Home ຂ່າວໜ້າໜຶ່ງ ພັກຊຸກຍູ້ສົ່ງເສີມ-ອຳນວຍຄວາມສະດວກໃຫ້ແມ່ຍິງ ໄດ້ພັດທະນາຕົນເອງໃນທຸກດ້ານ

ພັກຊຸກຍູ້ສົ່ງເສີມ-ອຳນວຍຄວາມສະດວກໃຫ້ແມ່ຍິງ ໄດ້ພັດທະນາຕົນເອງໃນທຸກດ້ານ

0

ພັກ, ລັດຖະບານ ຍາມໃດກໍໄດ້ໃຫ້ຄວາມສຳຄັນ, ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງລາວ ກໍຄື ເອື້ອຍນ້ອງແມ່ຍິງລາວບັນດາເຜົ່າ ໄດ້ພັດທະນາຕົນເອງໃນທຸກດ້ານ ຊຶ່ງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະຄັ້ງ ກໍໄດ້ວາງແນວທາງ, ແຜນນະໂຍບາຍ ທີ່ຕິດພັນກັບວຽກງານແມ່ຍິງອອກມາ ເພື່ອໃຫ້ອົງການຈັດຕັ້ງສະຫະພັນແມ່ຍິງລາວ ສາມາດນຳໄປຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດໃນແຕ່ລະໄລຍະຢ່າງມີຜົນສໍາເລັດເປັນກ້າວໆ.

ໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ທີ່ຈະມາເຖິງນີ້, ທ່ານ ນາງ ອາລີ ວົງໜໍບຸນທຳ ປະທານຄະນະບໍລິຫານງານ ສູນກາງສະຫະພັນແມ່ຍິງລາວ ໄດ້ຍົກໃຫ້ເຫັນທັດສະນະຂອງ ປະທານ ໄກສອນ ພົມວິຫານ ໃນນາມຜູ້ນຳສູງສຸດຄົນທຳອິດຂອງພັກ ວ່າ: ເວລາໃດພັກກໍຖືສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານມະຫາຊົນຂອງພັກ. ໃນນັ້ນ, ວຽກງານແມ່ຍິງ ແມ່ນມີຖານະທີ່ຕັ້ງອັນສຳຄັນເປັນພິເສດ ໃນການປຸກລະດົມຂົນຂວາຍມະຫາຊົນຂອງພັກ ເຂົ້າຮ່ວມໃນຂະບວນການ ລວມ ເພື່ອປົດປ່ອຍປະເທດຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ນອກຈາກນີ້, ເພິ່ນຍັງຖືວ່າແມ່ຍິງເປັນກຳລັງແຮງ ອັນຍິ່ງໃຫຍ່ໃນທຸກຂົງເຂດວຽກງານ ແລະ ເປັນກໍາລັງແຮງພິເສດທີ່ຜະລິດສໍາກຳລັງແຮງງານ (ມີບົດບາດໃຫ້ກໍາເນີດຮຸ່ນຄົນໃໝ່) ແມ່ຍິງມີຖານະທີ່ຕັ້ງອັນສໍາຄັນຍິ່ງໃນຄອບ ຄົວ; ກົກເຫງົ້າ ທີ່ແມ່ຍິງຖືກກົດຂີ່ຂົ່ມເຫັງ ແມ່ນມາຈາກສັງຄົມທີ່ມີຊົນຊັ້ນ. ດັ່ງນັ້ນ, ພາລະກິດປົດປ່ອຍແມ່ຍິງ ຈຶ່ງຕິດພັນກັບພາລະກິດປົດປ່ອຍຊົນຊັ້ນ, ຕິດພັນກັບການສ້າງຕັ້ງຜະເດັດການກໍາມະຊີບ ກັບການປະຕິວັດສັງຄົມນິຍົມ ແລະ ພາລະກິດກໍ່ສ້າງສັງຄົມນິຍົມ. ພັກໄດ້ວາງແນວທາງນະໂຍບາຍ ໃນການດຳເນີນພາລະກິດປົດປ່ອຍແມ່ຍິງ ລວມມີ 2 ດ້ານ ທີ່ມີການກ່ຽວພັນກັນ ແລະ ຊຸກຍູ້ເຊິ່ງກັນ ແລະ ກັນ ຄື: 1 ຢາກປົດປ່ອຍແມ່ຍິງ ບົນພື້ນຖານການປົດປ່ອຍຊາດ ແລະ ປົດປ່ອຍຊົນຊັ້ນ ແລະ 2 ຢາກປົດປ່ອຍຊາດ, ປົດປ່ອຍຊົນຊັ້ນ ຕ້ອງປຸກລະດົມແມ່ຍິງ ໃຫ້ເຂົ້າຮ່ວມເປັນຂະບວນການອັນກວ້າງຂວາງໃຫ້ຟົດຟື້ນ ແລະ ຕ້ອງປົດປ່ອຍແມ່ຍິງຢ່າງແທ້ຈິງ.

ໃນໄລຍະຜ່ານມາ, ພັກໄດ້ວາງແນວທາງ-ນະໂຍບາຍ ຕໍ່ການພັດທະນາແມ່ຍິງຢ່າງຖືກຕ້ອງ ແລະ ສອດຄ່ອງກັບສະພາບຄວາມເປັນຈິງ ຂອງແມ່ຍິງລາວ ແລະ ສາກົນ. ນັບແຕ່ມື້ສ້າງຕັ້ງເປັນຕົ້ນມາ, ພັກໄດ້ວາງແນວທາງເພື່ອຮັບປະກັນ ສິດເສລີພາບລະຫວ່າງຍິງ-ຊາຍ, ພັກຖືວ່າແມ່ຍິງ ເປັນກຳລັງແຮງອັນສຳຄັນ ແລະ ໃຫຍ່ຫລວງໃນທຸກຂົງເຂດວຽກງານ ເນື່ອງຈາກແມ່ຍິງກວມຈຳນວນເຄິ່ງໜຶ່ງຂອງພົນລະ ເມືອງ, ມີບົດບາດສູງໃນດ້ານການຜະລິດ ແລະ ເປັນກຳລັງແຮງພິເສດທີ່ຜະລິດຊັບພະຍາກອນມະນຸດທາງດ້ານປະລິມານ ແລະ ຄຸນນະພາບ ໂດຍໄດ້ເອົາໃຈໃສ່ປຸກລະດົມ, ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງລາວໄດ້ພັດທະນາຕົນເອງ, ມີສິດ ແລະ ພັນທະຕ່າງໆທຽມເທົ່າກັບເພດຊາຍ, ໄດ້ມີນິຕິກໍາ, ກົດໝາຍວ່າດ້ວຍສະຫະພັນແມ່ຍິງລາວ, ກົດໝາຍສົ່ງເສີມຄວາມສະເໝີພາບລະຫວ່າງຍິງ-ຊາຍ, ກົດໝາຍວ່າ ດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ ແລະ ເດັກນ້ອຍ ແລະ ກົດໝາຍທີ່ກ່ຽວພັນ ອີກຫລາຍສະບັບ; ໄດ້ສ້າງກົນໄກ ເພື່ອສົ່ງເສີມຄວາມກ້າວໜ້າແກ່ແມ່ຍິງໃນແຕ່ລະຂັ້ນ ເຊັ່ນ: ສະຫະພັນແມ່ຍິງ, ຄະນະສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່ ແລະ ເດັກ ແຫ່ງຊາດ, ຄະນະສະມາຊິກສະພາເພດຍິງ ເຮັດໃຫ້ແມ່ຍິງລາວພວກເຮົາໄດ້ມີບ່ອນ ອີງໃນການພັດທະນາຕົນເອງ ແລະ ໄດ້ເຂົ້າຮ່ວມຂະບວນວຽກງານຕ່າງໆຂອງຊາດ ໃນສະໄໝຕໍ່ສູ້ກູ້ຊາດຕ້ານຈັກກະພັດຜູ້ຮຸກຮານ ໃນເມື່ອກ່ອນ ກໍຄື ໄລຍະປົກປັກຮັກສາ ແລະ ພັດທະນາປະເທດຊາດໃນປັດຈຸບັນ ແລະ ໃນພາລະກິດປ່ຽນແປງໃໝ່ແມ່ ຍິງ ໄດ້ປະກອບສ່ວນອັນສຳຄັນ ແລະ ມີການເຕີບໃຫຍ່ຂະຫຍາຍຕົວມາເຖິງປັດຈຸບັນ.

ຄຽງຄູ່ກັນນີ້, ສະຫະພັນແມ່ຍິງລາວ ແຕ່ລະຂັ້ນ ກໍໄດ້ຕັ້ງໜ້າປະຕິບັດຄຳຂວັນ, ຂໍ້ແຂ່ງຂັນ 3 ດີ, ການສ້າງຄອບຄົວ ແລະ ບ້ານແມ່ຍິງ 3 ດີ ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຢ່າງກວ້າງຂວາງ, ເຂົ້າສູ່ລວງເລິກອັນໄດ້ເຮັດໃຫ້ການຈັດຕັ້ງແມ່ຍິງ ແລະ ຄອບຄົວ ໄດ້ຮັບການປັບປຸງ, ຍົກລະດັບ ແລະ ພັດທະນາຢ່າງຮອບດ້ານ, ສາມາດເປັນກຳລັງແຮງຊ່ວຍເຫລືອຄະນະພັກ, ອົງການທາງດ້ານການເມືອງເຮັດໃຫ້ສັງຄົມມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍ, ການພັດທະນາເສດ ຖະກິດ-ສັງຄົມ ໄດ້ຮັບການຂະຫຍາຍຕົວຢ່າງຕໍ່ເນື່ອງ, ເຮັດໃຫ້ການພັດທະນາ ແລະ ປົກປ້ອງສິດຜົນ ປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ, ຮັກສາໄດ້ຄຸນລັກສະນະທີ່ເປັນມູນເຊື້ອຂອງແມ່ຍິງລາວ; ຖັນແຖວບຸກຄະລາກອນ ຂອງອົງການຈັດຕັ້ງສະຫະ ພັນແມ່ຍິງ ກໍຄື ແມ່ຍິງລາວ ໄດ້ຮັບການເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງເປັນລະບົບຕໍ່ເນື່ອງ ທີ່ຕັ້ງ, ຖານະບົດບາດ ຂອງແມ່ຍິງລາວ ນັບມື້ນັບໄດ້ຮັບການຍົກສູງ ພົ້ນເດັ່ນຂຶ້ນ ທັງຢູ່ພາຍໃນ ກໍຄື ໃນເວທີພາກພື້ນ ແລະ ສາກົນ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version