ວິທະຍຸໂທລະພາບສູນກາງຈີນ CMG ໄດ້ລາຍງານວ່າ: ວັນທີ 4 ພຶດສະພາ 2025 ເປັນວັນຊາວໜຸ່ມຈີນ ຄົບຮອບ 76 ປີ.
ການໃຫ້ຄວາມສຳຄັນຕໍ່ຊາວໜຸ່ມ, ການບຳລຸງສ້າງຊາວໜຸ່ມ, ການຮັກແພງຊາວໜຸ່ມ ແລະຝາກຄວາມຫວັງໄວ້ນຳຊາວໜຸ່ມ ແມ່ນໄດ້ສອດຫ້ອຍເຂົ້າໃນທັດສະນະຂອງທ່ານ ສີຈິ້ນຜິງ ປະທານປະເທດຈີນ ຢ່າງສະເໝີຕົ້ນສະເໝີປາຍ. ເພິ່ນກ່າວວ່າ: “ກ່ອນ ແລະ ຫລັງວັນທີ 4 ພຶດສະພາແຕ່ລະປີ, ໄລຍະເວລານີ້ຂ້າພະເຈົ້າ ແມ່ນໃຫ້ໄວ້ສະເພາະກັບຊາວໜຸ່ມ. ” ການສູ້ຊົນ ຄືສີສັນພື້ນຖານອັນໜັກແໜ້ນທີ່ສຸດຂອງໄວໜຸ່ມ.
ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການສູ້ຊົນ ຢ່າງກະຕືລືລົ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ດຳເນີນການບາກບັ່ນສູ້ຊົນ ຢ່າງໜຽວແໜ້ນເທົ່ານັ້ນ, ມີພຽງແຕ່ຊີວິດໄວໜຸ່ມທີ່ໄດ້ປະກອບສ່ວນເພື່ອປະຊາຊົນເທົ່ານັ້ນ ຈຶ່ງຈະສາມາດສ້າງຄວາມຊົງຈຳແຫ່ງໄວໜຸ່ມທີ່ມີຄຸນຄ່າເຕັມປ່ຽມ, ອົບອຸ່ນ, ຍືນຍົງ ແລະບໍ່ກິນແໜງ.”
ທ່ານ ສີຈິ້ນຜິງ ໃນໄວໜຸ່ມເຄີຍເປັນພະນັກງານລົງພື້ນຖານຢູ່ບ້ານຈ້າວເຈ່ຍເຫີ ແລະ ເຄີຍເປັນເລຂາໜ່ວຍພັກບ້ານຫລຽງເຈ່ຍເຫີ ເມືອງຢຽນຊ່ວນ ແຂວງສ້ານຊີ່, ເພິ່ນເວົ້າຢ່າງກົງໄປກົງມາ ວ່າ: “ຊີວິດອັນຫຍຸ້ງຍາກລຳບາກຕະຫລອດໄລຍະລົງພື້ນຖານຢູ່ຊົນນະບົດ ເປັນເວລາ 7 ປີ ເຮັດໃຫ້ຂ້າພະເຈົ້າ ໄດ້ຮັບການຝຶກຝົນ ຫລໍ່ຫລອມຢ່າງຫລວງຫລາຍ.”
ປີ 1973, ທ່ານ ສີຈິ້ນຜິງ ທີ່ມີອາຍຸ 20 ປີ ໄດ້ຖືກແຕ່ງຕັ້ງໄປລົງພື້ນຖານຢູ່ບ້ານຈ້າວເຈ່ຍເຫີ. ຕອນກາງເວັນ, ເພິ່ນເປັນພະນັກງານການນຳທີ່ໂຄສະນາເຜີຍແຜ່ເນື້ອໃຈຈິດໃຈເອກະສານການເມືອງ, ນຳໜ້າພັດທະນາການຜະລິດ ແລະຍັງເປັນແຮງງານໜຸ່ມແໜ້ນເຂັ້ມແຂງທີ່ສ້າງເຂື່ອນກັ້ນດິນເພື່ອປູກຕົ້ນໄມ້; ຕອນກາງຄືນ, ເພິ່ນເປັນຄູອາຈານຢູ່ໂຮງຮຽນປະຊາສຶກສາເພື່ອຮັບຜິດຊອບສອນຊາວບ້ານຂຽນຊື່ຂອງຕົນພາຍໃຕ້ແສງຕະກຽງ.

ຢູ່ບ້ານຫລຽງເຈ່ຍເຫີ, ເມື່ອຜະເຊີນໜ້າກັບຄວາມຫຍຸ້ງຍາກດ້ານນ້ຳດື່ມ, ທ່ານ ສີຈິ້ນຜິງ ໄດ້ນຳພາຊາວບ້ານຂຸດນ້ຳສ້າງ; ຊາວບ້ານຂາດເຄື່ອງມືອອກແຮງງານເຊັ່ນ: ກ່ຽວ, ຈົກ, ຊວ້ານ ແລະອື່ນໆ, ເພິ່ນກໍນຳພາຊາວບ້ານສ້າງສະຫະກອນຕີເຫລັກ; ເມື່ອເນື້ອທີ່ດິນປູກຝັງບໍ່ພຽງພໍ, ເພິ່ນກໍໄດ້ນຳພາຊາວບ້ານສ້າງເຄື່ອນກັ້ນດິນເພື່ອບຸກເບີກເນື້ອທີ່ດິນປູກຝັງ; ນອກນີ້, ຍັງໄດ້ສ້າງຕັ້ງສະຫະກອນຕັດຫຍິບ, ຫ້ອງໂມ້, ຮ້ານຄ້າຕົວແທນຈຳໜ່າຍ ແລະອື່ນໆ.
ຊາວບ້ານຫລຽງເຈ່ຍເຫີ ໄດ້ຫວນຄືນຫລັງວ່າ: “ຈິ້ນຜິງ ບໍ່ໄດ້ເຮັດແບບລັດທິຮູບການ, ຫາກແມ່ນມຸ່ງໝັ້ນເຮັດໃນສິ່ງທີ່ສຳຄັນຍິ່ງ, ເຮັດໃນສິ່ງທີ່ມີຜົນປະໂຫຍດຕົວຈິງໃຫ້ແກ່ປະຊາຊົນ.” ຕາມທ່ານ ສີຈິ້ນຜິງ ເຫັນວ່າ: “ສູ້ຊົນຮ່ວມກັນກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະມີຄວາມສະຫງ່າລາສີ, ກ້າວໄປຂ້າງໜ້າພ້ອມກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະສະຫງ່າຜ່າເຜີຍ, ມີຄວາມຝັນຮ່ວມກັບປະຊາຊົນ, ຊີວິດໄວໜຸ່ມຈຶ່ງຈະບໍ່ມີຄວາມກິນແໜງ.”
ທ່ານ ສີຈິ້ນຜິງ ເຄີຍກ່າວວ່າ: “ໄວໜຸ່ມຄືກຸ່ມຄົນທີ່ມີຊີວິດຊີວາທີ່ສຸດ, ມີຄວາມປະດິດສ້າງຫລາຍທີ່ສຸດໃນສັງຄົມ, ສົມຄວນກ້າວເດີນຢູ່ແຖວໜ້າແຫ່ງການປະດິດສ້າງ” ຊາວໜຸ່ມເປັນຜູ້ທີ່ມີການພັດທະນາໃໝ່ຢ່າງບໍ່ຢຸດຢັ້ງ, ມີຄວາມກະຕືລືລົ້ນຫລາຍທີ່ສຸດໃນດ້ານການປະດິດສ້າງ ແລະມີແຮງຂັບເຄື່ອນຫຼາຍທີ່ສຸດໃນການປະດິດສ້າງ.
ວັນທີ 4 ພຶດສະພາ 2013 ເຊິ່ງເປັນວັນຊາວໜຸ່ມຈີນ, ທ່ານ ສີຈິ້ນຜິງ ໄດ້ເດີນທາງໄປສະຖາບັນຄົ້ນຄວ້າເຕັກໂນໂລຊີອະວະກາດຈີນ ຂອງກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ ເພື່ອເຂົ້າຮ່ວມກິດຈະກຳຄະນະຊາວໜຸ່ມຄອມມູນິດຈີນຂອງສະຖາບັນດັ່ງກ່າວພາຍໃຕ້ຫົວຂໍ້ “ບັນລຸຄວາມໃຝ່ຝັນຂອງຈີນ, ໄວໜຸ່ມກ້າແບກຫາບ”, ໂດຍ ເພິ່ນໄດ້ໂອ້ລົມສົນທະນາກັບຜູ້ຕາງໜ້າຊາວໜຸ່ມດີເດັ່ນວົງການຕ່າງໆ.
ເພິ່ນກ່າວວ່າ: “ຊາວໜຸ່ມທັງຫຼາຍຕ້ອງກ້າປະດິດສ້າງ. ການປະດິດສ້າງຄືຂໍກຸນແຈສຳຄັນແຫ່ງຄວາມກ້າວໜ້າຂອງຊາດ, ເປັນບໍ່ເກີດພະລັງແຮງທີ່ບໍ່ເຫືອດແຫ້ງສຳລັບຄວາມຈະເລີນຮຸ່ງເຮືອງຂອງປະເທດໜຶ່ງ, ທັງເປັນພອນສະຫວັນທີ່ເລິກເຊິ່ງທີ່ສຸດຂອງປະຊາຊາດຈີນ, ດັ່ງຄຳບູຮານວ່າ: ‘ຫາກຄົນໆໜຶ່ງສາມາດປັບປ່ຽນໃໝ່ໄດ້ມື້ໜຶ່ງ, ກໍຄວນປັບປ່ຽນໃໝ່ໃນທຸກໆມື້ ແລະຮັກສາການປັບປ່ຽນໃໝ່ຢ່າງບໍ່ຢຸດຢັ້ງ.’”.
ຫລັງຈາກນັ້ນ 9 ປີ, ຄະນະຊາວໜຸ່ມກໍ່ສ້າງສະຖານີອະວະກາດ ກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນ ໄດ້ຂຽນຈົດໝາຍໄປເຖິງທ່ານສີຈິ້ນຜິງ ໂດຍຕາງໜ້າໃຫ້ຊາວໜຸ່ມ 80.000 ຄົນ ຂອງກຸ່ມບໍລິສັດດັ່ງກ່າວ ລາຍງານສະພາບການກ່ຽວກັບການກ້າແບກຫາບໜ້າທີ່ອັນໜັກໜ່ວງໃນການຊຸກຍູ້ການພັດທະນາວິທະຍາສາດເຕັກໂນໂລຊີ ການບິນອະວະກາດໃນຕະຫລອດໄລຍະ 9 ປີຜ່ານມາ, ພ້ອມທັງສະແດງຄວາມໝາຍໝັ້ນອັນເດັດດ່ຽວ ໃນການຮ່ວມກັນສູ້ຊົນເພື່ອສ້າງສາປະເທດເຂັ້ມແຂງດ້ານການບິນອະວະກາດ.
ທ່ານ ສີຈິ້ນຜິງ ໄດ້ຕອບຄືນຈົດໝາຍຂອງຄະນະຊາວໜຸ່ມດັ່ງກ່າວ ເຊິ່ງມີເນື້ອໃນບາງຕອນຂຽນວ່າ: “ໄລຍະເວລາ 9 ປີຜ່ານມານີ້, ຈາກສະຖານີອະວະກາດ ‘ທ່ຽນກົ່ງ’, ລະບົບດາວທຽມນຳທາງ ‘ເປີຍໂຕ’, ຍານສຳຫຼວດດວງຈັນ ‘ສາງເອີ’ ຕະຫລອດຮອດ ຍານອະວະກາດໂມດູນແກນກາງ ‘ທ່ຽນເຫີ’, ຍານສຳຫລວດດາວອັງຄານ ‘ທ່ຽນເວີ້ນ’ ແລະ ດາວທຽມສຳຫຼວດດວງອາທິດ ‘ຊີ່ເຫີ’, ພາລະກິດການບິນອະວະກາດຂອງຈີນ ໄດ້ສ້າງປະຫວັດສາດໃໝ່ຢ່າງບໍ່ຢຸດຢັ້ງ, ຊາວໜຸ່ມທີ່ເຮັດວຽກການບິນອະວະກາດຈຳນວນຫຼວງຫຼາຍໄດ້ແບກຫາບໜ້າທີ່ອັນໜັກໜ່ວງ, ເຊິ່ງສະແດງໃຫ້ເຫັນເຖິງໂສມໜ້າ ແລະຈິດໃຈບຸກບືນກ້າວໜ້າຂອງຊາວໜຸ່ມຈີນໃນຍຸກໃໝ່.”
ຈົດໝາຍຕອບຂອງທ່ານ ສີຈິ້ນຜິງ ໄດ້ເປັນກຳລັງໃຈໃຫ້ແກ່ພະນັກງານໜຸ່ມທີ່ເຮັດວຽກການບິນອະວະກາດທັງຫລາຍຈົ່ງກ້າປະດິດສ້າງ ແລະບຸກທະລຸ, ສ້າງຜົນງານອັນສະຫງ່າລາສີບົນເສັ້ນທາງແຫ່ງການໄລ່ລ່າຄວາມຝັນຢູ່ອະວະກາດ.
ຕໍ່ກັບກຸ່ມຄົນຊາວໜຸ່ມ, ເພິ່ນເຄີຍໃຫ້ທັດສະນະວ່າ: “ຄວາມຫວັງຂອງຊາດຂຶ້ນກັບຊາວໜຸ່ມ, ອະນາຄົດຂອງຊາດຂຶ້ນກັບຊາວໜຸ່ມ.”