ວິທະຍຸສາກົນແຫ່ງ ສປ ຈີນ, ແຫລ່ງຂ່າວຈາກເຈົ້າໜ້າທີ່ຕໍາຫລວດອິນໂດເນເຊຍ ແຈ້ງໃຫ້ຮູ້ວ່າ: ວັນທີ 11 ພຶດສະພານີ້, ເຮືອທ່ອງທ່ຽວທີ່ໄດ້ບັນທຸກຜູ້ໂດຍສານ 104 ຄົນ ລໍາໜຶ່ງໄດ້ເກີດອຸບັດເຫດຫລົ້ມຢູ່ເຂດທະເລໃກ້ແຂວງເບງກູລູ ຂອງອິນໂດເນເຊຍ, ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ, ສໍາລັບ ຜູ້ໂດຍສານອື່ນໆ ໄດ້ຮັບການຊ່ວຍເຫລືອຢ່າງປອດໄພແລ້ວ. ອີງຕາມຜົນການສືບສວນໃນເບື້ອງຕົ້ນ ໃຫ້ເຫັນວ່າ: ສາເຫດການເກີດອຸບັດເຫດເຮືອຫລົ້ມເທື່ອນີ້ ເປັນຍ້ອນເຄື່ອງຈັກຢຸດດໍາເນີນງານ ຢ່າງກະທັນຫັນ, ເຮັດໃຫ້ເຮືອລໍາດັ່ງກ່າວເສຍແຮງຂັບເຄື່ອນແລ້ວຖືກຟອງນໍ້າຊັດເຮືອ ຈຶ່ງເຮັດໃຫ້ເກີດອຸບັດເຫດເຮືອຫລົ້ມ.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ