ເຖີງຈະເປັນນັກກິລາທີມຊາດ ຫຼື ນັກແລ່ນມືໃໝ່ ກໍ່ຄວນເກັບວິທີແລ່ນໃຫ້ດົນໆ ໂດຍທີ່ບໍ່ທໍລະມານຮ່າງກາຍຕົນເອງ ລອງໄປເຮັດເບີ່ງ ສ່ວນຫຼາຍເຮົາຈະເຫັນນັກແລ່ນມືໃໝ່ຫຼາຍຄົນ ທໍ້ໃຈໄປກັບກັນແລ່ນຫຼຸດນໍ້າໜັກ ຫຼື ແລ່ນອອກກຳລັງກາຍເພື່ອສຸຂະພາບທີ່ດີ ນັ້ນກໍ່ເພາະວ່າເຮົາອາດຈະຍັງສຶກສາວິທີການແລ່ນໄປບໍ່ເຖີງເຄັດລັບແລ່ນແນວໃດບໍ່ໃຫ້ເມື່ອຍງ່າຍ ເພາະເຮົາຈະແນະນຳວິທີການແລ່ນໃຫ້ດົນໆ ແບບບໍ່ເມື່ອຍ ແລະ ບໍ່ທໍລະມານມາຝາກດັ່ງນີ້:
ກວດສຸຂະພາບຕົນເອງໃຫ້ຟິດກ່ອນຈະແລ່ນ: ຖ້າຫາກວ່າທ່ານຍັງຢາກຈະແລ່ນເພື່ອສຸຂະພາບທີ່ດີ ແນະນໍາໃຫ້ກວດສຸຂະພາບຂອງຕົນເອງໃຫ້ຮຽບຮ້ອຍ ເຊັ່ນ: ກວດກ້າມເນື້ອ ແລະ ຂໍ້ຕໍ່, ກວດເຂົ່າ, ຫຼັງ, ແອວ ໃຫ້ແນ່ໃຈວ່າມີຄວາມແຂງແຮງບໍ່ ແລະ ບໍ່ສ່ຽງຕໍ່ອາການບາດເຈັບໃດໆ ໄດ້ງ່າຍ ເພື່ອທີ່ເຮົາຈະໄດ້ອອກໄປແລ່ນຢ່າງສະບາຍການ ບໍ່ເມື່ອຍງ່າຍຈົນເກີນໄປ.
ວອມການແລ່ນ: ແນ່ນອນການແລ່ນເທື່ອທຳອິດຈະຕ້ອງເມື່ອຍ ແລະ ແລ່ນໄດ້ບໍ່ເທົາໃດນາທີ ເພາະຮ່່າງກາຍເຮົາຍັງບໍ່ຊິນເຄີຍກັບການອອກກຳລັງກາຍ ແບບຄາດິໂອ ດ້ວຍການແລ່ນມາກ່ອນ. ແຕ່ຫາກຍັງ
ບໍ່ເລີກຄວາມຕັ້ງໃຈ ແລ່ນມື້ນີ້ເມື່ອຍແລ້ວ ມື້ໜ້າກໍ່ຍັງມາແລ່ນໃໝ່ອີກຄັ້ງ ຮ່າງກາຍກໍ່ຈະຄ່ອຍໆ ປັບຕົວ ແລະ ເຮັດໃຫ້ເຮົາແລ່ນໄດ້ດົນຂື້ນ ແລະ ເມື່ອຍກໍ່ໜ້ອຍລົງໄດ້ ສະນັ້ນກໍ່ພະຍາຍາມແລ່ນດຸໆ ຢ່າງນ້ອຍໃຫ້ແລ່ນໄດ້ມື້ລະ 5-10 ນາທີ ຕໍ່ເນື່ອງກັນ ແລະ ຄວນແລນ5 ມື້ຕໍ່ອາທິດກໍ່ຍັງດີ.
ຄ່ອຍໆ ເພີ່ມຄວາມອຶດໄປເລື້ອຍໆ: ຖ້າແລ່ນກັນຕິດຕໍ່ກັນເປັນໄລຍະ ເຮົາຈະຮູ້ສຶກວ່າແລ່ນໄດ້ໃນໄລຍະທີ່ໄກຂື້ນ ດົນຂື້ນ ແລະ ມີຄວາມອຶດເພີ່ມຂື້ນເລື້ອຍໆ ເພາະວ່າຮ່າງກາຍຂອງເຮົາຈະເລີ່ມຊິນເຄີຍກັບຄາດິໂອ ແບບແລ່ນໃຫ້ໃຈເຕັ້ນຕຶກໆ ແລະ ບໍ່ຄວນແລ່ນເກີນຄວາມແຮງຂອງຕົນ ເພາະຈະເຮັດໃຫ້ຮ່າງກາຍຈະຮັບບໍ່ໄຫວ.
ທົດລອງແລ່ນໃຫ້ໄວຂື້ນ: ເຮົາບໍ່ຄວນແລ່ນແບບຂ້າມຂັ້ນກະໂດດບາດດຽວ ຕົວຢ່າງ ເຄີຍແລ່ນ 5-10 ນາທີແຕ່ບໍ່ແລ່ນ ພັດໄປແລ່ນ 30 ນາທີບາດດຽວ ແຕ່ເຮົາຈະໃຫ້ເພີ່ມຄວາມໄວ ຂອງການແລ່ນແທນ ໂດຍແລ່ນດ້ວຍຄວາມໄວປົກກະຕິ 2-3ນາທີ ການແລ່ນໃນລັກສະນະດັ່ງກ່າວຈະຊ່ວຍເພີ່ມຄວາມແຂງແຮງຂອງກ້າມເນື້ອ ແລະ ເພີ່ມຄວາມສາມາດຂອງປອດ ຊື່ງຈະຊ່ວຍໃຫ້ທ່ານແລ່ນໄດ້ດົນ.
ການແລ່ນໃນທາງຊັນ: ການຝຶກຕົນເອງແລ່ນໃນທາງທີ່ຊັນກໍ່ເປັນອີກຢ່າງໜື່ງໃຫ້ທົດລອງເບີ່ງ ເພາະການແລ່ນໃນທາງຊັນຈະຊ່ວຍເພີ່ມກຳລັງຂາ ເພີ່ມຄວາມແຂງແຮງຂອງກ້າມເນື້ອໃນຕົນໂຕ ແລະ ກະດູກສັນຫຼັງ ພ້ອມຍັງຊ່ວຍປອດນຳອີກ ດັ່ງນັ້ນຫາກແລ່ນຕາມຫົນທາງ ທົດລອງໄປແລ່ນບ່ອນທີ່ຊັນໄວ້ແດ່ກະດີ ໄລຍະທໍາອິດກໍ່ຈະຮູ້ສຶກຍາກ, ເມື່ອຍແດ່ ແຕ່ຫາກແລ່ນເລື້ອຍໆ ກໍ່ຈະຊິນເຄີຍ.
ເພີ່ມຄວາມແຂງແຮງໃຫ້ກ້າມເນື້ອ: ການແລ່ນຕ້ອງອາໃສກ້າມເນື້ອທຸກສ່ວນຂອງຮ່າງກາຍ ຊື່ງກ9ໝາຍຄວາມວ່າເຮົາຄວນຕ້ອງເບີ່ງແຍງກ້າມເນື້ອຂອງເຮົາໃຫ້ດີທີ່ສຸດ ໂດຍນອກຈາກຈະແລ່ນອອກກໍາລັງກາຍແລ້ວກໍ່ອາດຈະເພີ່ມທ່າອອກກຳລັງກາຍສຳລັບນັກແລ່ນ ເພີ່ມຄວາມແຂງແຮງໃຫ້ກ້າມເນື້ອເພື່ອການແລ່ນໃຫ່ດີຂື້ນ.