Home ຂ່າວໜ້າໜຶ່ງ ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມເວທີປຶກສາຫາລືອາຊີ ໂປອາວ ປະຈໍາປີ 2025 ມີຄວາມໝາຍສໍາຄັນໃນການຮ່ວມ ກັນສ້າງອະນາຄົດຂອງອາຊີທ່າມກາງການປ່ຽນແປງອັນສັບສົນຂອງໂລກ

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມເວທີປຶກສາຫາລືອາຊີ ໂປອາວ ປະຈໍາປີ 2025 ມີຄວາມໝາຍສໍາຄັນໃນການຮ່ວມ ກັນສ້າງອະນາຄົດຂອງອາຊີທ່າມກາງການປ່ຽນແປງອັນສັບສົນຂອງໂລກ

0

ວັນທີ 27 ມີນານີ້, ໃນໂອກາດເດີນທາງມາແຂວງໄຫຫຼໍາຂອງຈີນເພື່ອເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືອາຊີ ໂປອາວ ປະຈໍາປີ 2025, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີລາວ ໄດ້ໃຫ້ສໍາພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG.

ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ສະພາບການປ່ຽນແປງຂອງໂລກໃນປັດຈຸບັນນີ້ມີຄວາມສັບສົນ ແລະ ຄາດເດົາໄດ້ຍາກ, ກອງປະຊຸມເວທີປຶກສາຫາລືອາຊີ ໂປອາວ ປະຈໍາປີ 2025 ເປັນໂອກາດທີ່ດີສໍາລັບບັນດາຜູ້ນໍາ ແລະນັກຊ່ຽວຊານຜູ້ທີ່ມີປະສົບ ການຈາກຫຼາຍປະເທດໄດ້ປຶກສາຫາລືຫຼາຍບັນຫາສໍາຄັນທີ່ພວກເຮົາກໍາລັງປະເຊີນຢູ່, ໂດຍສະພາບແມ່ນການປ່ຽນແປງທາງດ້ານພູມສາດ-ລັດຖະສາດ, ບັນຫາດ້ານການເມືອງ, ຄວາມໝັ້ນຄົງ, ເສດຖະກິດຂອງພາກພື້ນ ແລະ ຂອງໂລກ ເພື່ອຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆ. ສະນັ້ນ, ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຖືວ່າເປັນຜົນປະໂຫຍດຫຼາຍໃນການແລກປ່ຽນບົດຮຽນ ແລະ ປະສົບການກັບບັນດາປະເທດພັດທະນາເພື່ອນມິດ ແລະ ຄູ່ຮ່ວມພັດທະນາ.

ທ່ານ ສອນໄຊ ສີພັນດອນ ກ່າວຕື່ມວ່າ: ສປປ ລາວ ກັບ ສປ ຈີນ ບໍ່ພຽງແຕ່ເປັນປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ ຍັງເປັນເພື່ອນມິດທີ່ດີຕໍ່ກັນຕາມຂອບການຮ່ວມມືໝັ້ນຄົງຍາວນານ ແລະ ການສ້າງຄູ່ຮ່ວມຊາຕາກໍາ. ສອງພັກສອງລັດ ແລະ ປະຊາ ຊົນສອງຊາດຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດແຜນແມ່ບົດການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ,ຈີນ-ລາວສະບັບໃໝ່ໃຫ້ມີໝາກມີຜົນ ແລະ ປະກົດຜົນເປັນຈິງ, ນໍາເອົາຜົນປະໂຫຍດຫຼາຍທີ່ສຸດໃຫ້ແກ່ປະຊາຊົນສອງປະເທດ.

ທີ່ມາ: CMG

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version