Home ຂ່າວການເມືອງ ປະທານ ໂຮ່ຈີມິ່ງ ດຳລົງຢູ່ໃນພາລະກິດປະຕິວັດຂອງພວກເຮົາຕະຫລອດກາລະນານ (ເນື່ອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ 19/5/1890-19/5/2025) ຊີວິດ ແລະ ພາລະກິດປະຕິວັດຂອງປະທານ...

ປະທານ ໂຮ່ຈີມິ່ງ ດຳລົງຢູ່ໃນພາລະກິດປະຕິວັດຂອງພວກເຮົາຕະຫລອດກາລະນານ (ເນື່ອງໃນໂອກາດວັນເກີດປະທານ ໂຮ່ຈີ່ມິງ ຄົບຮອບ 135 ປີ 19/5/1890-19/5/2025) ຊີວິດ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີ່ມິງ

0

ປະທານ ໂຮ່ຈີ່ມິງ ເກີດເມື່ອວັນທີ 19 ພຶດສະພາ 1890 ທີ່ບ້ານ ແຊັນ (ດອກ ບົວ), ຕາແສງກິມລຽນ, ເມືອງນາມດ່ານ, ແຂວງເງະ ອານ ໃນຄອບ ຄົວປັນຍາຊົນຜູ້ຮັກຊາດ, ເຕີບໃຫຍ່ຂຶ້ນທ່າມກາງສະພາບບ້ານ ເມືອງຫຍຸ້ງ ຍາກລຳບາກ ໂດຍໄດ້ເຫັນຂະບວນການເຄື່ອນໄຫວເພື່ອເອກະ ລາດຂອງປະ ຊາຊົນຫວຽດນາມໃນການຕໍ່ຕ້ານຈັກກກະພັດລ່າເມືອງຂຶ້ນ ເກ່ົ່າໃນຮູບ ແບບຕ່າງໆ ເຊັ່ນ: ຂະບວນການດົງຊູ ຂອງທ່ານ ຟານໂບ່ຍເຈົາ, ຂະບວນ ການ ຢຸຍເຕີນ (ປະຕິຮູບ) ຂອງທ່ານຟານຈູຈິ໋ນ ຫລື ການລຸກຮືຂຶ້ນ ຂອງ ຮ່ວາງຮວາຖ່າມ … ເຖິງຂະບວນການຕໍ່ຕ້ານຈະເກີດຂຶ້ນຕິດຕໍ່ກັນ ລ້ວນ ແຕ່ລົ້ມເຫລວເນື່ອງ ຈາກຍັງຂາດແນວທາງທີ່ຖືກຕ້ອງ, ໄດ້ເຫັນ ຄວາມ ໂຫດຮ້າຍປ່າເຖື່ອນ, ການກົດຂີ່ຂູດຮີດ ຂອງຈັກກະພັດລ່າເມືອງ ຂຶ້ນແບບ ເກົ່າທີ່ມີຕໍ່ປະຊາຊົນ, ເຫັນ ແລະ ໄດ້ຍິນເຖິງການເສຍສະລະເລືອດ ເນື້ອ ຂອງ ພໍ່ແມ່ປະຊາຊົນ. ດ້ວຍເຫດນີ້, ຫງວຽນຕ໊າດ ຖັ່ນ-ຫງວຽນອາຍ ກວັກ- ໂຮ່ຈີ່ ມິງ ຈຶ່ງໄດ້ຫລໍ່ຫລອມເຈດຕະນາລົມແນ່ວແນ່ທີ່ຈະອອກໄປ ຕ່າງປະເທດເພື່ອຊອກຫາເສັ້ນທາງ ໃນການປົດປ່ອຍປະເທດຊາດ. ວັນທີ 5 ມິຖຸນາ 1911, ທ່ານໄດ້ສະໝັກເປັນ ຜູ້ຊ່ວຍພໍ່ຄົວເທິງເຮືອ (Amiral Latouche Tréville) ທີ່ອອກຈາກທ່າເຮືອໄຊງ່ອນໄປຍັງເມືອງ ມາກເຊຍ (Marseille), ເລີ່ມຕົ້ນການເດີນທາງຕາມຫາເສັ້ນທາງປົດປ່ອຍຊາດ.

ຕະຫລອດໄລຍະເວລາກວ່າ 30 ປີ ທີ່ອາໄສ ແລະ ເຮັດວຽກຢູ່ຕ່າງປະເທດ, ຫງວຽນຕ໊າດຖັ່ນ ເຮັດວຽກຫລາກຫລາຍອາຊີບ, ມີສ່ວນຮ່ວມໃນຂະບວນ ການເຄື່ອນ ໄຫວປະຕິວັດຂອງປະຊາຊົນໃນຫລາຍປະເທດ. ຂະນະດຽວກັ ນກໍບໍ່ຢຸດຕໍ່ສູ້ເພື່ອເອກະລາດ ແລະ ເສລີພາບຂອງຊາດ. ວັນທີ 18 ມິຖຸນາ 1919, ພາຍໃຕ້ຊື່ “ຫງວຽນອາຍກວັກ”, ທ່ານໄດ້ຕາງໜ້າສະມາຄົມຊາວ ຫວຽດນາມຮັກຊາດໃນຝຣັ່ງ ສົ່ງ “ຂໍ້ຮຽກຮ້ອງຂອງປະຊາຊົນອັນນາມ” ໄປຍັງກອງປະຊຸມແວຣ໌ຊາຍ (Versailles), ຮຽກຮ້ອງໃຫ້ທຸກປະເທດ ຜູ້ເຂົ້າ ຮ່ວມປະຊຸມຍອມຮັບສິດໃນເສລີພາບ, ປະຊາທິປະໄຕ ແລະ ຄວາມສະເໝີ ພາບຂອງປະເທດຊາດຫວຽດນາມ. ໃນປີ 1920 ທ່ານໄດ້ເຂົ້າຮ່ວມສ້າງຕັ້ງ ພັກກອມມູນິດຝຣັ່ງ.

ປີ 1921, ເຂົ້າຮ່ວມສ້າງຕັ້ງສັນນິບາດຊົນຊາດຫົວເມືອງຂຶ້ນ; ປີ 1922, ອອກໜັງສືພິມ “Le Paria” (ຄົນທຸກຍາກ) ທີ່ຝຣັ່ງ. ປີ 1923, ໄດ້ຮັບເລືອກ ເປັນຄະນະກໍາມະການບໍລິຫານສາກົນຂອງຊາວນາ. ປີ 1924, ເຂົ້າຮ່ວມກອງ ປະຊຸມໃຫຍ່ຄັ້ງທີ 5 ຂອງອົງການກອມມູນິດສາກົນ ແລະ ໄດ້ຮັບແຕ່ງຕັ້ງ ເປັນກໍາມະການປະຈໍາກົມຕາເວັນອອກ, ຮັບຜິດຊອບໂດຍກົງຕໍ່ກົມອາຊີ ຕາເວັນອອກສຽງໃຕ້. ປີ 1925 ທ່ານຮ່ວມສ້າງຕັ້ງສະມາຄົມຊົນຊາດໃນອາຊີ ຜູ້ຖືກກົດຂີ່ ແລະ ຕີພິມໜັງສື “ຄໍາພິພາກສາລະບົບອານານິຄົມຝຣັ່ງ” ເພື່ອກະກຽມໃຫ້ການຈັດຕັ້ງພັກກອມມູນິດໃນຫວຽດນາມ, ໃນປີດຽວກັນ, ປະທານ ໂຮ່ຈີ່ມິງ ໄດ້ສ້າງຕັ້ງ “ສະມາຄົມຊາວໜຸ່ມປະຕິວັດຫວຽດນາມ” ທີ່ ເມືອງກວາງເຈົາ (ປະເທດຈີນ) ແລະ ຈັດຕັ້ງກຸ່ມກອມມູນິດ ເພື່ອຝຶກອົບ ຮົມພະນັກງານເພື່ອເປັນຜູ້ນໍາຂະບວນການ ແລະ ເຜີຍແຜ່ລັດທິມາກ-ເລ ນິນເຂົ້າສູ່ຫວຽດນາມ.

ໃນໄລຍະປີ 1928-1929 ທ່ານໄດ້ກັບມາເຮັດວຽກຢູ່ປະເທດໄທ ແລະ ລາວ. ປີ 1929 ພັກກອມມູນິດອິນດູຈີນ, ພັກກອມມູນິດອັນນາມ ແລະ ສະ ຫະພັນລັດກອມມູນິດອິນດູຈີນ ໄດ້ກຳເນີດຂຶ້ນທີ່ຫວຽດນາມ. ຕາມຄໍາມອ ບໝາຍຂອງກອມມູນິດສາກົນ. ວັນທີ 3 ກຸມພາ 1930 ຫງວຽນອາຍກວັກ ເປັນປະທານກອງປະຊຸມລວມ 3 ອົງການດັ່ງກ່າວ ແລະ ສ້າງຕັ້ງພັກກອມ ມູນິດຫວຽດນາມ. ຕັ້ງແຕ່ປີ 1930-1940 ທ່ານຍັງຄົງຕໍ່ສູ້ເພື່ອປົດປ່ອຍປະ ເທດຊາດຫວຽດນາມ ແລະ ຊົນຊາດຜູ້ຖືກກົດຂີ່ຂູດຮີດອື່ນໆ ພາຍໃຕ້ເງື່ອນ ໄຂທີ່ຫຍຸ້ງຍາກ, ຖືກຄຸມຂັງ, ກັກຂັງ ແລະ ຕົກຢູ່ໃນທ່າໂດດດ່ຽວໃນການ ເຄື່ອນໄຫວຂອງຕົນ.

ໃນປີ 1941 ປະທານ ໂຮ່ຈີ່ມິງ ໄດ້ກັບຄືນສູ່ ຫວຽດນາມ ແລະ ຈັດກອງ ປະຊຸມຄັ້ງທີ 8 ຂອງສູນກາງພັກກອມມູນິດອິນດູຈີນ ເພື່ອກໍານົດແນວທາງ ການຕໍ່ສູ້ປົດປ່ອຍປະເທດຊາດ, ຊີ້ນໍາການຈັດຕັ້ງແນວໂຮມເອກະລາດ ຫວຽດນາມ (ຫວຽດມິງ), ຈັດຕັ້ງກອງກໍາລັງປະກອບອາວຸດ, ສ້າງຖານທີ່ ໝັ້ນຂອງການປະຕິວັດ ແລະ ນໍາພາປະຊາຊົນລຸກຮືຂຶ້ນທັງຂະໜາດນ້ອຍ ແລະ ໃຫຍ່ ເພື່ອຢຶດອໍານາດທົ່ວປະເທດ. ການປະຕິວັດເດືອນສິງຫາ ປີ 1945 ປະສົບຄວາມສໍາເລັດ. ວັນທີ 2 ກັນຍາ ປີ 1945 ທີ່ຈະຕຸລັດບາດິງ, ທ່ານໄດ້ກ່າວປະກາດເອກະລາດ, ປະກາດສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ຈັດການເລືອກຕັ້ງທົ່ວປະເທດ, ເລືອກສະພາ ແຫ່ງຊາດ ແລະ ຜ່ານລັດຖະທໍາມະນູນປະຊາທິປະໄຕສະບັບທໍາອິດ ຂອງ ຫວຽດນາມ. ໃນສະພາແຫ່ງຊາດຊຸດທໍາອິດ (ປີ 1946), ເພິ່ນໄດ້ຖືກເລືອກ ຕັ້ງເປັນປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.

ພາຍໃຕ້ການນໍາພາຂອງສູນກາງພັກ ແລະ ປະທານ ໂຮ່ຈີ່ມິງ, ພັກ, ປະຊາຊົນ ແລະ ກອງທັບຫວຽດນາມທົ່ວປະເທດໄດ້ທໍາລາຍແຜນການຮຸກ ຮານຂອງກອງກໍາລັງພວກສັດຕູ ແລະ ພວກປະຕິການ ເພື່ອປົກປ້ອງ ແລະ ຮັກສາອໍານາດປະຕິວັດໄວ້ໄດ້ຢ່າງໝັ້ນຄົງ. ທີ່ກອງປະຊຸມໃຫຍ່ພັກ ຄັ້ງ ທີ 2 (ປີ 1951), ທ່ານໄດ້ຮັບເລືອກຕັ້ງເປັນປະທານສູນກາງພັກ. ພາຍໃຕ້ ການນໍາຂອງພັກ ແລະ ປະທານ ໂຮ່ຈີ່ມິງ, ການຕໍ່ສູ້ຕ້ານການຮຸກຮານ ຂອງ ຈັກກະພັດລ່າເມືອງຂຶ້ນແບບເກົ່າ ຂອງປະຊາຊົນຫວຽດນາມ ໄດ້ຮັບໄຊຊະ ນະອັນສະຫງ່າຜ່າເຜີຍ ໂດຍຈຸດສູງສຸດກໍ່ຄືໄຊຊະນະປະຫວັດສາດ ທີ່ດຽນ ບຽນຟູ ເຊິ່ງ “ດັງກ້ອງໄປທົ່ວຫ້າທະວີບ, ສະເທືອນໄປທົ່ວໂລກ” (ປີ 1954). ພາກເໜືອໄດ້ຮັບການປົດປ່ອຍຢ່າງສົມບູນ, ສູນກາງພັກ ແລະ ປະທານ ໂຮ່ຈີ່ມິງ ຍັງສືບຕໍ່ນໍາພາປະຊາຊົນຫວຽດນາມດໍາເນີນສອງພາລະກິດຍຸດທະສາດຂອງການປະຕິວັດຄື: ການສ້າງສັງຄົມນິຍົມໃນພາກເໜືອ ແລະ ຕໍ່ສູ້ ເພື່ອປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ, ເຮັດໃຫ້ ການປະຕິວັດ ປະຊາທິປະໄຕຂອງປະເທດຊາດຫວຽດນາມສໍາເລັດໃນທົ່ວ ປະເທດ.

ກອງປະຊຸມໃຫຍ່ພັກຄັ້ງທີ 3 (ປີ 1960) ໄດ້ຕົກລົງເລືອກເອົາປະທານ ໂຮ່ຈີ່ມິງ ເປັນປະທານສູນກາງພັກແຮງງານຫວຽດນາມອີກວາລະໜຶ່ງ. ສະ ພາແຫ່ງຊາດຊຸດທີ 2 ແລະ 3 ກໍ່ໄດ້ເລືອກຕັ້ງທ່ານເປັນປະທານປະເທດ ສາ ທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຮ່ວມກັບສູນກາງພັກ, ປະທານ ໂຮ່ຈີ່ມິງ ໄດ້ເປັນຜູ້ນໍາໃນພາລະກິດສ້າງສັງຄົມນິຍົມໃນພາກເໜືອ ແລະ ກໍານົດ ແນວທາງທີ່ຖືກຕ້ອງສໍາລັບການຕໍ່ຕ້ານສົງຄາມຮຸກຮານຂອງຈັກກະພັດຕ່າງດ້າວໄປຈົນເຖິງໄຊຊະນະສຸດທ້າຍ; ວາງຮາກຖານ ແລະ ເພີ່ມພູນ ຄູນສ້າງສາຍພົວພັນສາມັກຄີລະຫວ່າງ ຫວຽດນາມກັບ ບັນດາປະເທດໃນ ທົ່ວໂລກ, ລະຫວ່າງພັກກອມມູນິດຫວຽດນາມກັບພັກ ກອມມູນິດອື່ນໆ ແລະ ຂະບວນການກໍາມະກອນສາກົນຕ່າງໆ.

ວັນທີ 2 ກັນຍາ ປີ 1969, ປະທານ ໂຮ່ຈີ່ມິງ ໄດ້ເຖິງແກ່ມໍລະນະກໍາ ເຊິ່ງ ເປັນການສູນເສຍຢ່າງໃຫຍ່ຫລວງຂອງປະເທດຊາດ. ພິໄນກໍາຂອງປະທານ ໂຮ່ຈີ່ມິງໄດ້ມີໄວ້ ໄດ້ກາຍເປັນສິ່ງອັນລໍ້າຄ່າໃນປະຫວັດສາດ, ສະທ້ອນສັດຈະ ທໍາແຫ່ງແນວຄິດ, ຈັນຍາບັນ ແລະ ຈິດວິນຍານອັນສູງສົ່ງຂອງຜູ້ນໍາຜູ້ຍິ່ງ ໃຫຍ່ທີ່ອຸທິດທັງຊີວິດໃຫ້ແກ່ປິຕຸພູມ ແລະ ມະນຸດຊາດ, ປະຊາຊົນ ແລະ ນັກ ຮົບທົ່ວປະເທດຫວຽດນາມລ້ວນແຕ່ໂສກເສົ້າອາໄລເຖິງຜູ້ເປັນພໍ່ໃຫຍ່ຂອງປະຊາຊົນທົ່ວປະເທດ. ການຈາກໄປຂອງເພິ່ນຍັງຄົງໄວ້ຄວາມຮັກອັນລົ້ນ ເຫລືອແກ່ທັງພັກ ແລະ ປະຊາຊົນຫວຽດນາມທົ່ວຊາດ ແລະ ສາຍພົວພັນ ອັນແໜ້ນແຟ້ນກັບປະຊາຊົນຜູ້ຮັກຄວາມກ້າວໜ້າທົ່ວໂລກ.

ປະທານ ໂຮ່ຈີ່ມິງ ໄດ້ອຸທິດທັງຊີວິດຂອງຕົນໃຫ້ແກ່ພາ ລະກິດປະຕິວັດ ຂອງພັກເຮົາ, ຊາດເຮົາ, ປະຊາຊົນເຮົາ, ແລະ ເພື່ອສັນຕິພາບ ແລະ ຄວາມ ກ້າວໜ້າທາງສັງຄົມຂອງໂລກ. ທ່ານໄດ້ຜ່ານຊີວິດທີ່ຍິ່ງໃຫຍ່ ດ້ວຍຄວາມ ເສຍສະລະ ແລະ ເຕັມໄປດ້ວຍຄວາມລະກຳລໍາບາກ ແຕ່ສູງສົ່ງ, ມີຄວາມ ບໍລິສຸດຜຸດຜ່ອງ ແລະ ສະຫງ່າງາມທີ່ສຸດ. ຊີວິດ ແລະ ພາລະກິດປະຕິວັດ ອັນຍິ່ງໃຫຍ່ຂອງປະທານ ໂຮ່ຈີ່ມິງ ຈະເປັນແບບຢ່າງອັນເຫລື່ອມໃສ ໃຫ້ ແກ່ປະຊາຊົນຫວຽດນາມຮຸ່ນຫລັງໄດ້ສຶກສາ ແລະ ຢຶດຖືປະຕິບັດຕາມ.

ຊື່ສຽງ ແລະ ພາລະກິດປະຕິວັດຂອງປະທານ ໂຮ່ຈີ່ມິງ ຈະຄົງຢູ່ຕະຫລອດ ໄປກັບຜືນແຜ່ນດິນຫວຽດນາມ ແລະ ຈະຍັງຄົງມີຢູ່ໃນຫົວໃຈຂອງພວກ ເຮົາທຸກຄົນຕະຫລອດໄປ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version