ກະຊວງການຕ່າງປະເທດ ໃນນາມຜູ້ປະສານງານແຫ່ງຊາດຂອງ ສປປ ລາວ ປະຈຳອົງ ການຝຣັງໂກໂຟນີສາກົນ (OIF) ຮ່ວມກັບພາກສ່ວນຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດພິທີສະເຫລີມສະຫລອງ ວັນຝຣັງໂກໂຟນີສາກົນ 20 ມີນາ ປະຈຳປີ 2025 ໃນວັນທີ 20 ມີນາ ພາຍໃຕ້ຫົວຂໍ້ “ຍົກສູງການຊອກຮູ້ຮໍ່າຮຽນດ້ວຍຕົນເອງ ເພື່ອສາມາດປະກອບສ່ວນເຂົ້າໃນການພັດທະນາສັງຄົມຢ່າງເຕັມສ່ວນ” ຢູ່ແຂວງສະຫວັນນະເຂດ ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ມີ ທ່ານ ໂພໄຊ ໄຂຄຳພິທູນ ຮອງເຈົ້າແຂວງສະຫວັນນະເຂດ, ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ, ເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ, ທູຕານຸທູດ, ຜູ້ຕາງໜ້າຫ້ອງການມະຫາວິທະຍາໄລຝຣັງໂກໂຟນີ (AUF), ບັນດາຄູ-ອາຈານ, ນັກຮຽນ-ນັກສຶກສາ ທີ່ຮຽນພາສາຝຣັ່ງ ເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາໃນການຮ່ວມຂະບວນການຝຣັງໂກໂຟນີ ຂອງ ສປປ ລາວ, ພ້ອມທັງຍົກໃຫ້ເຫັນເຖິງການພົວພັນຮ່ວມມືກັບອົງການຝຣັງໂກໂຟນີສາກົນ ກໍຄື ອົງການ OIF ແລະ ການເຄື່ອນໄຫວວຽກງານໂດຍສັງເຂບ ຂອງ ສປປ ລາວ ໃນຂອບວຽກຝຣັງໂກໂຟນີ ໂດຍສະເພາະໃນການສົ່ງເສີມພາສາຝຣັ່ງ ແລະ ຄຸນຄ່າຂອງຝຣັງໂກໂຟນີ ແລະ ໄດ້ຕີລາຄາກ່ຽວກັບສະພາບການນໍາໃຊ້ພາສາຝຣັ່ງ ໃນພາກພື້ນ ແລະ ໃນທົ່ວໂລກ ໄດ້ຊຸກຍູ້ການເສີມຂະຫຍາຍການຮ່ວມມື ເພື່ອສົ່ງເສີມການຮຽນ-ການສອນ ພາສາ ຝຣັ່ງຢູ່ໃນພາກພື້ນອາຊີ-ປາຊີຟິກ ກໍຄື ຢູ່ ສປປ ລາວ, ລວມທັງການສົ່ງເສີມການສ້າງວຽກເຮັດງານທຳໃຫ້ແກ່ຊາວໝຸ່ມຍິງ-ຊາຍ ກໍຄື ຜູ້ທີ່ເວົ້າພາສາຝຣັ່ງ. ນອກຈາກນີ້, ຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມື ລາວ-ຝຣັ່ງ ໂດຍສະເພາະ ການພົວພັນຮ່ວມມື ຕະຫລອດໄລຍະທີ່ຜ່ານມາ ໃນຫລາຍຂົງເຂດວຽກງານ. ໃນນັ້ນ, ລວມທັງການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ.
ໃນໂອກາດດຽວກັນ, ທ່ານຮອງເຈົ້້າແຂວງສະຫວັນນະເຂດ ແລະ ທ່ານ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳ ສປປ ລາວ ໄດ້ຜັດປ່ຽນກັນປະກອບຄໍາເຫັນ ໂດຍໄດ້ຊີ້ໃຫ້ເຫັນຄວາມສໍາຄັນໃນການສະ ເຫລີມສະຫລອງວັນສຳຄັນດັ່ງກ່າວ, ພ້ອມທັງລາຍງານກ່ຽວກັບການເຄື່ອນ ໄຫວວຽກງານໃນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ການປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນການສົ່ງເສີມການພົວພັນ ແລະ ການຮ່ວມມືໃນຂອບວຽກງານຝຣັງໂກໂຟນີ ໂດຍສະເພາະ ແມ່ນໃນຂອບການສົ່ງເສີມການຮຽນ-ການສອນ ພາສາຝຣັ່ງ ຢູ່ ສປປ ລາວ.
ສປປ ລາວ ໄດ້ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີສາກົນ ໃນປີ 1991 ແລະ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການເຄື່ອນໄຫວວຽກງານຕ່າງໆຂອງອົງການດັ່ງກ່າວ, ລວມທັງການຮ່ວມມືໃນການສົ່ງເສີມພາສາຝຣັ່ງ, ຄວາມຫລາກຫລາຍທາງດ້ານວັດທະນະທຳ, ການຮ່ວມມືດ້ານເສດຖະກິດ ແລະ ດີຈິຕອນ. ສປປ ລາວ ໄດ້ດຳເນີນການຮຽນ-ການສອນພາສາຝຣັ່ງ ຢູ່ນະຄອນຫລວງວຽງຈັນ ແລະ ຢູ່ 3 ແຂວງ ຄື: ແຂວງຫລວງພະບາງ, ສະຫວັນນະເຂດ ແລະ ແຂວງຈຳປາສັກ. ພາສາຝຣັ່ງ ແມ່ນໄດ້ຮັບການສົ່ງເສີມ ແລະ ນຳໃຊ້ ຢູ່ໃນຂະແໜງການສຶກສາ ແລະ ສາທາລະນະສຸກ ໂດຍສະເພາະແມ່ນໄດ້ມີການສົ່ງເສີມການຮຽນ-ການສອນພາສາຝຣັ່ງ, ການຝຶກອົບຮົມຄູ-ອາຈານ ແລະ ການພັດທະ ນາຫ້ອງຮຽນສອງພາສາລາວ-ຝຣັ່ງ ໃນລະດັບປະຖົມ ແລະ ມັດທະຍົມ, ລວມທັງໃນສະຖາບັນການສຶກສາລະດັບສູງ. ນອກຈາກນີ້, ຍັງໄດ້ມີການຮ່ວມມືໃນຂົງເຂດອື່ນໆ ເຊັ່ນ: ສາທາລະນະສຸກ, ເສດຖະ ກິດ, ການຄ້າ, ການລົງທຶນ, ວັດທະນະທໍາ, ສື່ມວນຊົນ, ການພັດທະນາ, ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ອື່ນໆ.
ອົງການຟຣັງໂກໂຟນີສາກົນ (OIF) ແມ່ນອົງການຈັດຕັ້ງສາກົນລະຫວ່າງລັດຖະບານ ທີ່ເຕົ້າ ໂຮມເອົາບັນດາປະເທດຕ່າງໆ ທີ່ໃຊ້ພາສາຝຣັ່ງ ເຂົ້າດ້ວຍກັນ, ສ້າງຕັ້ງຂຶ້ນໃນວັນ 20 ມີນາ 1970 ຊຶ່ງໃນເບື້ອງຕົ້ນມີຊື່ວ່າ ອົງການຮ່ວມມືທາງດ້ານວັດທະນະທໍາ ແລະ ເຕັກນິກ ເຄື່ອນໄຫວທາງດ້ານການຝຶກອົບຮົມວິຊາຊຊີບ-ເຕັກນິກ ແລະ ດ້ານວັດທະນະທໍາ, ມາຮອດປີ 2005 ຈຶ່ງໄດ້ປ່ຽນຊື່ມາເປັນ ອົງ ການຟຣັງໂກໂຟນີສາກົນ ມີສະມາຊິກທັງໝົດ 93 ປະເທດ ທີ່ຢູ່ໃນ 5 ທະວີບຂອງໂລກ, ມີສຳນັກງານໃຫຍ່ຕັ້ງຢູ່ ນະຄອນຫລວງປາຣີ, ປະເທດຝຣັ່ງ.
ຂ່າວ-ພາບ: ກຕທ