Home ຂ່າວໜ້າໜຶ່ງ ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ

ກອງທັບປະຊາຊົນລາວ ສົ່ງກຳລັງໄປຊ່ວຍເຫຼືອ ມຽນມາ ໃນການກອບກູ້ໄພພິບັດ ແຜ່ນດິນໄຫວ

0

ວັນທີ 31 ມີນາ 2025 ກອງທັບປະຊາຊົນລາວ ໄດ້ສົ່ງກຳລັງ ຈຳນວນ 33 ສະຫາຍ ແລະ ອຸປະກອນ ໄປຊ່ວຍເຫຼືອ ມຽນມາ ໃນການຊອກຄົ້ນ ກອບກູ້ ແລະ ຊ່ວຍເຫຼືອຜູ້ສູນຫາຍຈາກເຫດການແຜ່ນດິນໄຫວ ໃນວັນທີ 28 ມີນາ ຜ່ານມານີ້ ເຊິ່ງນຳໂດຍ ສະ ຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ ຄະນະກຳມະການຄຸ້ມຄອງໄພພິບັດ ກະຊວງປ້ອງກັນປະເທດຜູ້ປະສານການຄະນະກຳມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ພ້ອມຄະນະ.

ສໍາລັບ ກຳລັງທີ່ເດີນທາງໄປຊ່ວຍເຫຼືອໃນຄັ້ງນີ້ ມີຈໍານວນພົນທັງໝົດ 33 ສະຫາຍ ໃນນີ້ ມີກຳລັງຊ່າງແສງ 13 ສະຫາຍ ເສນາຮັກ 11 ສະຫາຍ ນອກນັ້ນ ຍັງມີຄະນະຊີ້ນໍາ ແລະ ພາກສ່ວນຮັບປະກັນອີກຈໍານວນໜຶ່ງ ພາຍຫຼັງເດີນທາງຮອດສະໝາມບິນເນປີດໍ ຄະນະຕາງໜ້າຈາກເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ຈາກນັ້ນ ໄດ້ເຄື່ອນກຳລັງໄປເມືອງມອນດາເລ ເຊິ່ງເປັນເມືອງໜຶ່ງທີ່ຖືກຜົນປະທົບຈາກເຫດການແຜ່ນດິນໄຫວ.

ຂໍ້ມູນຈາກ Lao people’s Army news

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version