Home ຂ່າວພາຍໃນ ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ ຢ່າງສົມກຽດ

ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ກັບຄືນປະເທດ ຢ່າງສົມກຽດ

0

ວັນທີ 7 ພຶດສະພາ 2025 ນີ້, ຄະນະປະຕິບັດງານພິເສດແຂວງຈໍາປາສັກ ໄດ້ຈັດພິທີ ມອບ-ສົ່ງ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ສົກປີ 2024-2025 ກັບຄືນປະເທດ. ເຊິ່ງພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງຈໍາປາສັກ, ຝ່າຍລາວ ນຳໂດຍ ສະຫາຍ ພົນຈັດຕະວາ ວັນລະວົງ ນັນທະວົງ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ, ຫົວໜ້າກອງເລຂາຄະນະປະຕິບັດງານພິເສດ ແຫ່ງ ສ ປປ ລາວ, ມີສະຫາຍ ໂສມ ບຸດຕະກຸນ ຮອງເຈົ້າແຂວງຈໍາປາສັກ, ຫົວໜ້າຄະນະປະຕິບັດງານພິເສດ ແຂວງຈໍາປາສັກ, ຝ່າຍຫວຽດນາມ ມີສະຫາຍ ນາງ ອີ ງັອກ ຮອງເຈົ້າແຂວງ, ຫົວໜ້າຄະນະສະເພາະກິດແຂວງກອນຕູມ, ສະຫາຍ ນາງ ຕະເຟືອງຢູງ ກົງສູນໃຫຍ່ຫວຽດນາມ ປະຈຳພາກໃຕ້ລາວ, ມີຄະນະສະເພາະກິດທັງສອງຝ່າຍເຂົ້າຮ່ວມ.

ສະຫາຍ ໂສມ ບຸດຕະກຸນ ໄດ້ຕາງໜ້າໃຫ້ຄະນະຂຶ້ນກ່າວ ມອບອັດຖິ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ລະດູແລ້ງ ສົກປີ 2024-2025 ວ່າ: ໂດຍປະຕິບັດຕາມບົດບັນທຶກເຮັດວຽກຄັ້ງທີ 29 ລະຫວ່າງ ຄະນະປະຕິບັດງານພິເສດ ແຫ່ງ ສປປ ລາວ ກັບ ຄະນະປະຕິບັດງານພິເສດ ສສ ຫວຽດນາມ ວ່າດ້ວຍການສືບຕໍ່ຊອກຫາ ທ້ອນໂຮມ, ຂຸດຄົ້ນ, ເຄື່ອນຍ້າຍອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວກັບຄືນປະເທດ ແລະ ປະຕິບັດຕາມບົດບັນທຶກການເຮັດວຽກຮ່ວມກັນ ລະຫວ່າງ ຄະນະປະຕິບັດງານພິເສດ ແຂວງຈຳປາສັກ, ເຊກອງ, ອັດຕະປື ສ ປປ ລາວ ກັບ ຄະນະສະເພາະກິດ ແຂວງກອມຕູມ ສສ ຫວຽດນາມ ປະຈຳສົກປີ 2024-2025, ໂດຍປະຕິບັດຕາມແນວທາງຂອງ ສອງພັກ, ສອງລັດ, ສອງກອງທັບ ລາວ-ຫວຽດນາມ, ຫວຽດນາມ-ລາວ ກໍຄື ຄະນະປະຕິບັດງານພິເສດ 3 ແຂວງ ພາກໃຕ້ລາວ ກັບ ຄະນະສະເພາະກິດແຂວງກອນຕູມ ຈຶ່ງໄດ້ຮ່ວມມືປະສານສົມທົບ ແລະ ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກ ໃຫ້ແກ່ກອງກາ 53 ໃນການຊອກຫາແຫຼ່ງຂໍ້ມູນ, ສຳຫຼວດ, ຂຸດຄົ້ນ, ຈັດສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດປາງສົງຄາມຢູ່ລາວ ກັບຄືນປະເທດ,ຜ່ານການຊອກຫາ ແລະ ຂຸດຄົ້ນອັດຖິ ໃນໄລຍະຜ່ານມາ ສາມາດຂຸດຄົ້ນໄດ້ 16 ອັດຖິ. ໃນນີ້, ຢູ່ແຂວງອັດຕະປືຂຸດຄົ້ນໄດ້ 12 ອັດຖິ, ແຂວງຈໍາປາສັກ ຂຸດຄົ້ນໄດ້ 4 ອັດຖິ.

ສະຫາຍ ນາງ ອີ ງັອກ ໄດ້ຕາງໜ້າຄະນະຂຶ້ນກ່າວຮັບ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ແລະ ໄດ້ກ່າວສະແດງຄວາມຂອບໃຈ ທີ່ຄະນະປະຕິບັດງານພິເສດ 3 ແຂວງພາກໃຕ້ລາວ ກໍຄືຄະນະພັກ, ອົງການປົກຄອງແຂວງ ແລະ ປະຊາຊົນ 3 ແຂວງພາກໃຕ້ລາວ ທີ່ໄດ້ໃຫ້ການຮ່ວມມື, ອຸ້ມຊູຊ່ວຍເຫຼືອ, ອຳນວຍຄວາມສະດວກທຸກຢ່າງ ຈົນສາມາດເຮັດໃຫ້ການຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິ ຢູ່ 3 ແຂວງພາກໃຕ້ລາວ ສຳເລັດຕາມແຜນການທີ່ໄດ້ວາງໄວ້.

ໂອກາດນີ້, ທັງສອງຝ່າຍໄດ້ເຊັນບົດບັນທຶກມອບ-ສົ່ງອັດຖິ ລະຫວ່າງ ສະຫາຍ ໂສມ ບຸດຕະກຸນ ຫົວໜ້າຄະນະປະຕິບັດງານພິເສດແຂວງຈໍາປາສັກ ແລະ ສະຫາຍ ນາງ ອີ ງັອກ ຫົວໜ້າຄະນະສະເພາະກິດ ແຂວງກອມຕູມ ຢ່າງເປັນທາງການ, ພ້ອມທັງໄດ້ນໍາສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວກັບຄືນປະເທດຢ່າງສົມກຽດ.

ຂ່າວ: ດາວົງ ບຸດຕະວົງ, ພາບ: ດາວົງ ບຸດຕະວົງ + ນາງ ສີລິຄານ ສີດາວົງ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version