ພິທີດັ່ງກ່າວມີຂຶ້ນໃນວັນທີ 8 ເມສາ 2025 ເວລາ 13:00 ໂມງ ທີ່ຫໍທັມມະສະພາ ວັດພະທາດຫຼວງເໜືອເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ໂດຍມີ ພະອາຈານ ອະທິປະໄຕ ໄມຕຣີຈິດ ຫົວຫນ້າຫ້ອງການບໍລິຫານ ສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ ພະເຖຣານູເຖຣະ ທ່ານ ນາງ ອິນລະວັນ ແກ້ວບຸນພັນ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ນາງ ສີຈັນ ວິພາວັນ ພັນລະຍາ ທ່ານ ພັນຄໍາ ວິພາວັນ ອະດີດນາຍົກລັດຖະມົນຕີ ບັນດາຄອບຄົວການນໍາ ມີຕາງໜ້າຫ້ອງວ່າການ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພະແນກພາຍໃນ ແລະ ຊາວພຸດທະສາຊະນິກະຊົນ ເຂົ້າຮ່ວມ.