Tuesday, April 22, 2025
Homeຂ່າວໜ້າໜຶ່ງສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ສະເດັດມາຢ້ຽມຢາມ ສປປ ລາວ

ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ສະເດັດມາຢ້ຽມຢາມ ສປປ ລາວ

ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນ, ສປປ ລາວ ໃນຕອນບ່າຍຂອງວັນທີ 21 ເມສາ 2025, ໂດຍມີ ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍຄະນະຜູ້ແທນ ຂອງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການສະເດັດມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ແມ່ນເພື່ອຕອບສະໜອງຕາມການເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໂດຍ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະດໍາເນີນການຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 21-24 ເມສາ 2025, ຊຶ່ງເປັນການປະກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນຄຽງທີ່ດີ ທີ່ມີມາແຕ່ດົນນານ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ໃຫ້ແໜ້ນເເຟ້ນ ແລະ ຂະຫຍາຍຕົວຍິ່ງໆຂື້ນ.

ໃນລະຫວ່າງການຢ້ຽມຢາມ, ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ ຈະເຂົ້າຢ້ຽມຂໍ່ານັບ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ, ເປັນປະທານໃນພິທີເປີດກອງປະຊຸມວິຊາການດ້ານການແພດ ແລະ ສາທາລະນະສຸກ ເພື່ອສະເຫຼີມສະຫຼອງຄົບຮອບ 25 ປີ ໂຄງການຝຶກອົບຮົມເຕັກໂນໂລຊີທາງການແພດ ແລະ ສາທາລະນະສຸກ ສໍາລັບບຸກຄະລາກອນການແພດຂອງ ສປປ ລາວ. ນອກນັ້ນ, ຍັງຈະສະເດັດຢ້ຽມຢາມ ແລະ ເຂົ້າຮ່ວມພິທີເປີດການນໍາໃຊ້ອາຄານຫຼັງໃໝ່ ຂອງ ໂຮງຮຽນວັດທະນະທໍາປ້ອງກັນຄວາມສະຫງົບ ຢູ່ ແຂວງວຽງຈັນ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ຢູ່ ນະຄອນຫຼວງວຽງຈັນ ອີກດ້ວຍ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments