Monday, May 5, 2025
Homeຂ່າວພາຍໃນສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ສຳເລັດການແຂ່ງຂັນສີມືແຮງງານແຫ່ງຊາດ ຄັ້ງທີ IV

ງານແຂ່ງຂັນສີມືແຮງງານ ແຫ່ງຊາດ ຄັ້ງທີ 4 ພາຍໃຕ້ຄໍາຂວັນ ‘‘ສີມືແຮງງານລາວ ກ້າວສູ່ພາກພື້ນ ແລະ ສາກົນ’’ ໄດ້ສຳເລັດລົງເມື່ອບໍ່ດົນມານີ້, ທີ່ນະຄອນຫລວງວຽງຈັນ ໂດຍເຂົ້າຮ່ວມ ແລະ ມອບລາງວັນໃຫ້ຜູ້ຊະນະການແຂ່ງຂັນ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ນັກແຂ່ງຂັນເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໄດ້ລາຍງານຜົນການສຳເລັດ ຂອງງານດັ່ງກ່າວ, ເຊິ່ງຖືເປັນບາດກ້າວໃໝ່, ເປັນຈຸດເລີ່ມຕົ້ນທີ່ດີ, ທັງເປັນການສົ່ງເສີມການພັດທະ ນາສີມືແຮງງານໃຫ້ກ້າວສູ່ມາດຕະຖານຂອງພາກພື້ນ, ກະຕຸ້ນການພັດທະນາທ່າແຮງຄວາມສາມາດ ຂອງແຮງງານອັນນໍາໄປສູ່ການສ້າງມູນຄ່າເພີ່ມທາງດ້ານເສດຖະກິດ ແລະ ການແຂ່ງຂັນຂອງປະເທດບົນເວທີຂອງພາກພື້ນ ແລະສາກົນລວມທັງເປັນເວທີໃຫ້ໄວໜຸ່ມ, ນັກຮຽນວິຊາຊີບ ໄດ້ສະແດງຄວາມສາມາດດ້ານທັກສະສີມືແຮງງານໃນເວທີການແຂ່ງຂັນ, ນອກຈາກນັກຝຶກສີມືແຮງງານ ພາຍໃນສະຖານພັດທະນາສີມືແຮງງານແລ້ວ ຍັງໄດ້ມີນັກແຂ່ງຂັນຈາກ ສະຖານອາຊີວະສຶກສາ ທັງພາກລັດ ແລະ ເອກະຊົນພາຍໃນປະເທດ ເຂົ້າຮ່ວມແຂ່ງຂັນ ເຊິ່ງປະກອບມີ 5 ສາຂາຊ່າງ ຄື: ສາຂາຊ່າງຕິດຕັ້ງໄຟຟ້າອາຄານ, ສາຂາຊ່າງເວັບເຕັກໂນໂລຊີ, ສາຂາຊ່າງກຣາບຟິກດີຊາຍ, ສາຂາຊ່າງໄມ້ ແລະ ສາຂາປຸງແຕ່ງອາຫານ ໂດຍມີນັກແຂ່ງຂັນເຂົ້າຮ່ວມທັງໝົດ 74 ທ່ານ, ຍິງ 14 ທ່ານ ທີ່ມາຈາກສະຖານພັດທະນາສີມືແຮງງານ ສະຖານການສຶກສາທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມ 24 ພາກສ່ວນ.

ການແຂ່ງຂັນທັງ 5 ສາຂາ, ລາງວັນຊະນະເລີດ ອັນດັບ 1 ແມ່ນໄດ້ຮັບຫລຽນຄຳ ພ້ອມດ້ວຍເງິນສົດ 10 ລ້ານກີບ, ລາງວັນທີ 2 ໄດ້ຮັບຫລຽນເງິນ ພ້ອມເງິນສົດ 5 ລ້ານກີບ, ລາງວັນທີ 3 ໄດ້ຮັບຫລຽນທອງ ພ້ອມດ້ວຍເງິນສົດ 3 ລ້ານກີບ.

ຜົນການແຂ່ງຂັນ ຜູ້ທີ່ໄດ້ຮັບລາງວັນຊະນະເລີດ ໃນສາຂາ ເວັບເຕັກໂນໂລຊີ ແມ່ນ ທ້າວ ເກັງ ເຮີ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາ ກຣາບຟິກດີຊາຍ ແມ່ນ ທ້າວ ຕູເລົ່າ ຢົງນູ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາຕິດຕັ້ງໄຟຟ້າ ແມ່ນ ທ້າວ ບີ ແກ້ວມະນີ ຈາກສະຖາບັນພັດທະນາສີມືແຮງງານ, ສາຂາຊ່າງໄມ້ ແມ່ນ ທ້າວ ຊາຍ ທິບພະວັນດີ ຈາກສູນພັດທະນາ ແລະ ທົດສອບສີມືແຮງງານເວດສະພົງ ແລະ ສາຂາປຸງແຕ່ງອາຫານແມ່ນ ນາງ ດອກແກ້ວ ໝື່ນວິເສດ ຈາກວິທະຍາໄລເຕັກນິກປາກປ່າສັກ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments