Home ແຈ້ງການສໍາຄັນ ແຈ້ງເຕືອນອາກາດເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 19 ມີນາ 2025

ແຈ້ງເຕືອນອາກາດເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ຟ້າຜ່າ ແລະ ລົມພັດແຮງ ປະຈໍາເຊົ້າວັນທີ 19 ມີນາ 2025

0

ຄວາມກົດດັນສູງຂອງອາກາດເຢັນທີີ່ປະເທດຈີນ ຈະສືບຕໍ່ແຜ່ລົງມາ ປົກຄຸມຢູ່ທົົ່ວທຸກພາກຂອງປະເທດລາວ ດ້ວຍກໍາລັງແຮງ, ສົມທົບກັບ ກະແສລົມອອກສ່ຽງເໜືອພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ ອາກາດຈະສືບຕໍ່ເຢັນຢູ່ທົົ່ວໄປ ແລະ ຈະມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ພ້ອມມີຟ້າຮ້ອງ, ຟ້າເຫລື້ອມ, ຟ້າຜ່າ, ໝາກເຫັບຕົກຢູ່ ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງຢູ່ເກືອບທົົ່ວໄປຢູ່ໃນແຕ່ລະພາກ ໃນໄລຍະວັນທີ 19 ຫາ 20 ມີນາ 2025 ນີ້.

ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນ ແລະ ອົງການປົກຄອງທ້ອງຖິ່ນ ທຸກພາກສ່ວນ ຈົົ່ງມີສະຕິ ລະມັດລະວັງ ແລະ ກຽມພ້ອມຮັບມືກັບສະພາບ ອາກາດຮ້າຍແຮງທີີ່ຈະເກີດຂື້ນດັ່ງກ່າວ ໂດຍສະເພາະ ສະພາບອາກາດເຢັນ, ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ, ໝາກເຫັບຕົກ ແລະ ລົມພັດແຮງ ທີີ່ຈະເຮັດ ໃຫ້ມີຕົ້ນໄມ້ໃຫຍ່ ປ້າຍໂຄສະນາ ແລະ ເສົາໄຟຟ້າ ຫັກລົ້ມ, ໃຫ້ຫລີກລ່ຽງ ການໄປຢູ່ກ້ອງຕົ້ນໄມ້ໃຫຍ່ ແລະ ເດີີ່ນກາງແຈ້ງທີີ່ກວ້າງ ເພືີ່ອບໍ່ໃຫ້ຖືກ ຟ້າຜ່າ. ພ້ອມນີ້ໃຫ້ ຮັກສາສຸຂະພາບ ແລະ ໃຫ້ຕິດຕາມຂ່າວ ພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິີ່ງແວດລ້ອມ ຢ່າງເປັນປະຈໍາ.

ພະຍາກອນອາກາດ ແຕ່ເວລາ 07 ໂມງ ຂອງວັນທີ 19/03/2025 ຫາ ເວລາ 07 ໂມງ ຂອງວັນທີ 20/03/2025

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ວຽງໄຊ, ຊໍາເໜືອ ແລະ ຊຽງຂວາງ): ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍ ພ້ອມຈະມີລົມພັດແຮງຢູ່ທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມ ຂອງຝົນເທົົ່າກັບ 30% ຂອງພາກ. ອຸນຫະພູມໃນລະຫວ່າງ 08-21 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ເກືອບທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 25% ຂອງພາກ. ອຸນຫະພູມໃນ ລະຫວ່າງ 12-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນກາງຄືນ ຫາ ຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງບໍລິເວນ ພ້ອມມີລົມພັດແຮງ ຢູ່ເກືອບທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 20%. ອຸນຫະພູມໃນລະຫວ່າງ 18-29 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ບາງທ້ອງຖິ່ນ ແລະ ຈະມີລົມພັດແຮງຢູ່ທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມ ຂອງຝົນເທົົ່າກັບ 20% ຂອງພາກ. ອຸນຫະພູມໃນລະຫວ່າງ 16-29 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ, ພ້ອມຈະມີຝົນຕົກໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 25%. ອຸນຫະພູມໃນລະຫວ່າງ 13-28 ອົງສາ.

ພາກໃຕ້ (ແຂວງສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື): ອາກາດເຢັນໃນຕອນເຊົ້າ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ແລະ ມີລົມພັດແຮງຢູ່ທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 15% ຂອງພາກ. ອຸນຫະພູມໃນ ລະຫວ່າງ 18-35 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ຫາ ໜາວເຢັນ, ພ້ອມຈະມີ ຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ມີລົມພັດແຮງຢູ່ທົົ່ວໄປ ຫລື ເນື້ອທີີ່ການປົກຫຸ້ມຂອງຝົນເທົົ່າກັບ 20%. ອຸນຫະພູມໃນລະຫວ່າງ 12-25 ອົງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version