Home ຂ່າວຕ່າງປະເທດ ການຮ່ວມມືອາຊຽນ-ຈີນ ກາຍເປັນແບບຢ່າງດ້ານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

ການຮ່ວມມືອາຊຽນ-ຈີນ ກາຍເປັນແບບຢ່າງດ້ານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ

0

ຂ່າວສານຊີອາໄອລາຍງານວ່າ: ໃນເວລາໃຫ້ສຳພາດຕໍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMGຫວ່າງມໍ່ໆມານີ້, ທ່ານ ກາວກິມຮຸນ ເລຂາທິການອາຊຽນກ່າວວ່າ: ອາຊຽນ-ຈີນມີຜົນງານອັນອຸດົມສົມບູນໃນຂົງເຂດຕ່າງໆ ເຊັ່ນ: ເສດຖະກິດການຄ້າ, ການກໍ່ສ້າງພື້ນຖານໂຄງລ່າງ, ການປະດິດສ້າງດ້ານວິທະຍາສາດເຕັກໂນໂລຊີ, ການແລກປ່ຽນດ້ານວັດທະນະທຳ ແລະ ອື່ນໆ ຊຶ່ງໄດ້ກາຍເປັນແບບຢ່າງດ້ານການຮ່ວມມືຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຮ່ວມຊາຕາກຳໃຫ້ແກ່ພາກພື້ນອາຊີ-ປາຊີຟິກ ກໍຄືທົ່ວໂລກ.

ທ່ານກ່າວຕື່ມວ່າ: ໃນອະນາຄົດອັນໃກ້ນີ້, ການຮ່ວມມືດ້ານເສດຖະກິດການຄ້າຈີນ-ອາຊຽນຈະກ້າວເຂົ້າສູ່ໜ້າໃໝ່ໃນປະຫວັດສາດ, ເຂດການຄ້າເສລີຈີນ-ອາຊຽນສະບັບ 3.0 ຈະກວມລວມບັນດາຂົງເຂດ, ໂດຍສະເພາະແມ່ນຂົງເຂດແບບບໍ່ແມ່ນດັ້ງເດີມ ຄື: ເສດຖະກິດດີຈີຕອນເປັນຕົ້ນ ຈະໄດ້ຮັບໂອກາດຮ່ວມມືຫຼາຍກວ່າເກົ່າ ຊຶ່ງຈະຊຸກຍູ້ໃຫ້ການໄປມາຫາສູ່ກັນດ້ານການຄ້າລະຫວ່າງອາຊຽນ-ຈີນ ມີຄວາມທັນສະໄໝ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version