ວິທະຍຸສາກົນແຫ່ງ ສປ ຈີນ,ວັນທີ 13 ພຶດສະພານີ້, ທ່ານ ນາງ ເອັນໂກຊີ ໂອຄອນໂຈ ອີເວລາ ຜູ້ອຳນວຍການໃຫຍ່ ອົງການ ການຄ້າໂລກ (WTO) ໄດ້ກ່າວຢູ່ນະຄອນຫລວງ ໂຕກຽວ ຂອງຍີ່ປຸ່ນວ່າ: ມາດຕະການ ເພີ່ມພາສີຂອງ ສ.ອາເມລິກາເປັນໄພຂົ່ມຂູ່ ຕໍ່ການຄ້າ ທົ່ວໂລກ.ພາຍຫລັງ ທ່ານ ນາງ ເອັນໂກຊີ ໂອຄອນໂຈ ອີເວລາ ໄດ້ພົບປະກັບ ທ່ານ ອິຊິບະ ຊິເກຣູ, ນາຍົກລັດຖະມົນຕີຍີ່ປຸ່ນ ໃນວັນດຽວກັນ ໂດຍກ່າວວ່າ: ປັດຈຸບັນ, ຂົງເຂດການຄ້າ ພວມປະເຊີນກັບ ສະພາບ ທີ່ຮ້າຍແຮງ, ແຕ່ກໍມີໂອກາດຫລາຍ ແລະ ຄວນຖືສິ່ງນີ້ ເປັນໂອກາດ ທີ່ດີເພື່ອຮັບມືກັບ ສິ່ງທ້າຍທາຍ ອີງຕາມ ການລາຍງານຂ່າວ ຈາກສຳນັກຂ່າວ NHK ຍີ່ປຸ່ນໃຫ້ຮູ້ວ່າ: ທ່ານ ນາງ ເອັນໂກຊີ ໂອຄອນໂຈ ອີເວລາ ແລະ ທ່ານ ອິຊິບະ ຊິເກຣູ ມີຄວາມເຫັນ ເປັນເອກະພາບກັນວ່າ: ມີຄວາມຈຳເປັນ ຕ້ອງຮ່ວມກັນ ພະຍາຍາມ ຮັບມືກັບ ບັນຫາຕ່າງໆ ເຊິ່ງລວມທັງ ຂໍ້ບົກຜ່ອງ ຂອງກົນໄກ ແກ້ໄຂ ຄວາມຂັດແຍ້ງກັນ ຂອງ WTO ເພື່ອຟື້ນຟູ ກຳລັງ ເຕົ້າໂຮມຂອງ WTO.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ