ວັນທີ 25 ເມສານີ້, ” ທະນາຄານແຫ່ງຈີນ(ຮົງກົງ) ສາຂານະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສໍາມະນາການເງິນຂ້າມຊາຍແດນ RMB ສາກົນ ໃນໂອກາດຄົບຮອບ 10 ປີແຫ່ງການສ້າງຕັ້ງທະນາຄານແຫ່ງຈີນ (ຮົງກົງ) ສາຂາວຽງຈັນ” ຢູ່ນະຄອນຫຼວງວຽງຈັນ, ເພື່ອປຶກສາຫາລືກ່ຽວກັບກາລະໂອກາດ ແລະການພັດທະນາໃໝ່ໃນການຮ່ວມມືດ້ານເສດຖະກິດການຄ້າຈີນ-ລາວ ໃນສະພາບການຫັນເປັນສາກົນຂອງ RMB. ມີທ່ານ ນາງ ວັດທະນາ ດາລາລອຍ ຮັກສາການທະນາຄານແຫ່ງປະເທດລາວ, ທ່ານ ນາງ ຟ່າງຫົງ ເອກອັກຄະລັດຖະທູດສປ ຈີນ ສປປ ລາວ, ນັກຊ່ຽວຊານດ້ານການເງິນ ແລະ ຜູ້ຕາງໜ້າບັນດາວິສາຫະກິດຈີນ-ລາວ 250 ທ່ານເຂົ້າຮ່ວມ.

ທ່ານ ວາງ ຮຸ່ຍບິງ, ຮອງປະທານທະນາຄານແຫ່ງຈີນ (ຮົງກົງ) ໄດ້ກ່າວວ່າ, ທະນາຄານແຫ່ງປະເທດຈີນ (ຮົງກົງ) ມີບົດບາດສໍາຄັນໃນການກໍ່ສ້າງຕະຫຼາດ RMB ຕ່າງປະເທດ. ປະມານ 80% ຂອງການຈ່າຍເງິນ RMB ຂອງໂລກແມ່ນໄດ້ຊໍາລະຢູ່ໃນຮົງກົງ, ສ່ວນຫຼວງຫຼາຍຜ່ານລະບົບຊໍາລະເງິນ RMB. ໃນອະນາຄົດ, ທະນາຄານແຫ່ງ ສປ ຈີນ (ຮົງກົງ) ແລະ ສາຂາວຽງຈັນ ຈະສືບຕໍ່ຮັບໃຊ້ການພົວພັນແລກປ່ຽນເສດຖະກິດ ແລະ ການຄ້າລະຫວ່າງຈີນ-ລາວ ແລະ ຊຸກຍູ້ການພັດທະນາເສດຖະກິດ ແລະ ຊຸມຊົນຕົວຈິງຂອງລາວ.
ທ່ານນາງ ລັດດາວັນ ດາລາລອຍ ກ່າວວ່າ, ໃນຊຸມປີມໍ່ໆມານີ້, ວົງເງິນການຄ້າສອງຝ່າຍລະຫວ່າງຈີນກັບລາວໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ຂອບເຂດການຊຳລະເງິນຢວນຂ້າມຊາຍແດນໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ການຫັນເປັນສາກົນຂອງ RMB ສາມາດຫຼຸດຜ່ອນຄ່າໃຊ້ຈ່າຍແລະເພີ່ມປະສິດທິພາບສໍາລັບການຄ້າ ແລະ ການລົງທຶນສອງຝ່າຍ ແລະ ຫຼຸດຜ່ອນຄວາມສ່ຽງດ້ານອັດຕາແລກປ່ຽນ. ທະນາຄານກາງລາວຈະສືບຕໍ່ຊຸກຍູ້ການນຳໃຊ້ເງິນຢວນໃນການເຄື່ອນໄຫວເສດຖະກິດການຄ້າ, ລົງເລິກການຮ່ວມມືກັບຈີນໃນຂົງເຂດການເງິນ, ການຊຳລະເງິນດີຈີຕອນແລະເງິນຕາ, ຊຸກຍູ້ການຮ່ວມມືດ້ານການເງິນຈີນ-ລາວໃຫ້ກ້າວຂຶ້ນສູ່ລະດັບໃໝ່.