ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ການຈັດຕັ້ງປະຕິບັດວຽກງານປົກປ້ອງສິດ ແລະ ຜົນປະ ໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານຢູ່ລາວໃນໄລຍະ 5 ປີ ຜ່ານມາ ໄດ້ສຸມໃສ່ໂຄສະນາເຜີຍແຜ່ ແລະ ກວດກາການຈັດຕັ້ງປະຕິບັດກົດໝາຍແຮງງານ, ເອົາໃຈໃສ່ແກ້ໄຂບັນດາຂໍ້ຂັດແຍ່ງທາງດ້ານແຮງງານທີ່ເກີດຂຶ້ນໃຫ້ສຳເລັດໂດຍໄວ, ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ກົນໄກສາມຝ່າຍ ໂດຍໄດ້ສໍາເລັດການແຕ່ງຕັ້ງຄະນະກໍາມະການແຮງງານແຫ່ງຊາດ ແລະ ກອງເລຂາຄະນະກໍາມະການແຮງງານ ປະຈໍາແຂວງ-ນະຄອນຫລວງ ໃນຂອບເຂດທົ່ວປະເທດ ແລະ ໄກ່ເກ່ຍຂໍ້ຂັດແຍ່ງໄດ້ 296 ກໍລະນີຈາກທັງໝົດທີ່ໄດ້ຮັບ 398 ກໍລະນີ.
ນອກຈາກນີ້ ຍັງໄດ້ອອກອະນຸຍາດສ້າງຕັ້ງບໍລິສັດຄວາມປອດໄພແຮງງານໄດ້ 2 ບໍລິສັດ ແລະ ສູນກວດສຸຂະ ພາບແຮງງານໄດ້ 8 ສູນ; ພ້ອມນີ້ ໄດ້ເອົາໃຈໃສ່ຄຸ້ມຄອງແຮງງານຕ່າງປະເທດ ໂດຍໄດ້ປັບປຸງລະບົບຖານຂໍ້ມູນການຂຶ້ນທະບຽນແຮງງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ສປປ ລາວ ໃຫ້ມີຄວາມທັນສະໄໝ ຮັບປະກັນການປົກປ້ອງສິດຜົນປະໂຫຍດຕາມກົດໝາຍຂອງ ສປປ ລາວ ແລະ ການປະກອບສວນພັນທະຕ່າງໆຕາມກົດໝາຍ.
ທ່ານ ໃຫ້ຮູ້ຕື່ມວ່າ: ສ່ວນທາງດ້ານວຽກສະຫວັດດີການສັງຄົມ ກໍຄື ການປະຕິບັດນະໂຍບາຍປົກປ້ອງທາງສັງຄົມ ໄດ້ປະຕິບັດມີຜົນສຳເລັດຫລາຍດ້ານຄື: ດ້ານການປະກັນສັງຄົມ, ອັດຕາການປົກຄຸມໄດ້ເພີ່ມຂຶ້ນໃນແຕ່ລະປີ ແລະ ໃນ 5 ປີ ຜ່ານມາສາມາດຂຶ້ນທະບຽນວິສາຫະກິດເພີ່ມໃໝ່ໄດ້ 2.163 ຫົວໜ່ວຍ, ຂຶ້ນທະບຽນຜູ້ປະກັນຕົນ ແລະ ຈ່າຍເງິນ ສົມທົບໃໝ່ 192.138 ຄົນ, ປັດຈຸບັນມີຫົວໜ່ວຍແຮງງານຂຶ້ນທະບຽນແລ້ວ 5.872 ຫົວໜ່ວຍ, ມີຜູ້ປະກັນຕົນທີ່ຈ່າຍເງິນສົມທົບທັງໝົດ 372.374 ຄົນ, ມີຜູ້ເກີດສິດທັງໝົດ 900.630 ຄົນ (ບໍ່ລວມກຳລັງ ປກສ, ປກຊ) ແລະ ປະກັນສຸຂະພາບຊຸມຊົນ.