ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ການປູກຖົ່ວລຽນ ສາມາດເກັບຜົນຂາຍເປັນສິນຄ້າ ສ້າງລາຍຮັບໄດ້ 500 ລ້ານກີບຕໍ່ປີ. ທ່ານ ປັນຈາ ລາດສະວົງ ຄອບຄົວຕົວແບບ ໃນການປູກຖົ່ວລຽນ ຢູ່ເມືອງທຸລະຄົມ ແຂວງວຽງຈັນ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກ ເມືອງທຸລະຄົມ ຄັ້ງທີ VIII ໃນທ້າຍອາທິດຜ່ານມາວ່າ: ຕົນເອງເກີດທີ່ບ້ານນາລ້າ ເມືອງທຸລະຄົມ ແຂວງວຽງຈັນ, ປັດຈຸບັນຢູ່ບ້ານໂຄກນິນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ, ຄອບຄົວຂອງຕົນ ມີທັງໝົດ 4 ຄົນ ຍິງ 3 ຄົນ ໃນນີ້, ແຮງງານຕົ້ນຕໍໃນການເຮັດສວນມີ 4 ຄົນ. ໄລຍະຜ່ານມາ ໄດ້ປະກອບອາຊີບເຮັດວຽກນຳອົງການຈັດຕັ້ງຂອງສາກົນຫລາຍໆອົງການ ໂດຍສະເພາະ ປະເທດຝຣັ່ງ. ດ້ວຍຄວາມມັກຮັກໃນວຽກງານກະສິກຳ, ໃນປີ 2006 ຕົນເອງ ແລະ ຄອບຄົວ ໄດ້ຕັດສິນໃຈມາຊື້ດິນຢູ່ເຂດບ້ານນາເພີຍ ເມືອງທຸລະຄົມ ແຂວງວຽງຈັນ ແລະ ຄ່ອຍໆບຸກເບີກໄປເທື່ອລະໜ້ອຍ ເບື້ອງຕົ້ນແມ່ນໄດ້ປູກໄມ້ເກດສະໜາ 3.500 ຕົ້ນ, ຢາງພາລາ 2.400 ຕົ້ນ, ໄມ້ສັກ 4.000 ຕົ້ນ ແລະ ລ້ຽງງົວ 40 ໂຕ ແລະ ປູກຕົ້ນໄມ້ກິນໝາກຈຳນວນໜຶ່ງ ໃນນັ້ນ, ມີຕົ້ນຖົ່ວລຽນ 3 ຕົ້ນ ແລະ ອີກ 7 ປີຕໍ່ມາ ຕົ້ນຖົ່ວລຽນດັ່ງກ່າວ ແມ່ນໃຫ້ຜົນຜະລິດ ແລະ ມີລົດຊາດແຊບບໍ່ແຕກຕ່າງຈາກຖົ່ວລຽນ ຂອງປະເທດເພື່ອນບ້ານ.

ເນື່ອງຈາກຄວາມຕ້ອງການບໍລິໂພກຖົ່ວລຽນ ຂອງສັງຄົມນັບມື້ນັບຫລາຍຂຶ້ນ ລວມທັງຕະຫລາດພາຍໃນ ແລະ ຕ່າງປະເທດ ແລະ ຍ້ອນເງື່ອນໄຂ, ໂອກາດເອື້ອອຳນວຍ ທີ່ພັກ-ລັດ ໄດ້ມີແນວທາງນະໂຍບາຍທີ່ຖືກຕ້ອງ, ຖືເອົາວຽກງານສົ່ງເສີມກະສິກຳຜະລິດເປັນສິນຄ້າ ຫລຸດຜ່ອນການນໍາເຂົ້າ, ໃນປີ 2017 ຕົນເອງໄດ້ຕັດສິນໃຈລາອອກການ ເພື່ອລົງທຶນປູກຖົ່ວລຽນເພີ່ມຕື່ມ 200 ຕົ້ນ ແລະ ໝາກພ້າວນ້ຳຫອມ 100 ຕົ້ນ ໃນມູນຄ່າ 100 ລ້ານກີບ ໃນເບື້ອງຕົ້ນການປູກ ແລະ ການບົວລະບັດຮັກສາຕົ້ນຖົ່ວລຽນ ແມ່ນພົບຄວາມຫຍຸ້ງຍາກຫລາຍ ເນື່ອງຈາກບໍ່ທັນມີບົດຮຽນ. ຕົນເອງໄດ້ສຶກສາຂໍ້ມູນຜ່ານທາງອິນຕີເນັດ ໂດຍຊອກເອົາບົດຮຽນ ແລະ ວິທີການຕ່າງໆ ພ້ອມທັງລົງມືເຮັດຕົວຈິງ ເຮັດໃຫ້ຜົນຂອງການປູກຖົ່ວລຽນດັ່ງກ່າວດີຂຶ້ນກວ່າເກົ່າ. ໃນທ້າຍປີ 2022 ຕົ້ນຖົ່ວລຽນ ເລີ່ມໃຫ້ຜົນຜະລິດຈຳນວນ 50 ຕົ້ນ, ສາມາດເກັບຜົນຜະລິດໄດ້ປະມານ 1.200 ກິໂລກຣາມ ແລະ ຂາຍໄດ້ເງິນປະມານ 114 ລ້ານກີບ. ໃນປີ 2023 ຕົ້ນຖົ່ວລຽນ ໃຫ້ຜົນຜະລິດເພີ່ມຕື່ມ 20 ຕົ້ນ ເຮັດໃຫ້ຜົນຜະລິດໄດ້ປະມານ 3.500 ກິໂລກຣາມ ແລະ ຂາຍໄດ້ເງິນປະມານ 290 ລ້ານກີບ.
ທ່ານ ປັນຈາ ລາດສະວົງ ກ່າວຕື່ມວ່າ: ເພື່ອຕອບສະໜອງຄວາມຕ້ອງການ ຂອງຕະຫລາດ, ໃນຕົ້ນປີ 2023 ໄດ້ຂະຫຍາຍເນື້ອທີ່ປູກຖົ່ວລຽນຕື່ມອີກ 15 ເຮັກຕາ ໂດຍມີຕົ້ນຖົ່ວລຽນທັງໝົດ 2.500 ຕົ້ນດ້ວຍມູນຄ່າ 3 ຕື້ກີບ. ສຳລັບການເກັບຜົນຜະລິດໃນປີ 2024 ຜ່ານມາ ໄດ້ປະມານ 5.500 ກິໂລກຣາມ ໃນຕົ້ນຖົ່ວລຽນຈຳນວນ 110 ຕົ້ນ ແລະ ສາມາດສ້າງລາຍຮັບໄດ້ 500 ລ້ານກີບ.
ຂ່າວ: ແກ້ວອຸດົມ