ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 64 ປີ ( 5 ເມສາ 1961-5 ເມສາ 2025 ) ໃນວັນທີ 8 ເມສາ 2025 ທີ່ສະໂມສອນກະຊວງປ້ອງກັນຄວາມສະຫງົບ, ເປັນປະທານໂດຍ ພົອ ວິໄລ ຫຼ້າຄໍາຟອງ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີການນໍາກະຊວງປ້ອງກັນຄວາມສະຫງົບ, ພະນັກງານອາວຸໂສ-ບໍານານ, ບັນດາກົມກອງອ້ອມຂ້າງກະຊວງ ພ້ອມດ້ວຍພະນັກງານຫຼັກແຫຼງເຂົ້າຮ່ວມ.
ໃນພິທີ ພົອ ວິໄລ ຫຼ້າຄໍາຟອງ ໄດ້ກ່າວປາຖະກະຖາກ່ຽວກັບຄວາມເປັນມາ ຂອງວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ວ່າ: ວັນທີ 5-12 ເມສາ 1961 ສູນກາງພັກໄດ້ດໍາເນີນກອງປະຊຸມຄົບຄະນະຂຶ້ນຢູ່ຄັງໄຂ ແຂວງຊຽງຂວາງ ກອງປະຊຸມໄດ້ຄົ້ນຄວ້າ, ຕົກລົງຫຼາຍບັນຫາທີ່ສໍາຄັນກ່ຽວກັບການປະຕິວັດຢູ່ລາວ ໃນສະເພາະໜ້າ ແລະ ຍາວນານ; ໃນນັ້ນ, ໄດ້ຕົກລົງປັບປຸງ ກໍ່ສ້າງກໍາລັງປ້ອງກັນພາຍໃນ ຢູ່ຂອບເຂດທົ່ວປະເທດ ເພື່ອປົກປັກຮັກສາອົງການນໍາຂອງພັກ, ຂອງແນວລາວຮັກຊາດ, ປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພ້ອມນັ້ນ, ກອງປະຊຸມຍັງໄດ້ຕົກລົງປ່ຽນຊື່ຈາກ “ຄະນະປ້ອງກັນພາຍໃນ” ມາເປັນ “ຫ້ອງການປ້ອງກັນຄວາມສະຫງົບສູນກາງ” ໂດຍແມ່ນທ່ານ ສີສົມພອນ ລໍວັນໄຊ ເປັນຜູ້ຊີ້ນໍາ, ບົນພື້ນຖານ ແລະ ເຫັນໄດ້ຄວາມສໍາຄັນຜ່ານໄລຍະປະຫວັດສາດດັ່ງກ່າວ, ສູນກາງພັກ, ລັດຖະບານ ຈຶ່ງໄດ້ຕົກລົງອອກດໍາລັດສະບັບເລກທີ 277/ນຍ, ລົງວັນທີ 1 ກັນຍາ 2005 ຮັບຮອງເອົາວັນທີ 5 ເມສາ 1961 ເປັນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບຢ່າງເປັນທາງການ.

ການກໍາເນີດຂອງກໍາລັງປ້ອງກັນຄວາມສະຫງົບປະຊາຊົນລາວ ແມ່ນມີຄວາມໝາຍສໍາຄັນທາງດ້ານການເມືອງອັນໃຫຍ່ຫຼວງ ໃນປະຫວັດສາດຂອງຊາດລາວ; ນັບແຕ່ມື້ສ້າງຕັ້ງ, ກໍາລັງປ້ອງກັນຄວາມສະຫງົບໄດ້ເຊື່ອມຊຶມ ແລະ ປະຕິບັດ 3 ໜ້າທີ່ 4 ການພົວພັນໄດ້ເປັນຢ່າງດີຕະຫຼອດມາ; ຕະຫຼອດ 64 ປີ ແຫ່ງການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງ ປກສ, ພາຍໃຕ້ການນໍາພາຂອງພັກປະຊາຊົນປະຕິວັດລາວ ແມ່ນປະຫວັດສາດແຫ່ງການທົດສອບອັນໃຫຍ່ຫຼວງ ໃນການຕໍ່ສູ້ອັນຍືດເຍື້ອຍາວນານ ເພື່ອຍາດເອົາຄວາມເປັນເອກະລາດແຫ່ງຊາດ; ຕະຫຼອດໄລຍະທາງອັນລະອິດລະອ້ຽວ, ຫຍຸ້ງຍາກລໍາບາກທີ່ສຸດນັ້ນ, ແຕ່ກໍ່ປ່ຽມລົ້ນໄປດ້ວຍຜົນງານ ແລະ ໄຊຊະນະອັນສະຫງ່າລາສີ; ພາຍໃຕ້ການນໍາພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວ, ກໍາລັງພວກເຮົາໄດ້ສາມັກຄີເປັນຈິດໜຶ່ງໃຈດຽວໃນການປະຕິບັດໜ້າທີ່ການເມືອງ, ທັງປະສານສູ້ຮົບຢ່າງພິລະອາດຫານ, ອອກແຮງປັບປຸງ, ກໍ່ສ້າງກໍາລັງຂອງຕົນໃຫ້ນັບມື້ເຂັ້ມແຂງ ແລະ ຂະຫຍາຍຕົວເປັນລໍາດັບມາ.
ຜົນສໍາເລັດທີ່ກໍາລັງປ້ອງກັນຄວາມສະຫງົບ ຍາດມາໄດ້ໃນໄລຍະຜ່ານມາ, ແມ່ນການຈັດຕັ້ງປະຕິບັດແນວທາງຂອງພັກ-ລັດ ຖືກທິດ, ສອດຄ່ອງກັບສະພາບເງື່ອນໄຂ ແລະ ຈຸດພິເສດຂອງກໍາລັງ ປກສ; ແມ່ນໝາກຜົນຂອງຄວາມບາກບັ່ນ, ບຸກບືນສູ້ຊົນດ້ວຍຄວາມມານະອົດທົນ, ເດັດດ່ຽວໜຽວແໜ້ນ ແລະ ຄວາມສາມັກຄີເປັນປຶກແຜ່ນຂອງສະມາຊິກພັກ, ພະນັກງານ-ນັກຮົບໃນທົ່ວກໍາລັງ ທີ່ໄດ້ຕັ້ງໜ້າທຸ້ມເທເຫື່ອແຮງ, ສະຕິປັນຍາ ປະກອບສ່ວນເຂົ້າຮ່ວມຈັດຕັ້ງປະຕິບັດດ້ວຍຄວາມເປັນເຈົ້າການຢ່າງຕັ້ງໜ້າ, ອັນໄດ້ສະ ແດງໃຫ້ເຫັນວ່າ: ພາຍໃຕ້ການນໍາພາຂອງພັກ, ກໍາລັງ ປກສ ໄດ້ເສີມຂະຫຍາຍທາດແທ້, ມູນເຊື້ອຂອງກໍາລັງປະກອບອາວຸດປະຕິວັດ, ຍາມໃດ ກໍ່ສະໜອງຕອບຕໍ່ຄໍາຮຽກຮ້ອງຂອງພັກ ແລະ ປະຊາຊົນ ດ້ວຍຄວາມຈົ່ງຮັກພັກດີ, ຊື່ສັດບໍລິສຸດ, ຍາມໃດກໍ່ເດັດ ດ່ຽວໜຽວແໜ້ນ, ກ້າວເດີນຕາມອຸດົມການຂອງພັກ.
ຕະຫຼອດໄລຍະ 64 ປີ ກໍາລັງປ້ອງກັນຄວາມສະຫງົບ ໄດ້ເຮັດຫຼ້ອນໜ້າທີ່ອັນໃຫຍ່ຫຼວງທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ແມ່ນໄລຍະທາງທີ່ສະຫວ່າງສະໄຫວ ແລະ ມີກຽດສະຫງ່າເຊິ່ງເປັນພື້ນຖານອັນໜັກແໜ້ນໃຫ້ການກ້າວຂຶ້ນປັບປຸງກໍາລັງປະກອບອາວຸດ ໃຫ້ມີແບບແຜນກ້າວໄປສູ່ຄວາມທັນສະໄໝ; ເພື່ອອະນາຄົດອັນສົດໃສຂອງປະເທດຊາດ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອ, ຜົນງານທີ່ຍາດມາໄດ້ ແລະ ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ປະຕິບັດໜ້າທີ່ການເມືອງໃຫ້ມີໝາກຜົນດີກວ່າເກົ່າ, ນໍາພາກໍາລັງພວກເຮົາ ກ້າວຂຶ້ນສ້າງທ່ວງທ່າໃໝ່ຢ່າງໜັກແໜ້ນ.
ພາບ-ຂ່າວ: ຄຳໂຖ