Home ຂ່າວດ່ວນ ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫລົ້າ ຄາດເສຍຫາຍ 10 ກວ່າເຮັກຕາ

ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫລົ້າ ຄາດເສຍຫາຍ 10 ກວ່າເຮັກຕາ

0

ແຫລ່ງຂ່າວຈາກ ແຂວງຈຳປາສັກ ໃຫ້ຮູ້ວ່າ: ໃນຄ່ຳຄືນຂອງວັນທີ 1 ມີນາ 2025 ໄດ້ເກີດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫລົ້າ ເຂດບ້ານສ່າເຫລົ້າ ເມືອງໂພນທອງ ແຂວງຈໍາປາສັກ. ຕໍ່ກັບສະພາບດັ່ງກ່າວ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈໍາປາສັກ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຄື່ອນໄຫວຕິດຕາມ ແລະ ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ. ຄາດວ່າເນື້ອທີ່ປ່າທີ່ເສຍຫາຍ ຈາກໄຟໄໝ້ຄັ້ງນີ້ ປະມານ 10 ກວ່າເຮັກຕາ.

ທ່ານ ຄໍາ ນິລະວົງ ວ່າການຫົວໜ້າພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຈໍາປ່າສັກ ໃຫ້ຂໍ້ມູນວ່າ: ຈຸດເກີດໄຟໄໝ້ປ່າເລີ່ມແຕ່ຕີນພູສ່າເຫລົ້າ ຈົນຮອດບໍລິເວນຜາໃນເຂດບ້ານສ່າເຫລົ້າ ເມືອງໂພນທອງ, ເຊິ່ງພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ໄດ້ປະສານສົມທົບກັບຄະນະພັກ-ອົງການປົກຄອງເມືອງໂພນທອງ ແລະ ບ້ານສ່າເຫລົ້າ ພາຍໃຕ້ການນໍາພາ-ບັນຊາຂອງເຈົ້າແຂວງຈໍາປາສັກ ນໍາເອົາກໍາລັງກອງຫລອນ, ປກສ ແລະ ໜ່ວຍງານປ່າໄມ້ບ້ານ ສຸມໃສ່ມອດໄຟໄໝ້ປ່າຢູ່ບໍລິເວນດັ່ງກ່າວ, ຮອດເວລາ 24:00 ໂມງ, ກໍສາມາດມອດໄຟໄໝ້ປ່າໄດ້ສໍາເລັດປະມານ 80% ໂດຍສະເພາະ ຈຸດຕໍ່າບໍລິເວນຕີນພູ ແມ່ນ ສາມາດມອດໄຟໄດ້ສໍາເລັດ ຍັງແຕ່ບໍລິເວນສ່ວນເທິງທີ່ມີຜາສູງບໍ່ສາມາດມອດໄຟໄດ້ ເພາະເປັນເວລາກາງຄືນ ແລະ ມີຄວາມສ່ຽງສູງ.

ມາຮອດຕອນເຊົ້າຂອງວັນທີ 2 ມີນາ 2025 ຈຶ່ງໄດ້ສືບຕໍ່ມອດໄຟ ໂດຍມີກໍາລັງທະຫານຈາກໂຮງຮຽນທະຫານຮາບເລກ 2 ວຽງໄຊ ຈໍານວນໜຶ່ງມາສົມທົບຊ່ວຍເຫລືອຕື່ມ ແລະ ສາມາດຄວບຄຸມໄຟໄດ້ 100%. ສ່ວນຂອນໄມ້ໃຫຍ່ທີ່ຖືກໄຟໄໝ້ ແລະ ບໍ່ສາມາດມອດໄຟໄດ້ ເນື່ອງຈາກນໍ້າບໍ່ພຽງພໍ ກໍາລັງເຈົ້າໜ້າທີ່ ໄດ້ເຮັດແລວກັນໄຟໄວ້ ເພື່ອບໍ່ໃຫ້ໄຟໄໝ້ລາມໄປສູ່ຫາຈຸດອື່ນໆ.

ທ່ານ ຄໍາ ນີລາວົງ ໃຫ້ຮູ້ຕື່ມວ່າ: ສາເຫດໄຟໄໝ້ປ່າຢູ່ບໍລິເວນພູສ່າເຫລົ້າ ຄັ້ງນີ້ ເກີດຈາກພໍ່ແມ່ປະຊາຊົນ ບ້ານດັ່ງກ່າວ ທີ່ໄປຖາງສວນແຖວຕີນພູແລ້ວຈູດ ແລະ ບໍ່ສາມາດຄວບຄຸມໄຟໄດ້ ເຮັດໃຫ້ໄຟໄໝ້ລາມຂຶ້ນສູ່ເທິງພູ.

ຂ່າວ: ທູນທອງໃຈ

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version