັບວ່າ “ ພູໄຟໃຕ້ພິພົມ” ທີ່ຄອງຄອຍຖ້າລະເບີດຂຶ້ນໃນຈັງຫວະເວລາທີ່ສຸກງອມ ເຊິ່ງໄດ້ຈູດສະນວນເຮັດໃຫ້ຝ່າຍສັງຄົມນິຍົມ ແລະ ປະຊາຄົມໂລກຍິ່ງລະແວງສົງໃສວ່າຖ້າຫາກມື້ໜຶ່ງຝ່າຍຕາເວັນຕົກໃຊ້ອໍານາດຜູກຂາດຂົ່ມເຫັງ ແລະ ບີບບັງຄັບໂດຍປັດສະຈາກຄວາມຍຸຕິທໍາ, ຄວາມເອກະພາບ ແລະ ຄວາມເມດຕາອາດເຮັດໃຫ້ຝ່າຍສັງຄົມນິຍົມ ແລະ ປະເທດດ້ອຍກວ່າຕົກໃນທ່າມີຄວາມສ່ຽງອັນຕະລາຍ ແລະ ເສຍປຽບຈົນບໍ່ມີທາງອອກ. ດັ່ງ​ນັ້ນ​ຈີນຈິ່ງຄ່ອຍພັດທະນາເຄື່ອງມືທັນສະໄໝ ແລະ ເອໄອເລື້ອຍໆມາເພື່ອຈະສາມາດເພີ່ງຕົນເອງໃຫ້ໄດ້ ການເຂົ້າມາຂອງລະບົບໂອເຟີນເອໄອ (Open AI)ທີ່ເປັນເຕັກໂນໂລຊີຮູບແບບໃໝ່ປຽບເໝືອນການປ່ຽນແປງຍຸກເອໄອອະນາຄົດຫລາຍຂຶ້ນ.

ທ່ານ ດຣ ອາມ ຕັ້ງນິຣັນດອນໄດ້ຍົກບາງເນື້ອໃນໃຫ້ເຫັນພາບລວມວ່າ: ຍ້ອນແນວນັ້ນຈີນໄດ້ຫັນທິດໄປພັດທະນາເຕັນໂນໂລຊີເປັນຂອງຕົນເອງ ແລະ ມີຄວາມເປັນໄປໄດ້ຈະກາຍເປັນຜູ້ນໍາເອໄອລະດັບໂລກເຊັ່ນກັນເພາະເຂົາເຈົ້າມີຂຸມຊັບສໍາຄັນນັ້ນຄື “ ຂໍ້ມູນ” ຫລື Data ຢ່າງມະຫາສານ. ຫລ້າສຸດຈີນໄດ້ເປີດຕົວເອໄອດິບຊິກ(DeepSeek) ໂດຍສ້າງຂຶ້ນຈາກຊິບທີ່ບໍ່ມີ ປະສິດທິພາບສູງທີ່ສຸດ ແຕ່ໃນເລື່ອງຂອງປະສິດທິພາບ ສໍາລັບການເຮັດວຽກຂອງມັນບໍ່ເປັນສອງຮອງເອໄອແຊັດຈີພີທີ (Chat GPT) ຂອງຄ້າຍຕາເວັນຕົກ, ຕໍ່ຄວາມເຊື່ອຊາວຕາເວັນຕົກທີ່ວ່າ “ ການສ້າງເອໄອທີ່ມີຄຸນນະພາບສູງ,ມີປະສິດທິພາບສູງຕ້ອງໃຊ້ຊິບທີ່ມີການມວນຜົນດີສຸດ ແລະ ມີທຶນມະຫາສານ”ນັ້ນຖືກລົບລ້າງອອກຈາກສະໝອງທັນທີ ເມື່ອນັກພັດທະນາເອໄອຈາກຈີນອ້າງວ່າໃຊ້ທຶນພຽງແຕ່ຫລັກລ້ານໂດລາ ຫລື ປະມານ 6 ລ້ານໂດລາເທົ່ານັ້ນໃນການພັດທະນາເອໄອ ຕ່າງຈາກຄ້າຍຕາເວັນຕົກໃຊ້ທຶນພັດທະນາເອໄອນັບ ເປັນຫລັກພັນຫລັກແສນລ້ານໂດລາ.

ທ່ານ ດຣ ອະທິບ ອັດວານັນ, ນັກຊ່ຽວຊານເສດຖະກິດ, ນັກຂຽນຈາກປະເທດໄທ, ອະດີດນັກສຶກສາຈາກມະຫາວິທະຍາໄລຊິຄາໂກ, ມະຫາວິທະຍາໄລຄາເນກິເມວ ເວົ້າຜ່ານສື່ຕ່າງໆໂດຍອ້າງທັດສະນະຂອງກຸ່ມນັກທຸລະກິດອາເມລິກາວ່າ: ປັດຈຸບັນນີ້ ຈີນອາດແຊງໜ້າອາເມລິກາດ້ານເອໄອ ຫລື ນໍາຫລັງອາເມລິກາບໍ່ຫລຸດບໍ່ລື່ນກັນຫລາຍພໍເທົ່າໃດກໍເປັນໄດ້ເພາະບໍ່ມີໃຜຮູ້ແນ່ນອນ.

ດັ່ງທີ່ ທ່ານ ເຈນເຊີນຮວງ, ປະທານໃຫຍ່ ບໍລິສັດເອັນວີເດຍ, ຜູ້ຜະລິດຊິບຍັກໃຫຍ່ຂອງໂລກໄດ້ເວົ້າບາງຢ່າງອອກມາຈົນເຮັດໃຫ້ຄົນປະຫລາດໃຈໄປທົ່ວໂລກ ແລະ ອອກມາ ເຕືອນຢ່າງເປີດແປນວ່າຈີນບໍ່ໄດ້ຫລ້າຫລັງ ຫລື ນໍາຫລັງອາເມລິກາອີກຕໍ່ໄປໃນດ້ານພັດທະນາເຕັກໂນໂລຊີເອໄອ. ບາງທີ ຈີນພວມນໍາຫລັງເຮົາມາຕິດໆ ແລະ ພວກເຮົາ​ໃກ້ຄຽງກັນຫລາຍ, ຕໍ່ບັນຫາ​ທີ່ວ່ານັ້ນເປັນການຍອມຮັບຈາກ ບໍລິສັດອາເມລິກາ ຜູ້ນໍາດ້ານເຕັກໂນໂລຊີເອໄອ ແລະ ບໍ່ແມ່ນນັກຂ່າວ. ແຕ່ສິ່ງປະຫລາດໃຈໄປກວ່ານັ້ນຂໍ້ມູນຕົວຈິງຍັງອ້າງອີງວ່າ: ນັກຄົ້ນຄົ້ວພັດທະນາເຕັກໂນໂລຊີຫລາຍກວ່າ 50% ຂອງໂລກເປັນຊາວຈີນ ໃນນັ້ນຄົນອາເມລິການເອງປະມານ 38% ທີ່ເປັນຄົນມີເຊື້ອສາຍຈາກອາຊີກໍເປັນຄົນຈີນ ເຊິ່ງປຽບທຽບກັນແລ້ວ ຫລາຍກວ່າຄົນອາເມລິກາອີກຫລາຍເທົ່າ. ປັດຈຸບັນນີ້ ຮົວເຫວີຍກໍອາດສາມາດພັດທະນາຊິບເອໄອດ້ວຍຕົນເອງໄດ້ ແລະ ສາມາດແຂ່ງກັບເອັນວີເດຍໄດ້ແລ້ວ,ທີ່ສໍາຄັນ ທ່ານ ເຈນເຊັນຮວງໄດ້ກ່າວຕອນທ້າຍວ່າ: ເກມການແຂ່ງຂັນເອໄອບໍ່ມີວັນຈົບ ແລະ ບໍ່ມີວັນຊະນະຕະຫລອດການ ໃນອະດີດນັ້ນປະເທດທີ່ຊະນະບໍ່ແມ່ນຜູ້ຄົ້ນຄິດ ແຕ່ແມ່ນຜູ້ທີ່ຮູ້ປັບຕົວ ແລະ ໃຊ້ມັນວ່ອງໄວກວ່າ.

ກົນລະຍຸດກີດກັ້ນເຕັກໂນໂລຊີຂອງອາເມລິກາ ອາດສົ່ງຜົນກົງກັນຂ້າມກັບຄວາມ ຕັ້ງໃຈໄວ້ຂອງອາເມລິກາ, ຈາກເດີມທີ່ລັດຖະບານ ອາເມລິກາ ອອກມາດຕະການຄວບຄຸມການສົ່ງອອກໄປຍັງປະເທດຈີນເພື່ອຢຸດການພັດທະນາເຕັກໂນໂລຊີຂອງຈີນ ແລະ ສ້າງເງື່ອນ​ໄຂປົກປ້ອງຄວາມເປັນຜູ້ນໍາຂອງອາເມລິກາ ແຕ່ການກີດກັ້ນນີ້ເອງອາດຈະເລັ່ງເຮັດໃຫ້ຈີນຄິດວ່າຕ້ອງເພີ່ງພາຕົນເອງໃຫ້ຫລາຍຂຶ້ນ ແລະ ສ້າງນະວັດຕະກໍາຂອງຕົນເອງໄວຂຶ້ນ ຍົກຕົວຢ່າງ ບໍລິສັດຮົວເຫວີຍຂອງຈີນຖືກຕັດຂາດການເຂົ້າເຖິງເຕັກໂນໂລຊີຂອງເອັນວີເດຍ, ກໍຫັນໄປພັດທະນາຊິບເອໄອຂອງຕົນເອງຈົນເລີ່ມເທົ່າທຽມໄດ້ ແລະ ຮົວເຫວີຍເອງກໍໄດ້ເປີດຕົວຊິບຕະກຸນ(ແອດເຊັນດ້ານເອໄອ 9104) ພວມເລີ່ມຜະລິດຈໍານວນຫລາຍໃນປີນີ້ເພື່ອຕອບໂຈດຄວາມ​ຕ້ອງການພາຍໃນປະເທດຂອງຕົນເອງ.

ສັນຍານດັ່ງກ່າວນັ້ນເປັນຂີດໝາຍສໍາຄັນເຮັດໃຫ້ຈີນສາມາດຜະລິດຊິບລະດັບສູງໄດ້ແລ້ວພາຍໃຕ້ຂໍ້ຈໍາກັດນໍາເຂົ້າຊິບຂັ້ນສູງຈາກຕາເວັນຕົກ ແລະ ບໍ່ພຽງແຕ່ຮົວເຫວີຍ ແຕ່ບໍລິສັດອື່ນໆທີ່ມີຊື່ສຽງໂດ່ງດັງໃນຈີນ ເຊັ່ນ: ບໍລິສັດອາລີບາບາກໍປະກາດແຜນລົງທຶນມະຫາສານເພື່ອສ້າງລະບົບພື້ນຖານໂຄງລ່າງ​ຢູ່ລາວ ແລະ ເອໄອໃນໄລຍະ 3 ​ປີຕໍ່ໜ້ານີ້. ຊ່ອງລະຫວ່າງອາເມລິກາກັບຈີນໃນດ້ານນີ້ກໍາລັງແຄບລົງເລື້ອຍໆ, ນອກຈາກນັ້ນເຈນເຊັນຮວງຍັງເນັ້ນຢໍ້າວ່າ: ການລົງທຶນທາງປັນຍາເປັນປັດໃຈ ສໍາຄັນທີ່ສຸດໃນການແຂ່ງຂັນດ້ານເອໄອ ສະນັ້ນ ຄົນ ຫລື ຊັບພະຍາກອນ​ມະ​ນຸດທີ່ມີຄວາມຮູ້ຄວາມສາມາດບໍ່ວ່າຈະເປັນນັກວິໃຈ, ວິສາວະກອນ ແລະ ຜູ້ຊ່ຽວຊານດ້ານເອໄອນີ້ຄື: ຈຸດທີ່ໜ້າຕົກໃຈທີ່ສຸດເມື່ອມີການເປີດເຜີຍວ່ານັກວິໃຈປະມານ 50% ຂອງທັງໂລກເປັນຊາວຈີນ ຕົວເລກນີ້ເປັນການຢືນຢັນວ່າ: ຈີນບໍ່ໄດ້ເປັນພຽງຜູ້ລົງທຶນໃນດ້ານຮາດແວ ແລະ ຊອບແວເທົ່ານັ້ນແຕ່ກໍາລັງເພີ່ມຂະໜາດນັກວິໃຈລະດັບໂລກຂຶ້ນອີກ, ງານວິໃຈໜຶ່ງລະບຸວ່າ: ໃນປີ 2022 ເກືອບເຄິ່ງໜຶ່ງນັກວິໃຈເອໄອແຖວໜ້າຂອງໂລກມາຈາກປະເທດຈີນ ເຊິ່ງເພີ່ມຂຶ້ນຈາກ 29% ໃນປີ 2019 ທ່າອ່ຽງນີ້ສະແດງໃຫ້ເຫັນວ່າຈີນພວມກ້າວຂຶ້ນມາເປັນ ປະ​ເທດ​ໃຫຍ່​ດ້ານທຶນມະນຸດໃນຂະແໜງອຸດສາຫະກໍາເອໄອແບບກ້າວກະໂດດ,ນັ້ນໝາຍຄວາມວ່ານັກວິໃຈຊາວຈີນບໍ່ພຽງແຕ່ຂັບເຄື່ອນການພັດທະນາເອໄອໃນປະເທດຂອງຕົນເອງເທົ່ານັ້ນ ແຕ່ຍັງມີບົດບາດສໍາຄັນໃນການວິໃຈເອໄອຂອງອາເມລິກາອີກດ້ວຍ. ນອກຈາກນີ້ແລ້ວ ມະຫາວິທະຍາໄລຈີນ 6 ແຫ່ງຍັງຕິດຢູ່ 25 ອັນດັບທໍາອິດຂອງໂລກໃນດ້ານພັດທະນາເອໄອເພີ່ມຂຶ້ນຈາກ 2 ແຫ່ງໃນປີ 2019 ໂດຍມະຫາວິທະຍາໄລຊິງຮົວ, ປັກກິ່ງຢູ່ໃນອັນດັບທີ 3-6 ເປັນຕົ້ນ.

ເພາະເຫດນັ້ນບັນດານັກວິເຄາະໄດ້ສັງລວມ ແລະ ອ້າງເຫດ ຜົນວ່າ: ຍ້ອນການແຂ່ງຂັນດຸເດືອດຮຸນແຮງດ້ານ ເອໄອ​ລະ​ຫວ່າງຈີນ ແລະ ອາເມລິການັ້ນຈະບໍ່ເຮັດໃຫ້ທົດສະຕະວັດອີກ 10 ປີຕໍ່ໜ້າສູນຫາຍ ໄປຈາກໂລກນີ້ແນ່ນອນ. ຄົນທົ່ວໂລກຕໍ່ຈາກນີ້ໄປຈະໃຊ້ເອໄອໃນຊີວິດປະຈໍາວັນ ຫລາຍຂຶ້ນແບບກ້າວກະໂດດ, ຖ້າໃຜບໍ່ໃຊ້ເອໄອກໍຖືວ່າຕົກຍຸກຫລ້າສະໄໝ ແລະ ນໍາບໍ່ທັນຄົນອື່ນ, ແຕ່ຖ້າຖາມວ່າການແຂ່ງຂັນດ້ານເອໄອ ລະຫວ່າງປະ​ເທດ​ໃຫຍ່ນັ້ນໃຜຈະຊະນະ? ເຊິ່ງຄໍາຕອບນັ້ນອາດໜີບໍ່ພົ້ນ 2 ປະເທດນີ້ຄື: ຈີນ ແລະ ອາເມລິກາຈະເປັນຜູ້ຊະນະທັງສອງ ພຽງແຕ່ຈະເປັນຜູ້ຊະນະແຕກ ຕ່າງກັນຄົນລະດ້ານເທົ່ານັ້ນ.

ຕິດຕາມຈາກນີ້ໄປ,ຄົນທົ່ວໂລກຈະບໍ່ສາມາດຫລີກລ່ຽງການໃຊ້ເອໄອຈາກສອງປະເທດນີ້ໄດ້ຢ່າງແນ່ນອນ,ຖ້າຄາດຄະເນຈາກຂໍ້ມູນສໍາຫລວດເບື້ອງຕົ້ນເຫັນວ່າຜູ້ຊະນະທັງສອງນັ້ນອາດຈະແຍກເປັນພາບລວມໆ 2 ປະເດັ່ນຄື: ຈີນຈະກາຍເປັນຜູ້ຊະນະໃນອຸດສາຫະກໍາຮາດແວ ແລະ ອາເມລິກາຈະເປັນຜູ້ຊະນະດ້ານອຸດສາຫະກໍາຊອບແວດັ່ງນີ້:

1.(ຈີນ)ຈະ ພັດທະນາພາກອຸດສາຫະກໍາເອໄອທີ່ເປັນຮາດແວຂອງຈີນຜູກຕິດ ແລະ ເຊື່ອມໂຍງເຂົ້າກັບວັດຖຸສິ່ງຂອງຕ່າງໆແບບ ອັດຕະໂນມັດເປັນຕົ້ນອຸປະກອນເຄື່ອງໃຊ້ໃນເຮືອນ, ພາ​ຫະນະ, ເຄື່ອງກົນຈັກ, ອາຄານ, ການຜະລິດກະສິກໍາ, ໂຮງງານ ແລະ ຫົວໜ່ວຍທຸລະກິດຕ່າງໆ ເຊິ່ງສາມາດປະກົດເຫັນເຮືອບິນແບບບັງຄັບ(ໂດຣນ), ລົດ, ເຄື່ອງໃຊ້ໄຟຟ້າ, ຫຸ່ນຍົນ(ໃຊ້ແທນມະນຸດໃນອະນາຄົດ). ຖ້າເວົ້າເຖິງບໍລິສັດທີ່ຄົນຄຸ້ນເຄີຍ ແລະ ໄດ້ຮັບຄວາມນິຍົມໄປທົ່ວໂລກຈາກຄ້າຍຈີນຄື:ບໍລິສັດDJIຈາກເຊີນເຈີ້ນເປັນຜູ້ນໍາລະດັບໂລກດ້ານເຮືອບິນແບບບັງຄັບ(ໂດຣນ)ເພື່ອຖ່າຍພາບທາງອາກາດ,ສໍາຫລວດພື້ນທີ່, ນໍາໃຊ້ຂົນສົ່ງສິ່ງຂອງ, ການຜະລິດກະສິກໍາ, ຊ່ວຍກູ້ໄພ, ໝູນໃຊ້ເຂົ້າວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ບໍລິສັດຮົວເຫວີຍຈາກ ເສີນເຈີ້ນ: ຜູ້ນໍາລະດັບໂລກດ້ານໂຄງສ້າງພື້ນຖານ ໂຄງລ່າງໂທລະຄົມມະນາຄົມ,ເຕັກໂນໂລຊີດ້ານການຄົ້ນຄົ້ວ, ການສຶກສາ, ໂທລະສັບຕັ້ງໂຕະ-ໂທລະສັບມືຖື, ອຸປະກອນອັດສະລິຍະ, ໃນອະນາຄົດຮົວເຫວີຍຕັ້ງເປົ້າໝາຍໄວ້ວ່າ: ຈະເສີມ​ຂະຫຍາຍບົດບາດດ້ານ ຄລາວ,ເອໄອເພື່ອຈະສ້າງຄວາມໄດ້ປຽບນັ້ນເອງໂດຍບໍ່ຕ້ອງເພີ່ງພາໂລກຕາເວັນຕົກອີກ; ບໍລິສັດແຊວມີ່ຈາກປັກກິ່ງເຊື່ອວ່າ: ຫລາຍຄົນອາດຮູ້ດີທີ່ສຸດ,ເປັນຜູ້ຜະລິດໂທລະສັບມືຖື, ລົດໄຟຟ້າອັດສະລິຍະ, ເຄື່ອງກອງອາກາດ, ໂມງດິຈິຕອນ, ຫຸ່ນຍົນ, ເຄື່ອງດູດຝຸ່ນ, ກ້ອງວົງຈອນປິດ ຫລ້າສຸດລົດໄຟຟ້າໄດ້ກ້າວຂຶ້ນເປັນຜູ້ນໍາອັນດັບຕົ້ນໆໄປແລ້ວ ເຊິ່ງໃນອະນາຄົດ ບໍລິສັດແຊວມີ່ຈະນໍາເອົາເອໄອເຂົ້າໄປຜູກຕິດກັບອຸປະກອນທຸກໆຊະນິດຂອງແຊວມີ່, ນີ້ຄືຈະເປັນສູດສໍາຄັນຈະເຮັດໃຫ້ແຊວມີ່ຈະຊະນະໄປທົ່ວໂລກໄດ້ໂດຍບໍ່ຍາກເກີນໄປ; ບໍລິສັດໄຮເອີຈາກຊິງເຕົາ: ເປັນບໍລິສັດຜະລິດ ແລະ ຈໍາໜ່າຍເຄື່ອງໃຊ້ໄຟຟ້າ ເຊິ່ງ ມັນແຕກຕ່າງຈາກບໍລິສັດແຊວມີ່ຄື: ອຸປະກອນເຄື່ອງໃຊ້ເປັນຕູ້ເຢັນ, ເຄື່ອງຈັກຊັກຜ້າ, ເຄື່ອງປັບອາກາດ (ແອເຢັນ) ເຊິ່ງໃນອະນາຄົດເຄື່ອງເຫລົ່ານີ້ກໍຈະເຊື່ອມ ລະບົບເອໄອເຂົ້າກັນໄດ້ຢ່າງສົມບູນ; ບໍລິສັດລົດ(ດີບາຍດີ) ປັດຈຸບັນກາຍ ເປັນຜູ້ຜະລິດ ແລະ ສົ່ງອອກລົດໄຟຟ້າໃນແຖວໜ້າຂອງໂລກ ເຊິ່ງ ພວມຈະກາຍເປັນຜູ້ສົ່ງອອກລາຍໃຫຍ່ຂອງໂລກ ໃນນັ້ນອຸປະກອນຕ່າງໆກໍຈະເຊື່ອມ ເຂົ້າກັບລະບົບເອໄອເຊັ່ນກັນ. ນອກຈາກນັ້ນຍັງມີບໍລິສັດທີ່ມີຊື່ສຽງໂດ່ງດັງ ຂອງຈີນຈໍານວນຫລວງຫລາຍອີກບໍ່ວ່າຈະເປັນບໍລິສັດຜະລິດໂທລະສັບມືຖືໂອໂປ, ວີໂວ, ອອນເນີ; ບໍລິສັດຜະລິດແອເຢັນກຣີ ແລະ ອື່ນໆ.

2.(ອາເມລິກາ) ກໍ​ປະຕິເສດບໍ່ໄດ້ກ່ຽວກັບບໍລິສັດຍັກ ໃຫຍ່ໄຮເທັກເຊັ່ນ:ເລື່ອງຊອບແວທີ່ມີລັກສະນະພົ້ນເດັ່ນໂດຍສະເພາະມີແພດຟອມເຮັດໃຫ້ຄົນທົ່ວໂລກໄດ້ຮັບຄວາມນິຍົມເຊັ່ນກັນ ແລະ ສາມາດໃຊ້ບໍລິການດ້ວຍຄວາມສະດວກສະບາຍ ແລະ ງ່າຍຂຶ້ນເຊັ່ນ: ໂຊຊຽວເມເດຍ(ເຟສບຸກ, ອິນສະຕາແກຣມ, ວອດແອບ, ເອກສ…), ລະບົບຄລາວ, ວີດີໂອສະຕຣີມມີ້ງ, ລະບົບຄົ້ນຫາຂໍ້ມູນ, ລະບົບຈັດການບໍລິສັດ, ລະບົບຂໍ້ມູນຕັດສິນໃຈ, ລະບົບໄຊເບີກວດກາຄວາມປອດໄພ, ລະບົບອອກແບບກຣາບຟິກພາບນີ້ງ-ພາບເຄື່ອນໄຫວ. ບໍລິສັດເມຕາຈາກລັດແຄລິບຟໍເນຍ(ແພດຟອມໂຊຊຽວເມເດຍ)ໄດ້ໃຊ້ແພດຟອມຜູກຕິດກັບເອໄອຈະຊ່ວຍຄັດເລືອກເນື້ອໃນສາລະໜ້າຮູ້ ແລະ ໂຄສະນາໃຫ້ຖືກກັບເປົ້າ ໝາຍຫລາຍຂຶ້ນ;ບໍລິສັດໄມໂຄຊອບຈາກວໍຊິງຕັນເປັນເຄື່ອງມືສໍາລັບການເຮັດວຽກທີ່ທຸກຄົນໃຊ້ທົ່ວໂລຈະເຊື່ອມເຂົ້າລະບົບເອໄອດີຂຶ້ນ;ບໍລິສັດອາເມຊອນ(ບໍລິການເວບໄຊ),ບໍລິສັດຄຣາວສະຕຣາຍ(ຮັກສາຄວາມປອດໄພ),ບໍລິສັດເຊວຟອດ(ບໍລິຫານການຂາຍແລະການຕະຫລາດ)ລ້ວນແລ້ວຈະນໍາໃຊ້ເອໄອຜູກຕິດເຂົ້າກັບແພດຟອມເຫລົ່ານັ້ນໃນອະນາຄົດ. ແຕ່​ຖ້າຖາມວ່າອາເມລິກາມີຮາດແວບໍ? ອາດພໍມີໂດຍສະເພາະບໍລິສັດເອັນວີເດຍ(NVIDIA), ບໍລິສັດຄໍຄອມ (Qualcomm) ທີ່ຢູ່ໃນອຸດສາຫະກໍາສະໜອງອຸປະກອນຊິມມິຄອນດັກເຕີ. ຂະນະນີ້ ເຖິງແມ່ນວ່າຜູ້ໃຊ້ຊອບແວຂອງອາເມລິກາທົ່ວໂລກຮູ້ສຶກຮັບຮູ້ວ່າເຂົາເຈົ້າຍັງເປັນສ່ວນໜຶ່ງຂອງຄ້າຍຕາເວັນຕົກ ແຕ່ໃນໄລຍະຍາວອາດບໍ່ໄດ້ເປັນເຊັ່ນນັ້ນຍ້ອນ ວ່າຄວາມເປັນສັງຄົມນິຍົມແບບຈີນທີ່ມີນໍ້າໃຈຊ່ວຍເຫລືອ ແລະ ແບ່ງປັນຜົນປະໂຫຍດເຊິ່ງກັນແລະກັນຍັງຕິດພັນກັບວັດທະນະທໍາແບບຊາວອາຊີ ສະນັ້ນການພັດທະນາຊອບແວຈາກຈີນອາດຈະສ້າງຄວາມຕື່ນເຕັ້ນ ແລະ ເຮັດໃຫ້ຄົນຕ່າງຊາດຕ່າງສາສະໜາເຂົ້າເຖິງໄດ້ທົ່ວໂລກໃນອະນາຄົດ.

ໂດຍ: ສອດສ່ອງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version