ໃນໂອກາດກ່າວສູນທອນພົດຕໍ່ພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (ພັກ ປປລ) ຄົບຮອບ 70 ປີ ທີ່ຈັດຂຶ້ນຢູ່ຫໍປະຊຸມແຫ່ງ ຊາດ, ນະຄອນຫຼວງ ວຽງຈັນ ໃນວັນທີ 22 ມີນານີ້ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນບາງຕອນສໍາຄັນວ່າ: ໝາກຜົນທີ່ຍາດມາໄດ້ ໃນ 70 ປີ ແຫ່ງການນໍາພາຂອງພັກເຮົາ ແມ່ນໝາກຜົນປະຕິວັດອັນໃຫຍ່ຫຼວງ ທີ່ນໍາຄວາມເອກອ້າງທະນົງໃຈ ແລະ ພາກພູມໃຈເປັນຢ່າງຍິ່ງມາສູ່ພັກ ແລະ ທົ່ວປວງຊົນລາວ, ແຕ່ຂະນະດຽວກັນ ພວກເຮົາ ກໍຮັບຮູ້ແຈ້ງແລ້ວວ່າ ພາລະກິດປະຕິ ວັດ ແລະ ການນໍາພາປະເທດຊາດກ້າວເດີນສູ່ຈຸດໝາຍທີ່ກຳນົດເອົາໄວ້ນັ້ນ ກໍມີທັງກາລະໂອກາດ ແຕ່ກໍມີສິ່ງທ້າທາຍນາໆປະການ.
ຢືນຕໍ່ໜ້າສະພາບການໃໝ່, ພັກເຮົາ ມີພາລະໜ້າທີ່ແບກຫາບພາລະກິດປະຕິ ວັດ, ສ້າງການຫັນປ່ຽນທີ່ແຂງ ແຮງ, ເລິກເຊິ່ງ ແລະ ຮອບດ້ານທີ່ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກວາງອອກ ແລະ ບັນດາທິດທາງ, ແຜນນະໂຍບາຍໃໝ່ ທີ່ຈະຮັບ ຮອງ ໃນກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ກໍຄືການຜັນຂະຫຍາຍແນວທາງປ່ຽນ ແປງໃໝ່ຮອບດ້ານ ມີຫຼັກການຂອງພັກເຂົ້າສູ່ລວງເລິກ, ແທດເໝາະກັບສະພາວະຄວາມເປັນຈິງຂອງປະເທດຊາດ ແລະ ສະພາບແວດລ້ອມສາກົນໃນເງື່ອນໄຂໃໝ່.
ບົນພື້ນຖານນັ້ນ, ພັກເຮົາ ຕ້ອງຍຶດໝັ້ນ ແລະ ຮູ້ເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຜົນງານທີ່ພັກເຮົາໄດ້ສ້າງມາໃຫ້ໜັກແໜ້ນ ແລະ ປະດິດສ້າງ, ເພີ່ມທະວີການສືບຕໍ່ນໍາພາຊີ້ນໍາສ້າງການຫັນປ່ຽນທີ່ແຂງແຮງ, ບຸກບືນສູ້ຊົນເພື່ອປັບປຸງ, ກໍ່ສ້າງພັກ ແນໃສ່ຍົກສູງຄວາມສາມາດ ນໍາພາ ແລະ ລັກສະນະນຳໜ້າຂອງພັກ, ຂອງສະມາຊິກພັກ ຢ່າງບໍ່ຢຸດຢັ້ງ.
ຍົກສູງຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີ ເປັນປຶກ ແຜ່ນແໜ້ນໜາຂອງທົ່ວປວງຊົນລາວທັງຊາດ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນມີກຽດສະຫງ່າຂອງແນວລາວອິດສະຫຼະ, ແນວລາວຮັກຊາດ ໃນເມື່ອກ່ອນ ກໍຄື ແນວລາວສ້າງຊາດໃນປັດຈຸບັນ ເພື່ອປຸກລະດົມກໍາລັງແຮງທົ່ວສັງຄົມ ປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ ແລະ ແຜນພັດທະນາເສດຖະ ກິດ-ສັງຄົມ ແຫ່ງຊາດ ກໍຄືເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ໂດຍສະເພາະ ການພັດທະນາຊັບພະຍາກອນມະນຸດ, ສ້າງຄົນລາວ ໃຫ້ມີຄວາມຮູ້ ຄວາມສາມາດ ໄປຄຽງຄູ່ກັບການສ້າງຄ່ານິຍົມທີ່ຖືກຕ້ອງຕໍ່ກັບຄວາມເປັນຄົນລາວຍຸກໃໝ່ ໄປພ້ອມໆກັບການປົກປັກຮັກສາຄຸນຄ່າຂອງຄວາມ ເປັນລາວ; ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອເປັນຫຼັກປະກັນ.
ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີ, ການພົວພັນຮ່ວມມືອັນສະໜິດແໜ້ນກັບພັກການເມືອງ ຂອງບັນດາປະເທດເພື່ອນມິດຍຸດທະສາດ ກໍຄື ບັນດາກໍາລັງການເມືອງ ຂອງຂະບວນການກ້າວໜ້າໃນໂລກ, ສືບຕໍ່ເປັນເຈົ້າການປະຕິບັດການຮ່ວມມືກັບສາກົນ, ຄູ່ຮ່ວມພັດທະນາຢ່າງຕັ້ງໜ້າເພື່ອພາລະກິດການພັດທະນາປະເທດຊາດຂອງພວກເຮົາ, ປະກອບ ສ່ວນສໍາຄັນ ເຂົ້າໃນການເສີມສ້າງຄວາມເຂົ້າອົກເຂົ້າໃຈ, ສົ່ງເສີມມິດຕະ ພາບ, ການຮ່ວມມືເພື່ອການພັດທະນາ, ການສ້າງສັນຕິພາບ ແລະ ຄວາມໝັ້ນຄົງ ໃນພາກພື້ນ ແລະ ໃນໂລກ.
ເພື່ອສືບຕໍ່ເສີມຂະຫຍາຍ ພາລະກໍາປະຫວັດສາດອັນຍິ່ງໃຫຍ່ ແລະ ການສືບຕໍ່ພາລະກິດປະຕິວັດຂອງພັກເຮົາ ໃຫ້ດໍາເນີນໄປດ້ວຍຄວາມໜັກແໜ້ນ ແລະ ມີໄຊ, ຮຽກຮ້ອງມາຍັງບັນດາສະ ຫາຍຄະນະພັກ-ຄະນະນໍາແຕ່ລະຂັ້ນ, ພະນັກງານ-ສະມາຊິກພັກ, ນັກຮົບປະຕິວັດ ຈົງອອກແຮງທະນຸບໍາລຸງ, ປັບປຸງກໍ່ສ້າງພັກ, ຍົກສູງມານະຈິດປະຕິວັດ, ຄວາມສາມາດນໍາພາ, ເພີ່ມທະວີຄວາມຮັບຜິດຊອບການເມືອງ ຂອງທຸກການຈັດຕັ້ງ ແລະ ສະມາ ຊິກພັກໃຫ້ສູງຂຶ້ນ, ທັງບຸກບືນສູ້ຊົນເຮັດສຳເລັດໜ້າທີ່ວຽກງານ ທີ່ພັກ ແລະ ລັດ ມອບໝາຍໃຫ້ ສົມກັບຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ; ຮຽກຮ້ອງມາຍັງປະຊາຊົນລາວບັນດາເຜົ່າ ຈົ່ງອອກແຮງແຂ່ງຂັນກັນເສີມຂະຫຍາຍຈິດໃຈຮັກຊາດ, ປະຕິບັດສິດເປັນເຈົ້າປະເທດຊາດຢ່າງແຂງແຮງ ແລະ ເປັນເຈົ້າການເຂົ້າ ຮ່ວມຕິດຕາມ, ກວດກາ, ຊ່ວຍເຫຼືອໃຫ້ຄວາມຕິຊົມຕໍ່ການ ເຄື່ອນໄຫວປະຕິບັດໜ້າທີ່ ຂອງອົງການຈັດຕັ້ງ ພັກ-ລັດ ກໍຄື ສະມາຊິກພັກ, ພະນັກ ງານ-ລັດຖະກອນຢ່າງເປັນປົກກະຕິ; ຊ່ວຍພັກ-ລັດ ເສີມຂະຫຍາຍຈຸດດີ, ດັດແປງ, ແກ້ໄຂຈຸດບົກພ່ອງໃຫ້ມີການຫັນປ່ຽນໃໝ່ ທີ່ນັບມື້້ນັບເຂັ້ມແຂງຂຶ້ນຢ່າງບໍ່ຢຸດຢັ້ງ.
ພັກເຮົາ ຈະຖືເອົາບົດຮຽນອັນລໍ້າຄ່າຂອງການຜ່ານຜ່າກັບສິ່ງທ້າທາຍທົດສອບນາໆປະການທີ່ຜ່ານມານັ້ນ ໃຫ້ເປັນອາວຸດ, ເປັນກໍາລັງໃຈ ໃນການປະຕິບັດພາລະກິດ ທີ່ປະຊາຊົນມອບໝາຍໃຫ້ ເພື່ອເຮັດໃຫ້ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ ທີ່ໄດ້ປົກປັກຮັກສາ ແລະ ສ້າງຂຶ້ນດ້ວຍຄວາມເສຍ ສະຫຼະອັນໃຫຍ່ ຫຼວງ, ເຕັມໄປດ້ວຍວິລະກໍາອັນລ້ຳເລີດ ຂອງບັນພະບູລຸດລາວເຮົາ ແລະ ການນໍາຂອງພັກ, ລັດ ແລະ ປະຊາຊົນເຮົານັ້ນ ໃຫ້ໄດ້ຮັບການປົກປັກຮັກສາ ແລະ ຖະນຸຖະ ໜອມໄວ້ ແລະ ພວກເຮົາຈະພ້ອມກັນພັດທະນາ ເຮັດໃຫ້ປິຕຸພູມອັນແສນຮັກ ແລະ ຫວງແຫນ ຂອງພວກເຮົານີ້ ສືບຕໍ່ພັດທະນາໄປໜ້າ ຢ່າງບໍ່ຢຸດຢັ້ງ.