Home ບຸນປະເພນີ ນາງສັງຂານ ເອກະລັກສະເພາະຂອງຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີໃໝ່ລາວ

ນາງສັງຂານ ເອກະລັກສະເພາະຂອງຊາວເມືອງຫຼວງພະບາງ ປະເພນີສືບທອດກັນມາໃນບຸນປີໃໝ່ລາວ

0

ຕາມການເລົ່າຂານຕໍ່ກັນມາໃນຕຳລາໂຫລາສາດ ການເຮັດບຸນເດືອນ 5 ຫຼື ການສະເຫຼີມສະຫຼອງບຸນກຸດສົງ ການ (ຕຸດສົງການປີໃໝ່ລາວ) ມີລັກສະນະເຈືອປົນກັນລະຫວ່າງສາສະໜາພາມ ແລະ ສາສະໜາພຸດ ຖືເປັນບຸນປະເພນີຂອງປະຊາຊົນລາວຊາວພຸດ ທີ່ມີມາແຕ່ບູຮານນະການຈົນມາເຖິງປັດຈຸບັນ ໂດຍກຳນົດ 3 ມື້ຄື: ວັນທີ 14-15-16 ເມສາ ຂອງທຸກໆປີ ຊຶ່ງວັນທີ 14 ເອີ້ນວ່າວັນສັງຂານລ່ວງ ໝາຍເຖິງວັນສົ່ງທ້າຍປີເກົ່າ, ວັນທີ 15 ວັນສັງ ຂານເນົາ ໝາຍເຖິງວັນລະຫວ່າງກາງ, ວັນທີ 16 ວັນສັງຂານຂຶ້ນ ໝາຍເຖິງວັນເລີ່ມຕົ້ນຂອງວັນປີໃໝ່ ຫຼື ວັນປ່ຽນຈຸນລະສັກກະຣາດ 1384 ເປັນ 1385.

ສຳລັບມູນເຫດຂອງບຸນປີໃໝ່ມາຈາກເລື່ອງຂອງ ພະຍາກະບິນລະພົມ ຜູ້ທີ່ມີລິດເດດເໜືອຄົນໃນໂລກມະນຸດ ຖືກຕັດພະສຽນ ຫຼື ຫົວ, ພະຍາກະບິນລະພົມ ມີລູກສາວທັງໝົດ 7 ຄົນຄື: ເປັນຕົວແທນໃຫ້ 7 ວັນໃນອາທິດໜຶ່ງຄື: ນາງ ສະເທວີ (ວັນອາທິດຂີ່ຄຸດ), ນາງ ໂຄລາຄະເທວີ (ວັນຈັນ ຂີ່ເສືອ), ນາງ ຣາກສະເທວີ (ວັນອັງຄານ ຂີ່ໝູ), ນາງ ມົນທາເວທີ (ວັນພຸດ ຂີ່ມ້າ-ລໍ), ນາງ ກິລິນີ ເທວີ (ວັນພະຫັດ ຂີ່ຊ້າງ), ນາງ ກິມິທາ ເທວີ (ວັນສຸກ ຂີ່ຄວາຍ), ນາງ ມະໂຫທອນ ເທວີ (ວັນເສົາ ຂີ່ນົກຍູງ). ດ້ວຍຄວາມຮັກສາສັນຍາແຂ່ງຂັນຄວາມຮູ້ເລື່ອງສີລິຂອງຄົນກັບ ທ້າວ ທໍາມະບານ ກຸມມານ ຜູ້ທີ່ມີຄວາມຮູ້ຮຽນຈົບວິຊາໄຕເພດ ມີຄວາມຮູ້ຂັ້ນສູງ 3 ຢ່າງຄື: ໂຫລາສາດ, ຄຸລຸສາດ ແລະ ພາສາສາດ. ເປັນນັກປາດທີ່ມີປັນຍາສະຫຼາດຫຼັກແຫຼມເໜືອຄົນໃນໂລກມະນຸດ ສາມາດຮັບຮູ້ເຖິງພາສາຂອງສັດ. ຍ້ອນຊື່ສຽງຂອງທ້າວ ທຳມະບານ ກຸມມານ ໂດ່ງດັງໄປຮອດພະພົມຢູ່ສວາງສະຫັວນ, ພະຍາກະບິນລະພົມຈຶ່ງມີແນວຄິດຢາກທົດສອບຄວາມຮູ້ຂອງທ້າວທຳມະບານກຸມມານຈຶ່ງໄດ້ລົງມາຍັງໂລກມະນຸດ ເພື່ອຕັ້ງຄຳຖາມກັບທ້າວ ທຳມະບານ ກຸມມານວ່າ: ສີລິຂອງຄົນຢູ່ໃສໃນຕອນເຊົ້າ, ຕອນສວາຍ ແລະ ຕອນແລງ. ແຕ່ຈະກັບມາຮັບຟັງຄໍາຕອບພາຍໃນ 7 ວັນໂດຍວາງເງື່ອນໄຂວ່າ: ຄັນຕອບໄດ້ຕົນຈະຍອມໃຫ້ຕັດຄໍ ກົງກັນຂ້າມຖ້າຕອບບໍ່ໄດ້ທຳມະບານກຸມມານ ກໍຕ້ອງຖືກຕັດຄໍເຊັ່ນກັນ. ຈາກນັ້ນ ທ້າວ ທຳມະບານ ກຸມມານ ໄດ້ຄົ້ນຄ້ວາຢ່າງບໍ່ໄດ້ກິນ, ບໍ່ໄດ້ນອນ ເຮັດໃຫ້ຕົນເອງຈ່ອຍຜອມເກືອບເອົາຊີ ວິດບໍ່ລອດ ແຕ່ຍ້ອນທ້າວທຳມະບານກຸມມານຮັບຮູ້ພາສາສັດ ໂດຍໄດ້ຍິນແຮ້ງສອງຜົວເມຍສົນທະນາກັນ ແລະ ຮັບຮູ້ຄຳຕອບວ່າ: ສີລິຂອງຄົນຕອນເຊົ້າຢູ່ໃບໜ້າ, ຕອນສວາຍຢູ່ໜ້າເອິກ ແລະ ຕອນແລງຢູ່ຕີນ. ພາຍຫຼັງພະຍາກະບິນລະພົມໄດ້ຍິນຄຳຕອບຈຶ່ງຍອມໃຫ້ຕັດຄໍຕາມຄຳສັນຍາ ໂດຍມີຄໍາສັ່ງຕໍ່ລູກສາວທັງ 7 ຄົນວ່າ: ຕອນພໍ່ຖືກຕັດຄໍໃຫ້ພວກລູກເອົາພາຖາດຄຳມາຮອງບໍ່ໃຫ້ເລືອດ ແລະ ຫົວຂອງພໍ່ຕົກລົງດິນເດັດຂາດ, ຖ້າຕົກລົງໃສ່ດິນຈະເຮັດໃຫ້ບ້ານເມືອງເກີດໄພພິບັດ, ພາຍຫຼັງຕັດແລ້ວໃຫ້ເອົາໄປເກັບຮັກສາໄວ້ຖ້ຳເຂົາພະສຸເມນໂນລາດ, ເມື່ອເຖິງເດືອນ 5 ຟ້າລ່ວງ ຫຼື ຕຸດສົງການປີໃດມື້ສັງຂານລ່ວງກົງກັບວັນໃດໃຫ້ລູກສາວປະຈຳວັນນັ້ນຂີ່ສັດທີ່ເປັນພາຫະນະຂອງຕົນໄປແຫ່ເອົາພະສຽນ ຫຼື ຫົວຂອງພໍ່ອອກມາຫົດສົງ, ລ້າງຊ່ວຍດ້ວຍນ້ຳອົບ, ນ້ຳຫອມແລ້ວຈຶ່ງເອົາໄປໄວ້ບ່ອນເກົ່າ ຊຶ່ງລູກສາວຂອງພະຍາກະ ບິນລະພົມແມ່ນມີ 7 ຄົນ ເປັນຕົວແທນໃຫ້ແກ່ 7 ວັນໃນໜຶ່ງອາທິດ ແລະ ແຕ່ລະຄົນມີພາຫະນະເປັນຂອງໂຕເອງ. ສຳລັບປີນີ້ສັງຂານລ່ວງວັນຈັນ ວັນທີ 14 ເມສາ ນາມມະຫາສົງການແມ່ນນາງ ເທບທິດາອົງທີ 6 ຊົງພະນາມວ່າ: ກິມິທາເທວີ ປະດັບດ້ວຍດອກຈັງກົລນີ ຫຼື (ບົວລອຍ) ແລະ ແກ້ວບຸດສະຣາຄຳ ຫຼື ແກ້ວສີເຫຼືອງ, ສະເຫວີຍກ້ວຍນ້ຳເປັນອາຫານ, ມືຂວາຖືພະຂັນ (ງ້າວ-ດາບ), ມືຊ້າຍຖືພິນ, ສະເດັດນອນເທິງຫຼັງມະຫິງສາ (ຄວາຍ) ເປັນພາຫະນະ ໂດຍຈະປະຕິບັດໜ້າທີ່ແທນນາງ ເທບທິດາອົງທີ 5 ນາງ ກິຣິນີເທວີ ທີ່ໄດ້ປະຕິບັດໜ້າທີ່ໃນປີຜ່ານມາ. ໃນແຕ່ລະປີຄະນະພັກ, ອົງການປົກຄອງແຂວງ ກໍຄືນະຄອນຫຼວງພະບາງໄດ້ນໍາເອົາກິດຈະກໍາແຫ່ນາງສັງຂານປະຈຳນາມມະຫາສົງການເພື່ອນຳເອົາພະສຽນ ຫຼື ຫົວຂອງພະຍາກະບິນລະພົມລົງຫົດສົງ ປະກອບໃນພິທີແຫ່ຫວໍ່ໃນມື້ສັງຂານເນົາ ໂດຍເລີ່ມຈາກວັດທາດນ້ອຍ ຫາວັດຊຽງທອງ ແລະ ແຫ່ຈາກວັດຊຽງທອງກັບຄືນສູ່ວັດທາດນ້ອຍໃນມື້ສັງຂານຂຶ້ນ ຊຶ່ງຜູ້ທີ່ຈະເປັນນາງສັງຂານແມ່ນໄດ້ຜ່ານການຄັດເລືອກໃນໄລຍະກ່ອນການສະເຫຼີມສະຫຼອງບຸນປີໃໝ່, ຕາມມາດຖານເງື່ອນໄຂຂອງຜູ້ເຂົ້າປະກວດ ເປັນຕົ້ນຕ້ອງເປັນຊາວຫຼວງພະບາງໂດຍກຳເນີດ, ເປັນແມ່ຍິງລາວທີ່ມີຄວາມຮູ້-ຄວາມສາມາດ ແລະ ພອນສະຫວັນໃດໜຶ່ງ. ພິເສດເປັນຜູ້ທີ່ຮູ້ຈັກວັດທະນະທຳລາວ ໂດຍສະເພາະວັດທະນະທຳຮີດຄອງປະເພນີທີ່ເປັນເອກະລັກຂອງຊາວຫຼວງພະບາງ ແລະ ມາດຖານເງື່ອນໄຂອື່ນໆ ໂດຍຈະຄັດເລືອກເອົາພຽງ 7 ຄົນທີ່ຈະເປັນນາງສັງຂານ. ໃນນັ້ນມີພຽງ 1 ຄົນທີ່ຈະເປັນນາງສັງຂານຕາມນາມມະຫາສົງການຂອງແຕ່ລະປີ ແລະ ມີພາ ລະກິດຮັບໃຊ້ວຽກງານສ່ວນລວມຂອງພັກ-ລັດເປັນເວລາ 1 ປີ. ສໍາລັບປີນີ້ວັນສັງຂານລ່ວງແມ່ນວັນຈັນ (ມື້ກ່າເປົ້າ) ແຮມ 2 ຄໍ່າ ເດືອນ 5 ພສ 2567 ກົງກັບວັນທີ 14 ເມສາ 2025 ເວລາ 4 ໂມງ 30 ນາທີ 00 ວິນາທີ, ວັນສັງຂານເນົາ ວັນອັງຄານ (ມື້ກາບຍີ) ແຮມ 3 ຄໍ່າ ເດືອນ 5 ພສ 2567 ກົງກັບວັນທີ 15 ເມສາ 2025, ວັນສັງຂານຂຶ້ນວັນພຸດ (ມື້ຮັບເໜົ່າ) ແຮມ 4 ຄໍ່າ ເດືອນ 5 ພສ 2567 ກົງກັບວັນທີ 16 ເມສາ 2025 ເວລາ 8 ໂມງ 27 ນາທີ 36 ວິນາທີ, ປ່ຽນວັນຖະເຫຼີງສົກປີໃໝ່ລາວຈຸນລະສັກຣາດເປັນ 1387. ນາມມະຫາສົງການຕໍ່ນາງເທບພະທິດາທີ 2 ຊົງພະນາມວ່າ ” ໂຄຣາຄະເທວີ “ ຊົງພະຫູລັດທັດດອກບົວ (ດອກກາງຂອງ) ອາພອນປະດັບໄປດ້ວຍແກ້ວມຸກດາຫານ (ສີໝອກ ຫຼື ສີໄຂ່ມຸກ), ສະເຫວີຍນໍ້ານົມ ເປັນພັກສາຫານ, ພະຫັດຂວາຊົງພະຂັນ (ງ້າວ ຫຼື ດາບ), ພະຫັດຊ້າຍຊົງຖືໄມ້ເທົ້າ, ສະເດັດໄສຍາດ (ນອນ) ມືນຕາມາເທິງຫຼັງພະຍັກ (ເສືອໂຄ່ງ) ເປັນພາຫະນະເພື່ອເຮັດໃຫ້ບຸນປະເພນີອັນດີງາມນີ້ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍຕໍ່ໄປໃຫ້ເລິກເຊິ່ງ-ກ້ວາງຂວາງ ປະຊາຊົນລາວບັນດາເຜົ່າໂດຍສະເພາະຊາວຫຼວງພະບາງທຸກຄົນ ຕ້ອງພ້ອມກັນຮຽນຮູ້ໃຫ້ເລິກເຊິ່ງ ທັງປະຕິບັດຕົນໃຫ້ຖືກຕ້ອງສອດຄ່ອງກັບປະເພນີອັນດີງາມເພື່ອໃຫ້ແຂກທັງພາຍໃນ ແລະ ຕ່າງປະເທດມີຄວາມປະທັບໃຈໃນເວລາເຂົ້າມາທ່ອງທ່ຽວ ແລະ ສຳພັດເຖິງບັນຍາດກາດທີ່ດີ ສິ່ງສຳຄັນຕ້ອງພ້ອມກັນສະເຫຼີມສະຫຼອງປີໃໝ່ລາວໃຫ້ເບີກບານມ່ວນຊື່ນ ສອດຄ່ອງກັບລະບຽບການທີ່ກຳນົດໄວ້.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version