Thursday, March 13, 2025
Homeຂ່າວຕ່າງປະເທດສປ ຈີນ ເປີດການນຳໃຊ້ຕຶກປັນຍາປະດິດ

ສປ ຈີນ ເປີດການນຳໃຊ້ຕຶກປັນຍາປະດິດ

ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ພິ​ທີ​ເປີດ​ນຳ​ໃຊ້ ​ຕຶກ​ປັນຍາປະດິດ(AI) ຂອງວິ​ທະ​ຍຸໂທ​ລະ​ພາ​ບ​ສູນ​ກາງຈີນ(CMG) ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນຫລວງ​ປັກ​ກິ່ງ. ທ່ານ ​ເຊີ້ນ​ໄຫ​ສົງ ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ຜູ້​ອຳ​ນວຍ​ການ​ໃຫຍ່ CMG ແລະ ທ່ານ ​ຈ້າວ​ເສີນ​ຊິນ, ຮອງ​ປະ​ທານ ຄະ​ນະ​ກຳ​ມະ​ການ​ພັດ​ທະ​ນາ ແລະ ປະ​ຕິ​ຮູບ​ແຫ່ງ​ຊາດ​ຈີນ ​ໄດ້​ກ່າວ​ຄຳ​ເຫັນ​ ໃນ​ພິ​ທີ​ດັ່ງ​ກ່າວ ແລະ ເປີດ​ປ້າຍ​​ຕຶກ​ປັນ​ຍາ​ປະ​ດິດ CMG.ທ່ານ ​ຫົງ​ຕ້າ​ຢົ້ງ, ຮອງ​ຫົວ​ໜ້າ ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ທ່ານ​ ຫວາງ​ສ້ຽວ​ເຈິ່ນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ CMG ພ້ອມ​ດ້ວຍ​ແຂກ ​ທີ່​ເຂົ້າ​ຮ່ວມ​ພິ​ທີ ໄດ້​ຮ່ວມ​ກັນ​ເປີດ​ນຳ​ໃຊ້ AI ຂອງ​ສື່ມວນ​ຊົນ​ ທັງ​ພາບ​ ແລະ​ ສຽງ CMG, ພ້ອມນີ້, “ປື້ມ​ປົກ​ຂາວ ​ການ​ພັດ​ທະ​ນາ ​ປັນ​ຍາ​ປະ​ດິດCMG ສະ​ບັບ 2025” ກໍ​ໄດ້​ເຜີຍ​ແຜ່​ ໃນ​ມື້​ດຽວ​ກັນ​ນີ້.

(ບັນນາທິການຂ່າວ: ຕ່າງປະເທດ)

ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments