ວິທະຍຸ ສາກົນ ແຫ່ງ ສປ ຈີນ, ເມື່ອບໍ່ດົນມານີ້, ພິທີເປີດນຳໃຊ້ ຕຶກປັນຍາປະດິດ(AI) ຂອງວິທະຍຸໂທລະພາບສູນກາງຈີນ(CMG) ໄດ້ຈັດຂຶ້ນຢູ່ນະຄອນຫລວງປັກກິ່ງ. ທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກກອມມູນິດຈີນ, ຜູ້ອຳນວຍການໃຫຍ່ CMG ແລະ ທ່ານ ຈ້າວເສີນຊິນ, ຮອງປະທານ ຄະນະກຳມະການພັດທະນາ ແລະ ປະຕິຮູບແຫ່ງຊາດຈີນ ໄດ້ກ່າວຄຳເຫັນ ໃນພິທີດັ່ງກ່າວ ແລະ ເປີດປ້າຍຕຶກປັນຍາປະດິດ CMG.ທ່ານ ຫົງຕ້າຢົ້ງ, ຮອງຫົວໜ້າ ຄະນະໂຄສະນາອົບຮົມ ສູນກາງພັກກອມມູນິດຈີນ, ທ່ານ ຫວາງສ້ຽວເຈິ່ນ, ຮອງຜູ້ອຳນວຍການໃຫຍ່ CMG ພ້ອມດ້ວຍແຂກ ທີ່ເຂົ້າຮ່ວມພິທີ ໄດ້ຮ່ວມກັນເປີດນຳໃຊ້ AI ຂອງສື່ມວນຊົນ ທັງພາບ ແລະ ສຽງ CMG, ພ້ອມນີ້, “ປື້ມປົກຂາວ ການພັດທະນາ ປັນຍາປະດິດCMG ສະບັບ 2025” ກໍໄດ້ເຜີຍແຜ່ ໃນມື້ດຽວກັນນີ້.
(ບັນນາທິການຂ່າວ: ຕ່າງປະເທດ)
ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ