Home ຂ່າວໜ້າໜຶ່ງ ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

ເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ

0

ກອງປະຊຸມເຜີຍແຜ່ແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສຳລັບປີ 2025-2035 ຈັດຂຶ້ນໃນວັນທີ 7 ພຶດສະພາ 2025 ຢູ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ນາງ ສວນສະຫວັນ ວິຍະເກດລັດຖະມົນຕີກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາການນໍາຈາກກະຊວງທີ່ກ່ຽວຂ້ອງ, ສະພາແຫ່ງຊາດ, ສໍານັກງານນາຍົກລັດຖະມົນຕີ, ອົງການປົກຄອງແຂວງວຽງຈັນ, ພາກທຸລະກິດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ກ່າວວ່າ: ວຽກງານການທ່ອງທ່ຽວ ຖືເປັນວຽກງານໜຶ່ງທີ່ລັດຖະບານ ໃຫ້ຄວາມສໍາຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ຊຶ່ງພັກ-ລັດ ກໍານົດເອົາຂະແໜງທ່ອງທ່ຽວເປັນໜຶ່ງໃນຂະແໜງການເສດຖະກິດປາຍແຫລມ ໂດຍຊຸກຍູ້ໃຫ້ມີການຂຸດຄົ້ນບັນດາທ່າແຮງບົ່ມຊ້ອນດ້ານການທ່ອງທ່ຽວ ເພື່ອສ້າງໂອກາດໃນການພັດທະນາ ແລະ ຊຸກຍູ້ເສດຖະກິດຂອງປະເທດໃຫ້ມີການຂະຫຍາຍຕົວ ຊຶ່ງເມືອງວັງວຽງ ແຂວງວຽງຈັນ ແມ່ນຈຸດໝາຍປາຍທາງການທ່ອງທ່ຽວຫລັກ ຂອງ ສປປ ລາວ ຫລື Tourism Landmark, ເປັນເມືອງໜຶ່ງທີ່ມີຊື່ສຽງທີ່ໂດ່ງດັງ ແລະ ເປັນທີ່ຮູ້ຈັກຢ່າງກວ້າງຂວາງ ຂອງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ ຍ້ອນມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນທາງທໍາມະຊາດ, ມີຈຸດເດັ່ນໃນການດຶງດູດ ນັກທ່ອງທ່ຽວ ທີ່ປະກອບດ້ວຍ ສາຍນໍ້າຊອງທີ່ໃສເຢັນໄຫລຜ່ານ, ມີພູຜາຢັ່ງຢາຍຢ່າງສວຍສົດງົດງາມ, ປະຊາຊົນທ້ອງຖິ່ນມີນໍ້າໃຈໄມຕີຈິດ, ຍິ້ມແຍ້ມແຈ່ມໃສ, ມີເອກະລັກດ້ານຊີວິດການເປັນຢູ່, ມີກິດຈະກໍາທ່ອງທ່ຽວທາງທໍາມະຊາດຫລາຍຮູບແບບ ໂດຍສະເພາະແມ່ນທ່ຽວຊົມທັດສະນີຍະພາບ, ສໍາຜັດທໍາມະຊາດທີ່ອຸດົມສົມບູນ, ລ່ອງເຮືອ, ກິດຈະກໍາການທ່ອງທ່ຽວປະຈົນໄພ ແລະ ກິດຈະກໍາອື່ນໆ.

ສະນັ້ນ, ໂດຍເຫັນໄດ້ຄວາມສໍາຄັນຂອງບັນຫາທີ່ໄດ້ກ່າວມານັ້ນ ແລະ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາ ແລະ ຄຸ້ມຄອງການທ່ອງທ່ຽວຂອງເມືອງວັງວຽງ, ໃນໄລຍະທີ່ຜ່ານມາ ກະຊວງ ຖວທ ກໍໄດ້ຊ່ວຍສ້າງແຜນແມ່ບົດຄຸ້ມຄອງຕົວເມືອງທ່ອງທ່ຽວວັງວຽງ ສະບັບປີ 2010-2020 ໂດຍໄດ້ຮັບການສະໜັບສະໜູນທາງດ້ານງົບປະມານຈາກທະນາຄານພັດທະນາອາຊີ ຊຶ່ງແມ່ນບໍລິສັດ ເຮັນເຊັນ ປະເທດອົດສະຕຣາລີ ເປັນຜູ້ຊ່ວຍໃນການຂຽນແຜນ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍແຜນສະບັບເກົ່າ ຍັງບໍ່ທັນສາມາດປະຕິບັດໄດ້ດີເທົ່າທີ່ຄວນ. ດັ່ງນັ້ນ, ມາຮອດປີ 2021 ໂດຍອີງໃສ່ທິດຊີ້ນໍາຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ທີ່ມອບໃຫ້ກະຊວງ ຖວທ ເປັນເຈົ້າການໃນການປະສານກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອປັບປຸງແຜນດັ່ງກ່າວຄືນໃໝ່ ຈຶ່ງເປັນທີ່ມາຂອງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງເຂດການທ່ອງທ່ຽວລະດັບຊາດ ເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ສໍາລັບປີ 2025-2035 ທີ່ລັດຖະບານໄດ້ອອກຂໍ້ຕົກລົງຮັບຮອງເປັນທີ່ຮຽບຮ້ອຍ, ສະບັບເລກທີ 08/ນຍ ລົງວັນທີ 10 ມັງກອນ 2025.

ການປັບປຸງແຜນແມ່ບົດໃນຄັ້ງນີ້, ຖືວ່າເປັນບາດກ້າວທີ່ສໍາຄັນໃນການວາງແຜນຜັງເມືອງ ແລະ ການຄຸ້ມຄອງການທ່ອງທ່ຽວ ຢູ່ເມືອງວັງວຽງ ໃນສະພາບການໃໝ່ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ແຜນດັ່ງກ່າວຈະເປັນຕົວກໍານົດທິດທາງທີ່ຈໍາເປັນໃນການວາງແຜນ ແລະ ການພັດທະນາການທ່ອງທ່ຽວ, ຮັບປະກັນການປົກປັກຮັກສາທິວທັດທໍາມະຊາດ ແລະ ວັດທະນະທໍາໃນຂອບເຂດຂອງຕົວເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໃຫ້ມີຄວາມຍືນຍົງ ແລະ ມີຄວາມເປັນລະບຽບຮຽບຮ້ອຍ., ອີກສິ່ງໜຶ່ງທີ່ສໍາຄັນຂອງແຜນແມ່ບົດສະບັບປີ 2025-2035 ແມ່ນການປະສົມປະສານ ແລະ ເຊື່ອມໂຍງກັນລະຫວ່າງການວາງແຜນຜັງເມືອງ ແລະ ການວາງແຜນພັດທະນາການທ່ອງທ່ຽວໃຫ້ມີຄວາມກົມກຽວກັນ ເຊິ່ງກວມເອົາຂອບເຂດພື້ນທີ່ບໍລິເວນຕົວເມືອງວັງວຽງ ແລະ ບໍລິເວນອ້ອມຮອບ ໂດຍມີການຄໍານຶງເຖິງຄວາມອາດສາມາດໃນການຂະຫຍາຍຕົວ ຂອງຕົວເມືອງວັງວຽງໃນອະນາຄົດ.

ຂ່າວ: ວິນນາລີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version