Home ຂ່າວຕ່າງປະເທດ ອີຕາລີ ພິມຈຳໜ່າຍ “ໜັງສືພິມ AI” ສະບັບທຳອິດຂອງໂລກ

ອີຕາລີ ພິມຈຳໜ່າຍ “ໜັງສືພິມ AI” ສະບັບທຳອິດຂອງໂລກ

0

ຂ່າວສານຊີອາໄອລາຍງານຫວ່າງມໍ່ໆມານີ້, “ໜັງສືພິມຟອກລີໂອ” ຊຶ່ງເປັນໜັງສືພິມລະດັບຊາດຂອງອີຕາລີ ແຈ້ງໃຫ້ຮູ້ວ່າ: ໄດ້ພິມຈຳໜ່າຍໜັງສືພິມສະບັບທຳອິດຂອງໂລກທີ່ຂຽນໂດຍປັນຍາປະດິດ ຫຼື AI.

ຂ່າວລະບຸວ່າ: ພະນັກງານຂອງສຳນັກໜັງສືພິມໄດ້ອີງຕາມຂ່າວທີ່ເກີດຂຶ້ນໃນມື້ດຽວກັນຕັ້ງຄຳຖາມຕໍ່ແພຣັດຟອມປັນຍາປະດິດ, ແລ້ວປັນຍາປະດິດກໍຂຽນບົດຄວາມໂດຍອີງຕາມຄຳຖາມຕ່າງໆ. ໜັງສືພິມທີ່ຂຽນໂດຍ AI ໄດ້ຖືກຈຳໜ່າຍນຳກັນກັບໜັງສືພິມສະບັບມື້ດຽວກັນ. ຜູ້ຮັບຜິດຊອບສຳນັກໜັງສືພິມດັ່ງກ່າວບອກວ່າ: ເຖິງວ່າເນື້ອໃນບົດຄວາມທີ່ຂຽນໂດຍ AI ອາດຈະມີຂໍ້ຜິດ ຫຼື ຫຼັກໝັ້ນອາດຈະແຕກຕ່າງກັນກັບສຳນັກໜັງສືພິມກໍຕາມ, ແຕ່ນັກຂ່າວ ແລະ ບັນນາທິການຈະບໍ່ແກ້ຄວາມຜິດເຫຼົ່ານີ້. ໜັງສືພິມ AI ສະບັບນີ້ຍັງຢູ່ໃນໄລຍະທົດລອງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version