ຂ່າວສານ Firat ເຊິ່ງເປັນສຳນັກຂ່າວສານ ທີ່ຂຶ້ນກັບພັກກຳມະກອນຊາວເຄີດ ເປີດເຜີຍໃຫ້ຮູ້ວ່າ: ພັກກຳມະກອນຊາວເຄີດ ຕົກລົງຍຸບພັກ ແລະ ຍຸດຕິການເຄື່ອນໄຫວປະກອບອາວຸດ ຫລັງຈາກຜູ້ແທນພັກ ເຂົ້າຮ່ວມກອງປະຊຸມໃຫຍ່ທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້. ໃນກອງປະຊຸມໃຫຍ່ຄະນະຜູ້ແທນພັກກຳມະກອນຊາວເຄີດ ສະໄໝທີ 12 ໄດ້ຕົກລົງຍຸບພັກ ແລະ ຍຸດຕິ “ການຕໍ່ສູ້ດ້ວຍກຳລັງອາວຸດ” ແລະການເຄື່ອນໄຫວທັງໝົດຂອງພັກດັ່ງກ່າວ. ພັກກຳມະກອນຊາວເຄີດ ສ້າງຕັ້ງຂຶ້ນໃນປີ 1979, ເພື່ອສະແຫວງຫາການສ້າງປະເທດເອກະລາດ ຢູ່ເຂດຊຸມຊົນຊາວເຄີດ ທີ່ຢູ່ລະຫວ່າງຊາຍແດນຂອງຕຸຣາເຄຍ, ອີຣັກ, ອີຣານ ແລະ ຊີຣີ ດ້ວຍກຳລັງອາວຸດ, ຖືກຕຸຣາເຄຍ ຈັດເຂົ້າໃນລາຍຊື່ກຸ່ມກໍ່ການຮ້າຍ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ