Home ຂ່າວຕ່າງປະເທດ ກຳປູເຈຍ ປະກາດຈະຊ່ວຍເຫຼືອສຸກເສີນເບື້ອງຕົ້ນ 1 ແສນໂດລາແກ່ມຽນມາ

ກຳປູເຈຍ ປະກາດຈະຊ່ວຍເຫຼືອສຸກເສີນເບື້ອງຕົ້ນ 1 ແສນໂດລາແກ່ມຽນມາ

0

ໜັງສືພິມ Khmer Times ລາຍງານໃນວັນທີ 31 ມີນາ 2025 ວ່າ: ທ່ານ ປຣັກ ສຸຄົນ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດກຳປູເຈຍ ເປີດເຜີຍໃນວັນທີ 30 ມີນານີ້ວ່າ: ກຳປູເຈຍ ຈະໃຫ້ການຊ່ວຍເຫຼືອສຸກເສີນເບື້ອງຕົ້ນ ຈຳນວນ 100,000 ໂດລາສະຫະລັດແກ່ມຽນມາ ທີ່ໄດ້ຮັບຜົນກະທົບຈາກເຫດການແຜ່ນດິນ ໄຫວຄັ້ງໃຫຍ່, ໂດຍທ່ານໄດ້ປະກາດດັ່ງກ່າວໃນຂະນະທີ່ເຂົ້າຮ່ວມກອງປະຊຸມສຸກເສີນຂອງລັດຖະມົນ ຕີການຕ່າງປະເທດອາຊຽນ ທີ່ຈັດຂຶ້ນຜ່ານລະບົບອອນລາຍໃນວັນທີ 30 ມີນານີ້ ກ່ຽວກັບສະຖານະການຫຼັງແຜ່ນດິນໄຫວຢູ່ມຽນມາ

ທ່ານ ປຣັກ ສຸຄົນ ກ່າວຕື່ມວ່າວ່າ: ກຳປູເຈຍ ກຳລັງດຳເນີນການໃຫ້ຄວາມຊ່ວຍ ເຫຼືອໃນລະດັບພາກພື້ນຕື່ມອີກ, ລວມທັງການຈັດສົ່ງເຄື່ອງອຸປະກອນການແພດ ແລະ ເຄື່ອງຂອງທີ່ຈໍາເປັນອື່ນໆຕາມຄວາມເໝາະສົມ ເຊິ່ງກຳປູເຈຍຢືນຄຽງຂ້າງກັບປະເທດສະມາຊິກອາຊຽນອື່ນໆ.

ພ້ອມນີ້ ທ່ານກ່າວຢໍ້າວ່າ: ສໍາລັບການໃຫ້ຄວາມຊ່ວຍເຫຼືອແກ່ມຽນມາ ແລະ ໄທ ແມ່ນເປັນການຢັ້ງຢືນເຖິງຄວາມສາມັກຄີເປັນຈິດໜຶ່ງໃຈດຽວກັນ ແລະ ເປັນການສື່ສານທີ່ມີພະລັງວ່າ ມຽນມາ ແລະ ໄທ ຈະບໍ່ປະເຊີນໜ້າກັບວິກິດການຄັ້ງນີ້ພຽງລຳ ພັງ.

ທີ່ມາ: ໜັງສືພິມ Khmer Times

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version