Home ຂ່າວຕ່າງປະເທດ ຫວຽດນາມ ຍົກເວັ້ນຄ່າຮຽນໃຫ້ນັກຮຽນພາກລັດ ນັບແຕ່ຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍ ນັບແຕ່ສົກປີ 2025–2026 ເປັນຕົ້ນໄປ

ຫວຽດນາມ ຍົກເວັ້ນຄ່າຮຽນໃຫ້ນັກຮຽນພາກລັດ ນັບແຕ່ຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍ ນັບແຕ່ສົກປີ 2025–2026 ເປັນຕົ້ນໄປ

0

ວິທະຍຸກະຈາຍສຽງຫວຽດນາມ ລາຍງານໃນວັນທີ5 ມີນານີ້ວ່າ: ເລີ່ມແຕ່ສົກປີ 2025–2026, ກົມການເມືອງສູນກາງພັກກອມມູນິດຫວຽດນາມ ໄດ້ຕົກລົງຍົກເວັ້ນຄ່າຮຽນໃຫ້ແກ່ນັກຮຽນທຸກຄົນໃນໂຮງຮຽນພາກລັດ ເລີ່ມຈາກຊັ້ນອະນຸບານຈົນຮອດຊັ້ນມັດທະຍົມຕອນປາຍໃນທົ່ວປະເທດ.

ນະໂຍບາຍນີ້ ມີຄວາມໝາຍຍິ່ງໃຫຍ່, ສະແດງໃຫ້ເຫັນເຖີງວິໄສທັດຍຸດທະສາດຂອງພັກ, ລັດຖະບານຫວຽດ ນາມໃນການພັດທະນາແຫລ່ງຊັບພະຍາກອນມະນຸດ ແລະ ຍົກສູງສະຫວັດດີການສັງຄົມ. ພາຍຫລັງລັດຖະບານ ລາຍງານກ່ຽວກັບຄວາມສາມາດໃນການຮັກສາຄວາມດູ່ນດຽງດ້ານການເງິນ ຍ້ອນການປັບປຸງກົງຈັກໃຫ້ກະທັດລັດລົງ.

ຕາມສະຖະຕິຂອງກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ເປີດເຜີຍວ່າ: ນະໂຍບາຍນີ້ ຈະມີດີຕໍ່ນັກຮຽນຫລາຍກ່ວາ 23 ລ້ານຄົນ ນັບແຕ່ຊັ້ນອະນຸບານ, ປະ ຖົມ, ມັດທະຍົມຕອນຕົ້ນ, ມັດທະຍົມຕອນປາຍ (ບໍ່ລວມມີນັກຮຽນ ຢູບັນດາສູນສຶກສາ ວິຊາຊີບ ແລະ ສຶກສາປະຈໍາ). ເພື່ອປະຕິບັດການຍົກເວັ້ນຄ່າຮຽນດັ່ງກ່າວ ລັດຖະບານຫວຽດນາມ ຕ້ອງໄດ້ຈັດສັນເງິນ ຈຳນວນ 30.000 ຕື້ດົ່ງ (ປະມານ 1,26 ຕື້ໂດລາສະຫະລັດ) ຕໍ່ປີ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version