Home ຂ່າວຕ່າງປະເທດ ທະນາຄານກາງຈີນ ຫລຸດຜ່ອນນະໂຍບາຍການເງິນກະຕຸ້ນເສດຖະກິດ

ທະນາຄານກາງຈີນ ຫລຸດຜ່ອນນະໂຍບາຍການເງິນກະຕຸ້ນເສດຖະກິດ

0

ສຳນັກຂ່າວເອເອຟພີ, ວັນທີ 7 ພຶດສະພານີ້ ທ່ານ ພານກົງຊີ່ງ, ປະທານທະນາຄານປະຊາຊົນຈີນ ກ່າວວ່າ: ສປ ຈີນ ຈະປັບຫລຸດອັດຕາດອກເບ້ຍຫລັກ ແລະ ປັບຫລຸດເງິນຂັ້ນຕ່ຳ ທີ່ທະນາຄານສຳຮອງໄວ້ລົງ 0,5% ເພື່ອກະຕຸ້ນການປ່ອຍສິນເຊື່ອ. ນອກຈາກນີ້ທະນາຄານຍັງໄດ້ປັບຫລຸດອັດຕາດອກເບ້ຍ ໄລຍະສັ້ນ 7 ວັນ ລົງຈາກ 1,5% ມາເປັນ1,4%. ສຳລັບສິນເຊື່ອເຮືອນຄັ້ງທຳອິດ ໄລຍະຍາວ 5 ປີ ປັບຫລຸດລົງ ຈາກ 2,85% ມາເປັນ 2,6% ເພື່ອກະຕຸ້ນ ເສດຖະກິດ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version