Home ຂ່າວໜ້າໜຶ່ງ ເປີດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

ເປີດກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນມີນາ 2025

0

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນມີນາ 2025 ເປີດຂຶ້ນໃນຕອນເຊົ້າວັນທີ 24 ມີນານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ -ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການນໍາຂອງບັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນມີນາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນເມສາ 2025.

ກອງປະຊຸມຄັ້ງນີ້ ຈະດໍາເນີນເປັນເວລາ 2 ວັນ ຊຶ່ງຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນ ຄື:

ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ ຄື: ວຽກງານພົ້ນເດັ່ນ ປະຈໍາເດືອນມີນາ ແລະ ທິດທາງແຜນການ ປະຈຳເດືອນເມສາ 2025 ຂອງລັດຖະບານ ຕິດພັນກັບການແກ້ໄຂບັນຫາເຄັ່ງຮ້ອນ ທາງດ້ານເສດຖະກິດ, ເງິນຕາ, ອັດຕາແລກປ່ຽນ, ລາຄາສິນຄ້າ, ການແກ້ໄຂບັນຫາໜີ້ສິນ ແລະ ການຜະລິດສິນຄ້າ; ຕີລາຄາການຈັດຕັ້ງປະຕິບັດ ມະຕິຂອງສະພາແຫ່ງຊາດ ສະບັບເລກທີ 153/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຮັບຮອງເອົາການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ປີ 2024 ແລະ ທິດທາງແຜນການລົງທຶນຂອງລັດ ປີ 2025 ແລະ ມະຕິສະບັບເລກທີ 154/ສພຊ, ລົງວັນທີ 12 ທັນວາ 2024 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2024 ແລະ ທິດທາງແຜນການ ປີ 2025 ແລະ ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ການແບ່ງຄວາມຮັບຜິດຊອບ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະ ຈຳປີ 2025 ແລະ ແຜນການແກ້ໄຂຜົນການກວດກາ-ກວດສອບ ປະຈຳໄຕມາດ 1 ປີ 2025; ແລະ ຕີລາຄາປະຈໍາໄຕມາດ 1 ປີ 2025 ກ່ຽວກັບບັນຫາທີ່ຕິດພັນຂົງເຂດວຽກງານປ້ອງກັນຄວາມສະຫງົບ.

ຮ່າງຍຸດທະສາດ ພັດທະນາໂທລະຄົມມະນາຄົມ ແລະ ອິນເຕີເນັດແຫ່ງຊາດ 2026-2040.

ຮ່າງຍຸດທະສາດ ແລະ ແຜນດຳເນີນງານແຫ່ງຊາດ ດ້ານວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ 2026-2040.

ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ (ສະບັບປັບປຸງ).

ຮ່າງກົດໝາຍ ວ່າດ້ວຍປ້າຍ.

ຮ່າງກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ.

ຮ່າງກົດໝາຍ ວ່າດ້ວຍຊົນລະປະທານ (ສະບັບປັບປຸງ).

ຮ່າງກົດໝາຍ ວ່າດ້ວຍ ສາມັນສຶກສາ.

ໃນໂອກາດກ່າວເປີດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນສະພາບການພົ້ນເດັ່ນ ທີ່ເກີດຂຶ້ນຢູ່ພາກພື້ນ ແລະ ສາກົນ ຍັງສືບຕໍ່ຜັນແປຢ່າງສະຫຼັບສັບຊ້ອນ ແລະ ຄາດເດົາໄດ້ຍາກ ໂດຍສະເພາະ ບັນຫາຂໍ້ຂັດແຍ້ງຕ່າງໆ ຍັງສືບຕໍ່ເຄັ່ງຕຶງ, ບັນຫາໄພທຳມະຊາດ, ພະຍາດລະບາດ ແລະ ອື່ນໆ ຍັງສົ່ງຜົນກະທົບຕໍ່ສະພາບເສດຖະກິດໂລກ, ທັງເປັນໄພຄຸກຄາມ ແລະ ສ້າງຜົນເສຍຫາຍ ຕໍ່ຊີວິດ ແລະ ຊັບສິນ ຂອງປະຊາຊົນຢູ່ຫຼາຍປະເທດ ເວົ້າລວມ, ເວົ້າສະເພາະ ຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດເຮົາ; ໄດ້ຍົກໃຫ້ເຫັນບາງວຽກງານພາຍໃນປະເທດ ທີ່ບັນດາຂະແໜງການກ່ຽວຂ້ອງ ກໍຄື ໃນທົ່ວສັງຄົມ ຈະຕ້ອງໄດ້ພ້ອມກັນສືບຕໍ່ສຸມໃສ່ແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເພື່ອບໍ່ໃຫ້ກະທົບຕໍ່ຊີວິດການເປັນຢູ່ ຂອງປະ ຊາຊົນ, ພະນັກງານ-ລັດຖະກອນ ກໍຄືການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ.

(ຂ່າວ-ພາບ: ກົມປະຊາສຳພັນ ຫສນຍ)

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version