ນັບແຕ່ເປີດໃຫ້ບໍລິການເປັນຕົ້ນມາ ທາງລົດໄຟລາວ-ຈີນໄດ້ກາຍເປັນຊ່ອງທາງຫຼັກໃນການສົ່ງອອກສິນຄ້າກະສິກໍາຂອງລາວ ໂດຍສະເພາະແມ່ນສິນຄ້າກະສິກຳປະເພດມັນຕົ້ນ. ປີ 2025 ຮອດວັນທີ 14 ພຶດສະພາ ນີ້ ພຽງ 4 ເດືອນກວ່າ ທາງລົດໄຟລາວ-ຈີນ ສາມາດຂົນສົ່ງມັນຕົ້ນໄດ້ທັງໝົດ 5,750 ຕູ້ຄອນເທັນເນີ ຫຼື ປະມານ 156,000 ໂຕນ ເພີ່ມຂຶ້ນ 43% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.
ເພື່ອເປັນການກະຕຸ້ນການສົ່ງອອກສິນຄ້າກະສິກໍາ ແລະ ປະກອບສ່ວນເຂົ້າໃນການສ້າງສາພັດທະນາເສດ ຖະກິດຂອງລາວ, ທີ່ຜ່ານມາ ທາງລົດໄຟລາວ-ຈີນໄດ້ໃຫ້ບຸລິມະສິດພິເສດໃນການຂົນສົ່ງສິນຄ້າກະສິກຳຂອງລາວ ໂດຍຖືຫຼັກການ “ໃຫ້ບຸລິມະສິດໃນການອະນຸມັດ ແລະ ໃຫ້ບຸລິມະສິດໃນການຂົນສົ່ງກ່ອນ”, ບໍ່ວ່າປະລິມານຈະໜ້ອຍ ຫຼື ຫຼາຍ ຂໍພຽງແຕ່ຜູ້ປະກອບການຮຽກຮ້ອງຕ້ອງການ, ທາງລົດໄຟລາວ-ຈີນ ແມ່ນສະໜັບສະໜູນຢ່າງເຕັມທີ່. ພ້ອມກັນນີ້, ຍັງໄດ້ປັບປຸງການຈັດຕັ້ງ ແລະ ເພີ່ມຈຳນວນຖ້ຽວລົດໄຟສຳລັບຂົນສົ່ງສິນຄ້າກະສິກຳ, ສົມ ທົບເຈົ້າໜ້າທີ່ດ່ານລາວ-ຈີນ ສ້າງກົນໄກປະສານງານເພື່ອຫຼຸດຂັ້ນຕອນ ແລະ ໄລຍະເວລາໃນການແຈ້ງພາສີ, ຮັບ ປະກັນໃຫ້ສິນຄ້າກະສິກຳຂອງລາວສາມາດສົ່ງອອກໄດ້ວ່ອງໄວ ແລະ ທັນເວລາ.
ທາງລົດໄຟລາວ-ຈີນໄດ້ກາຍເປັນເສັ້ນທາງຫຼັກທີ່ມີປະສິດທິພາບສູງ ໃນການສົ່ງອອກສິນຄ້າກະສິກໍາໄປຍັງ ສປ ຈີນ ຂອງ ສປປ ລາວ ແລະ ພາກພື້ນ ດ້ວຍທ່າແຮງທີ່ເປັນຊ່ອງທາງທີ່ປອດໄພ, ຄ່າຂົນສົ່ງຕໍ່າ, ໃຊ້ເວລາຂົນສົ່ງສັ້ນ ແລະ ສະດວກສະບາຍ ສາມາດຕອບສະໜອງຄວາມຕ້ອງການສົ່ງອອກຂອງຜູ້ປະກອບການ, ຊ່ວຍຊຸກຍູ້ການສົ່ງອອກສິນຄ້າປະສິກຳຂອງສປປ ລາວ. ສະເພາະປີ 2025 ມາຮອດວັນທີ 14 ພຶດສະພາ, ທາງລົດໄຟລາວ-ຈີນ ສາມາດຂົນສົ່ງສິນຄ້າກະສິກຳໄດ້ທັງໝົດ 172,410 ໂຕນ, ເພີ່ມຂຶ້ນ 40.18% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ປີ 2024 ທີ່ຜ່ານມາປະລິມານສິນຄ້າກະສິກໍາປະເພດໝາກໄມ້, ມັນຕົ້ນ, ຢາງພາ ລາ, ເຂົ້າ ແລະ ສິນຄ້າກະສິກຳອື່ນໆຂອງລາວ ທີ່ຂົນສົ່ງຜ່ານທາງລົດໄຟລາວ-ຈີນເຂົ້າສູ່ຕະຫຼາດໃນເມືອງໃຫຍ່ຂອງຈີນເຊັ່ນ: ເມືອງຄຸນມິງ, ເມືອງສົງຊິ້ງ, ເມືອງກວາງໂຈ ແລະ ເມືອງອື່ນໆ ເພີ່ມຂຶ້ນ 79% ເມື່ອທຽບໃສ່ປີ 2023, ເປັນການຊ່ວຍເບີກທາງ ແລະ ເປີດຕະຫຼາດສາກົນໃຫ້ຜະລິດຕະພັນກະສິກໍາຂອງລາວໄດ້ອີກບາດກ້າວໝຶ່ງ.
ຂ່າວ: ບໍລິສັດທາງລົດໄຟລາວ-ຈີນ