Home ຂ່າວຕ່າງປະເທດ ທ່ານ ໂດນັນ ທຣຳ ລົງນາມຄຳສັ່ງເສີມ ເອໄອ ໃນຫລັກສູດການສຶກສາ-ຝຶກອົບຮົມບຸຄະລາກອນ

ທ່ານ ໂດນັນ ທຣຳ ລົງນາມຄຳສັ່ງເສີມ ເອໄອ ໃນຫລັກສູດການສຶກສາ-ຝຶກອົບຮົມບຸຄະລາກອນ

0

ສຳນັກຂ່າວເອເອຟພີ,ເມື່ອບໍ່ດົນມານີ້ ທ່ານ ໂດນັນ ທຣຳ, ປະທານາ ທິບໍດີ ສ.ອາເມລິກາ ລົງນາມໃນຄຳສັ່ງຝ່າຍບໍລິຫານ ເພື່ອສົ່ງເສີມ ການສຶກສາ ດ້ານບັນຍາ ປະດິດ (ເອໄອ) ແລະ ການຝຶກອົບຮົມ ບຸຄະລາກອນ ໂດຍເນັ້ນເຖິງ ເຕັກໂນໂລຊີ ທີ່ພວມພັດທະນາ ຢ່າງວ່ອງໄວ ຊຶ່ງເປັນເປົ້າໝາຍ ຫລັກສູດ ສຳຄັນ ສູງສຸດ ຂອງຝ່າຍ ບໍລິຫານ. ຄຳສັ່ງດັ່ງກ່າວ ມີເປົ້າໝາຍ ເພື່ອເສີມສ້າງ ຄວາມໂດດເດັ່ນ ຂອງ ສ.ອາເມລິກາ ໃນດ້ານເອໄອ ລວມທັງ ຈັດຕັ້ງ ຄະນະ ເຮັດວຽກງານ ດ້ານການສຶກສາ ເອໄອ ໂດຍມີ ທ່ານ ໄມເຄີລ ຄຣາຊີອໍສ, ຜູ້ອຳນວຍການ ສຳນັກງານ ນະໂຍບາຍ ວິທະຍາສາດ ແລະ ເຕັກໂນໂລຊີ ຂອງທຳນຽບຂາວ ດຳລົງຕຳແໜ່ງ ປະທານ ພ້ອມດ້ວຍ ຄະນະ ເພື່ອເປັນການສ້າງ ຄະນະຈັດຕັ້ງ ໃນການຮ່ວມມື ລະຫວ່າງ ພາກລັດ ແລະ ເອກະຊົນ ເພື່ອຈັດຫາ ຊັບພະຍາກອນ ກ່ຽວກັບ ເອໄອ ແລະ ການໃຊ້ ເຄື່ອງມື ເອໄອ ໃນແວດວົງ ວິຊາການ ສຳລັບ ການສຶກສາ ລະດັບ ຊັ້ນອະນຸບານ ຈົນເຖິງຂັ້ນ ມັດທະຍົມ ຕອນປາຍ ລວມທັງ ການຈັດຝຶກອົບຮົບ ທີ່ກ່ຽວຂ້ອງ ລະບົບ ເອໄອ ໃຫ້ກັບ ບຸຄະລາກອນ ທົ່ວໄປ ເພື່ອສ້າງຂີດ ຄວາມສາມາດ ດ້ານເອໄອ ໃຫ້ສູງຍິ່ງຂຶ້ນ.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version