….
ໃນຕອນບ່າຍ ເວລາ 15:30 ໂມງ ຂອງວັນທີ 26 ມີນາຜ່ານມາ ໄດ້ມີພະນັກງານຂັບລົດຈົກ ຂອງບໍລິສັດແສງມີໄຊຄົບວົງຈອນ ຈຳກັດ ຄື: ທ້າວ ເຕີມ ໄຊຍະບັນຫາ ອາຍຸ 28 ປີ ໄດ້ຂັບລົດຈົກດິນຢູ່ບໍລິເວນຫ້ວຍເຂົ້າມ່າ ບ້ານປາກຊີມັງ (ທິດເໜືອຫ່າງຈາກວັດພະທາດສີໂຄດຕະບອງ ແຂວງຄໍາມ່ວນປະມານ 400 ແມັດ), ຫຼັງຈາກບຸກເບີກດິນເພື່ອທຳການກໍ່ສ້າງ ໄດ້ພົບເຫັນພະພຸດທະຮູບ ແລະ ໄດ້ລາຍງານພາກສ່ວນທີ່ກ່ຽວຂ້ອງໃຫ້ຮັບຮູ້.
ໃນວັນທີ 27 ມີນາ 2025 ພາກສ່ວນກ່ຽວຂ້ອງຂັ້ນແຂວງ, ໂດຍມີ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງຄໍາມ່ວນ, ທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກ ຖວທ ແຂວງ ແລະ ວິຊາການກ່ຽວຂ້ອງຂັ້ນແຂວງ, ເມືອງ, ປກສ ເຂດ ແລະ ອຳນາດການປົກຄອງບ້ານປາກຊີມັງ ໄດ້ລົງສຳຫຼວດ ແລະ ກວດກາ ຊຶ່ງໄດ້ພົບເຫັນພະພຸດທະຮູບທັງໝົດຈຳນວນ 15 ອົງ. ໃນນັ້ນ,ມີພະພຸດທະຮູບເຮັດດ້ວຍເງິນ 14 ອົງ ແລະ ພະພຸດທະຮູບທອງສໍາລິດ 1 ອົງ, ຊຶ່ງພະພຸດທະຮູບດັ່ງກ່າວຍັງບໍ່ທັນໄດ້ຂຶ້ນບັນຊີ ແລະ ໄດ້ນໍາໄປເກັບຮັກສາໄວ້ຢູວັດພະທາດສີໂຄດຕະບອງ.
ຕາມການສັນນິຖານຂອງວິຊາການ ແມ່ນຍັງຄົງມີພະພຸດທະຮູບ ຍັງເຫຼືອຢູ່ໃນເຂດດັ່ງກ່າວ ຈຶ່ງຫ້າມບໍ່ໃຫ້ຄົນທີ່ບໍ່ມີສ່ວນກ່ຽວຂ້ອງເຂົ້າໄປໃນບໍລິເວນທີ່ໄດ້ກຳນົດໄວ້ ແລະ ຈະໄດ້ສະເໜີກົມທີ່ກ່ຽວຂ້ອງຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລົງມາສໍາຫຼວດຂຸດຄົ້ນ ແລະ ວິໄຈ ທາງບູຮານວິທະຍາ ຕາມລະບຽບຫຼັກການ.

(ຂໍ້ມູນຈາກ: ຂະແໜງວັດທະນະທຳ ພະແນກ ຖວທ ແຂວງຄໍາມ່ວນ)