Home ຂ່າວຕ່າງປະເທດ ສິງກະໂປ ສູນເສຍເງິນ 460,000 ໂດລາ ຈາກການແອບອ້າງເປັນເຈົ້າໜ້າທີ່ທະນາຄານກາງ

ສິງກະໂປ ສູນເສຍເງິນ 460,000 ໂດລາ ຈາກການແອບອ້າງເປັນເຈົ້າໜ້າທີ່ທະນາຄານກາງ

0

ຂ່າວຕ່າງປະເທດລາຍງານ ຫວ່າງມໍ່ໆມານີ້ວ່າ: ອົງການການເງິນຂອງສິງກະໂປ ຫຼື ທະນາຄານກາງສິງກະໂປ ລາຍງານຄະດີການສໍ້ໂກງທີ່ຜູ້ຫຼອກລວງແອບອ້າງເປັນເຈົ້າໜ້າທີ່ຂອງອົງການການເງິນສິງກະໂປ ຢ່າງໜ້ອຍ 3 ຄະດີ ຊຶ່ງກໍ່ໃຫ້ເກີດການສູນເສຍເງິນ614,000 ໂດລາສິງກະໂປ ຫຼື 460,000 ໂດລານັບຕັ້ງແຕ່ເດືອນມີນາຜ່ານມາ.

ລາຍງານລະບຸວ່າ: ຜູ້ເຄາະຮ້າຍໄດ້ຮັບໂທລະສັບຈາກບຸກຄົນທີ່ແອບອ້າງເປັນເຈົ້າໜ້າທີ່ຂອງອົງການການເງິນສິງກະໂປແລະສັ່ງໃຫ້ຜູ້ເຄາະຮ້າຍຢັ້ງຢືນຕົວຕົນຂອງເຂົາເຈົ້າໂດຍການໃສ່ຊື່ເຂົ້າລະບົບບໍລິການທາງເອເລັກໂຕຣນິກຂອງອົງການດັ່ງກ່າວ ຊຶ່ງເປັນການລົງທະບຽນສາທາລະນະທີ່ຖືກຕ້ອງຕາມກົດໝາຍຂອງຕົວແທນທາງການເງິນທີ່ດໍາເນີນງານພາຍໃຕ້ກົດໝາຍການເງິນຂອງສິງກະໂປບໍ່ແມ່ນເຈົ້າໜ້າທີ່ຂອງອົງການການເງິນສິງກະໂປ.

ຈາກນັ້ນ, ຈະອ້າງວ່າບັນຊີທະນາຄານຂອງຜູ້ເຄາະຮ້າຍຖືກໃຊ້ເພື່ອຟອກເງິນ ຫຼືຂໍ້ມູນສ່ວນຕົວຂອງຜູ້ເຄາະຮ້າຍຖືກລະເມີດ ນຳໄປສູ່ການຫຼອກລວງໃຫ້ເປີດເຜີຍລາຍລະອຽດສ່ວນຕົວເພີ່ມເຕີມທີ່ເປັນອັນຕະລາຍຕໍ່ຄວາມປອດໄພທາງດ້ານການເງິນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version