ໃນວັນທີ 7 ເມສາ 2025 ນີ້, ທ່ານ ອັນໂຕນິໂອ ກູເຕເຣສ (António Guterres) ເລຂາທິການໃຫຍ່ອົງການສະຫະປະຊາຊາດ(ສປຊ) ໄດ້ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຕໍ່ການຈາກໄປຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ອະດີດປະທານປະເທດ ແຫ່ງ ສປປ ລາວ ເຖິງບັນດາການນໍາ ສປປ ລາວ.
ເນື້ອໃນຂອງສານໄດ້ລະບຸວ່າ: ຂ້າພະເຈົ້າ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ຕໍ່ການຈາກໄປຂອງ ທ່ານ ພົນເອກ ຄຳໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ. ຕະຫລອດຊີວິດຂອງທ່ານ ທີ່ໄດ້ອຸທິດໃຫ້ແກ່ປະເທດຊາດ ໄດ້ກາຍເປັນສັນຍາລັກອັນສໍາຄັນຍິ່ງ, ຄຸນງາມຄວາມດີຂອງທ່ານ ໃນການນໍາພາ-ຊີ້ນໍາ ສ້າງສາພັດທະນາປະເທດຊາດ ຈະຖືກຈົດຈໍາໄວ້ໃນຈິດໃຈຂອງປະຊາຊົນລາວຕະຫລອດໄປ. ຂ້າພະເຈົ້າ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ມາຍັງຄອບ ຄົວຂອງທ່ານ ໂດຍສະເພາະລູກຊາຍຂອງທ່ານ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ແລະ ປະຊາຊົນ ສປປ ລາວ ທຸກຖ້ວນໜ້າ”.

ໃນວັນດຽວກັນ, ທ່ານ ອາຄິມ ສະໄຕເນີ (Achim Steiner) ຜູ້ອໍານວຍການໃຫຍ່ ອົງການ ສປຊ ເພື່ອການພັດທະນາ (UNDP) ກໍໄດ້ສົ່ງຈົດໝາຍສະແດງຄວາມເສົ້າສະຫລົດໃຈ ແລະ ກ່າວເຖິງຄຸນງາມຄວາມດີຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ອະດີດປະທານປະເທດ ແຫ່ງ ສປປ ລາວ ໂດຍພາຍໃຕ້ການນໍາພາຂອງ ທ່ານ ໃນຕະຫລອດໄລຍະຫລາຍປີຜ່ານມາ, ເຮັດໃຫ້ການຮ່ວມມືລະຫວ່າງອົງການ UNDP ແລະ ລັດຖະບານ ສປປ ລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ແໜ້ນແຟ້ນຍິ່ງຂຶ້ນ ໂດຍສະເພາະໃນການຈັດຕັ້ງປະຕິບັດບັນດາແຜນງານ ແລະ ໂຄງການເພື່ອການພັດທະນາເສດຖະກິດ-ສັງຄົມ, ການຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາຊັບພະຍາ ກອນມະນຸດ.
ກ່ອນໜ້ານີ້ຄື ໃນລະຫວ່າງວັນທີ 3-4 ເມສາ 2025, ສຳນັກງານຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ປະຈໍາອົງການ ສປຊ ທີ່ ນິວຢອກ ກໍໄດ້ຈັດພິທີໄວ້ອາໄລຕໍ່ການຈາກໄປຂອງ ທ່ານ ພົນເອກ ຄໍາໄຕ ສີພັນດອນ ເຊິ່ງໄດ້ມີບັນດາເອກອັກຄະລັດຖະທູດ, ຜູ້ຕາງຫນ້າຖາວອນ ແລະ ຜູ້ຕາງຫນ້າຂັ້ນສູງ ຈາກສຳນັກງານປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນ ມາຮ່ວມລົງນາມໃນປຶ້ມໄວ້ອາໄລ ແລະ ສົ່ງສານສະແດງຄວາມເສົ້າສະຫລົດໃຈ ຫລາຍກວ່າ 50 ພາກສ່ວນ.