Home ຂ່າວໜ້າໜຶ່ງ ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030

ທ່ານນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030

0

ໃນໄລຍະວັນທີ 16-17 ເມສາ 2025 ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ເເຫ່ງ ສປປ ລາວ ໄດ້ນຳພາຄະນະຜູ້ແທນຂັ້ນສູງ ເຂົ້າຮ່ວມກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 (P4G) ຄັ້ງທີ 4 ທີ່ ຮ່າໂນ້ຍ ສສ ຫວຽດນາມ ພາຍໃຕ້ຫົວຂໍ້ “ການເປັນຄູ່ຮ່ວມມືສາກົນເພື່ອການຫັນປ່ຽນສີຂຽວທີ່ມີຄວາມກວມລວມ ຍືນຍົງ ນະວັດຕະກໍາ ແລະ ມີປະຊາຊົນເປັນເເກນກາງ” ກອງປະຊຸມປິ່ນອ້ອມທີ່ສໍາຄັນພ້ອມທັງມີແຜນເຄື່ອນໄຫວພົບປະການນຳຂັ້ນສູງ ແລະ ລົງຢ້ຽມຢາມສຶກສາເຂດການຜະລິດອຸດສາຫະກຳຂອງປະເທດເຈົ້າພາບ.

ໃນວັນທີ 16 ເມສາ 2025 ທ່ານ ນາຍົກລັດຖະມົນຕີໄດ້ເຂົ້າຮ່ວມພິທີເປີດກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າຶໝາຍສາກົນ 2030 (P4G) ຄັ້ງທີ 4 ໂດຍການເປັນປະທານຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຊຶ່ງມີບັນດາຫົວໜ້າລັດຖະບານ ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກບັນ ດາປະເທດຕ່າງໆ ບັນດາອົງການຈັດຕັ້ງສາກົນ ແລະ ພາກທຸລະກິດ ເຂົ້າຮ່ວມ ຫຼາຍກວ່າ 400 ທ່ານ. ພາຍຫຼັງທີ່ທ່ານ ຟ້າມ ມິງ ຈິງ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການແລ້ວ; ພິເສດ, ທ່ານ ໂຕ່ ເລິມ ເລຂາ ທິການໃຫຍ່ ພັກກອມມູນິດ ຫວຽດນາມ ກໍໄດ້ໃຫ້ກຽດກ່າວສູນທອນ ພົດ ເປັນທິດທາງໃຫ້ແກ່ການປຶກສາຫາລື ຕໍ່ກອງປະຊຸມໃນຄັ້ງນີ້.

ຈາກນັ້ນ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ຮັບກຽດໃຫ້ຂຶ້ນກ່າວປາໄສ ໃນພິທີເປີດກອງປະຊຸມ ໂດຍໄດ້ຢໍ້າຄືນຄວາມເອົາໃຈໃສ່ຂອງລັດຖະບານລາວຕໍ່ແນວຄວາມຄິດການເຕີບໂຕສີຂຽວເພື່ອເປັນແນວທາງໃນການພັດທະນາເສດຖະກິດ-ສັງຄົມຂອງປະເທດກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ. ພ້ອມທັງໄດ້ແຈ້ງໃຫ້ກອງປະຊຸມຮັບຊາບກ່ຽວກັບຍຸດທະສາດພາຍໃນຂອງ ສປປ ລາວ ແລະ ຄວາມພະ ຍາຍາມຂອງລັດຖະບານລາວໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວ ແລະ ແຜນງານທີ່ກ່ຽວຂ້ອງໃຫ້ມີຄວາມສອດຄ່ອງກັບແຜນພັດທະນາແຫ່ງຊາດໂດຍລວມ ເຖິງວ່າ ສປປລາວຈະເປັນໜຶ່ງໃນປະເທດດ້ອຍພັດທະນາ ແລະ ບໍ່ມີຊາຍແດນຕິດກັບທະເລ ທີ່ມີຄວາມ ຫຍຸ້ງຍາກແລະຂໍ້ຈໍາກັດຫຼາຍດ້ານກໍຕາມ.

ນອກນີ້ ທ່ານ ນາຍົກລັດຖະມົນຕີ ຍັງໄດ້ອະທິບາຍເພີ່ມເຕີມ ການແກ້ ໄຂຂໍ້ຫຍຸ້ງຍາກ ເຊິ່ງລັດຖະບານລາວໄດ້ຮ່ວມກັບພາກທຸລະກິດແລະປະຊາຊົນສຸມໃສ່ພັດທະນາປະເທດໂດຍການຫັນເປັນສີຂຽວຕາມຍຸດ ທະສາດການເຕີບໂຕສີຂຽວຂອງສປປລາວເຖິງປີ 2030 ໂດຍສະເພາະການສົ່ງເສີມການມີສ່ວນຮ່ວມຂອງຊາວກະສິກອນ ຊາວຜູ້ອອກແຮງ ງານ ແລະ ພາກທຸລະກິດໃນການວຽກງານການພັດທະນາໂດຍຫັນມານໍາໃຊ້ເຕັກໂນໂລຊີທັນສະໄໝ, ການຜະລິດກະສິກໍາແບບຍືນຍົງແລະ ການນຳໃຊ້ພະລັງງານສະອາດ.

ສຸດທ້າຍທ່ານ ນາຍົກລັດຖະມົນຕີ ຍັງໄດ້ຮຽກຮ້ອງມາຍັງບັນດາຄູ່ຮ່ວມ ມື ແລະ ວົງຄະນາຍາດສາກົນກໍຄືປະເທດສະມາຊິກ ແລະ ປະເທດຄູ່ຮ່ວມຂອງຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍສາກົນ 2030 ໃຫ້ສືບຕໍ່ເພີ່ມທະວີການຮ່ວມມືແລະ ການສະໜັບສະໜູນເພື່ອຮັດແຄບຄວາມແຕກໂຕນທາງດ້ານການພັດທະນາ ແລະ ເປີດໂອກາດໃນການຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກຳໃຫ້ປະເທດຕ່າງໆໄດ້ພັດທະນາໄປພ້ອມໆກັນ, ພ້ອມທັງໄດ້ຢ້ຳຄືນຄວາມໝາຍໝັ້ນຂອງ ສປ ປ ລາວ ໃນການຈັດຕັ້ງປະຕິບັດຍຸດທະສາດການເຕີບໂຕສີຂຽວຢ່າງສະ ເໝີຕົ້ນສະເໝີປາຍ ແລະ ຈະສືບຕໍ່ຮ່ວມມືກັບບັນດາປະເທດ ແລະ ຄູ່ພັດທະນາໃນການຈັດຕັ້ງປະຕິບັດການເຕີບໂຕສີຂຽວເພື່ອຊຸກຍູ້ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ຈາກນັ້ນ ທ່ານ ນາຍົກລັດຖະມົນຕີ ໄດ້ສືບຕໍ່ເຂົ້າຮ່ວມ ກອງປະຊຸມຄົບຄະນະລະດັບສູງ ຈັດຂຶ້ນພາຍໃຕ້ການເປັນປະທານ ຂອງ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ມີບັນດານາຍົກ ລັດຖະມົນຕີ ບັນດາປະເທດສະມາຊິກ P4G ການນໍາຂັ້ນສູງ ແລະ ຜູ້ຕາງໜ້າທາງການຈາກບັນດາປະເທດຕ່າງໆເຂົ້າຮ່ວມ ຫຼາຍກວ່າ 200 ທ່ານ; ແລະ ໄດ້ຢ້ຽມຊົມ ການວາງສະແດງ ສິນຄ້າ, ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອສົ່ງເສີມການພັດທະນາຕາມທິດສີຂຽວ ທີ່ຈັດຂຶ້ນໃນໄລຍະກອງປະຊຸມດັ່ງກ່າວ.

ກົນໄກຄູ່ຮ່ວມມືເພື່ອການເຕີບໂຕສີຂຽວແລະເປົ້າໝາຍສາກົນ 2030 ຫຼືP4G ແມ່ນຂໍ້ລິເລີ່ມຂອງລັດຖະບານດານມາກ, ຊຶ່ງໄດ້ຖືກປະກາດໃນປີ 2017 ແລະໄດ້ຮັບການກໍ່ຕັ້້ງຂຶ້ນຢ່າງເປັນທາງການໃນປີ 2018 ໂດຍ 7 ປະເທດສະມາຊິກຄື: ດານມາກ ຊີເລ ເມັກຊິກ ຫວຽດນາມ ສ ເກົາຫຼີ ເອທີໂອປີແລະເຄັນຍາ ເຊິ່ງໄດ້ຮັບການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງສາກົນ ປັດຈຸບັນ P4G ມີສະມາຊິກທັງໝົດ 12 ປະເທດ.

ຈຸດປະສົງຂອງການກໍ່ຕັ້ງກົນໄກດັ່ງກ່າວແມ່ນເພື່ອເປັນເວທີຊຸກຍູ້ການ ຮ່ວມມືຂ້າມຂະແໜງການກໍຄືການຮ່ວມມືພາກລັດ-ພາກເອກະຊົນ ລວມທັງສົ່ງເສີມການມີສ່ວນຮ່ວມຂອງອົງການຈັດຕັ້ງພົນລະເຮືອນ (CSO) ແນໃສ່ລະດົມແນວຄວາມຄິດແລະຊອກຫາແນວທາງແບບໃໝ່ໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງແລະພັນທະພາຍໃຕ້ສັນຍາປາຣີລວມທັງແນວຄວາມຄິດການເຕີບໂຕສີຂຽວ ໂດຍສຸມໃສ່ 5 ເປົ້າໝາຍການພັດທະນາແບບຍືນຍົງ (ປພຍ) ຄື: ປພຍ 2: ລຶບລ້າງຄວາມອຶດຫິວ ປພຍ 6: ມີນໍ້າດື່ມທີ່ສະອາດແລະສຸຂະອະນາໄມ; ປພຍ 7: ມີພະລັງງານທີ່ສະອາດແລະທຸກຄົນສາມາດເຂົ້າເຖິງ; ປພຍ 11: ການ ສ້າງຕົວເມືອງແລະຊຸມຊົນໃຫ້ມີຄວາມຍືນຍົງ; ແລະ ປພຍ 12: ສົ່ງເສີມການອຸປະໂພກບໍລິໂພກແລະການຜະລິດຢ່າງມີຄວາມຮັບຜິດຊອບ.

ນອກນັ້ນ P4G ຍັງເປັນເວທີໃນການຂົນຂວາຍແລະຊອກຫາແຫຼ່ງທຶນເພື່ອສະໜອງໃຫ້ແກ່ບັນດາປະເທດທີ່ກໍາລັງພັດທະນາໃນການຈັດຕັ້ງຜັນຂະຫຍາຍນະໂຍບາຍແຫ່ງຊາດຂອງຕົນກ່ຽວກັບການເຕີບໂຕສີຂຽວແນໃສ່ບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດP4G ແມ່ນຈັດຂຶ້ນທຸກໆ 2 ປີ (biennial) ເຊິ່ງກອງປະຊຸມຄັ້ງທີ 1 ແມ່ນຈັດຂຶ້ນໃນປີ 2018 ທີ່ດານມາກ ຄັ້ງທີ 2 ແມ່ນຈັດຂຶ້ນໃນປີ 2021 ໃນຮູບແບບທາງໄກໂດຍການເປັນເຈົ້າພາບຂອງ ສ ເກົາຫຼີ ຄັ້ງທີ 3 ແມ່ນຈັດຂຶ້ນໃນປີ 2023 ທີ່ໂກລົມບີ ແລະ ຄັ້ງທີ 4 ນີ້ແມ່ນຈັດຂຶ້ນ ທີ່ ສສ.ຫວຽດນາມ ສປປ ລາວ ບໍ່ແມ່ນປະເທດສະມາ ຊິກຂອງ P4G ແຕ່ໄດ້ເຂົ້າຮ່ວມໃນນາມແຂກຂອງປະທານກອງປະຊຸມ ກໍຄື ປະເທດເຈົ້າພາບ ສສ ຫວຽດນາມ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version