Home ຂ່າວພາຍໃນ ຄະນະຜູ້ແທນຈາກກະຊວງການຕ່າງປະເທດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ

ຄະນະຜູ້ແທນຈາກກະຊວງການຕ່າງປະເທດ ລົງຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງວຽງຈັນ

0

ໃນຕອນເຊົ້າຂອງວັນທີ 26 ກຸມພາ 2025 ທີ່ຫ້ອງວ່າການແຂວງວຽງຈັນ, ທ່ານ ຄຳພັນ ສິດທິດຳພາ, ເລຂາພັກແຂວງ, ເຈົ້າແຂວງໆວຽງຈັນ, ພ້ອມຄະນະ, ໄດ້ຕ້ອນຮັບການມາຢ້ຽມຢາມຂອງ ຄະນະຜູ້ແທນຈາກກະຊວງການຕ່າງປະເທດ ແລະ ເອີຣົບ, ປ້ອງກັນປະເທດ ການຮ່ວມມື ເພື່ອການພັດທະນາ ແລະ ການຄ້າຕ່າງປະເທດ, ຣາຊະອານາຈັກລູກຊຳບວກ, ເຊິ່ງນໍາໂດຍ ທ່ານ ຈອດສ ເທີເນັດ ຫົວໜ້າກົມຮ່ວມມື ເພື່ອການພັດທະນາ ແລະ ຊ່ວຍເຫຼືອດ້ານມະນຸດສະທຳ, ກະຊວງການຕ່າງປະເທດ ແລະ ເອີຣົບ, ປ້ອງກັນປະເທດ ການຮ່ວມມື ເພື່ອການພັດທະນາ ແລະ ການຄ້າຕ່າງປະເທດ.

ໃນໂອກາດນີ້ ທ່ານ ເຈົ້າແຂວງວຽງຈັນ ກໄດ້ສະແດງຄວາມ ຍິນດີຕ້ອນຮັບຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ທ່ານ ຈອດສ ເທີເນັດ ພ້ອມຄະນະ ທີ່ເດີ່ນທາງມາຢ້ຽມຢາມ ແຂວງວຽງຈັນ ໃນຄັ້ງນີ້, ຊື່ງທ່ານໄດ້ນຳເອົາຄວາມຄິດຮອດຄິດເຖິງ, ແລະ ມີຄວາມ ປິຕິຊົມຊື່ນຢ່າງອົບອຸ່ນຈາກທ່ານພ້ອມດ້ວຍຄະນະ ມາສູ່ແຂວງວຽງຈັນ. ພ້ອມທັງໄດ້ລາຍສະພາບການໂດຍຫຍໍ້ ກ່ຽວກັບການປະກອບສ່ວນໃຫ້ການຊ່ວຍເຫຼືອເພື່ອພັດທະນາໃນໂຄງການ ຢູ່ແຂວງວຽງຈັນ ໂດຍສະເພາະໂຄງການລູກຊຳບວກ. ກອງທຶນການຊ່ວຍເຫຼືອເພື່ອການພັດທະນາຂອງລັດທະບານລູກຊຳບວກ ຊື່ງໄດ້ປະກອບສ່ວນຊຸກຍູ້ໃນການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂພະນັກງານລັດ ທາງດ້ານເຕັກນິກວິຊາການ ແລະ

ຄວາມສຳນິສຳນານງານ ສາມາດນຳມາເປັນບົດຮຽນໝູນໃຊ້ເຂົ້າໃນວຽກງານຂອງແຕ່ລະຂະແໜງການຕົນ, ບັນດາພື້ນຖານໂຄງລ່າງໄດ້ຮັບການປັບປຸງການພັດທະນາພື້ນຖານໂຄງລ່າງໃຫ້ດີຂຶ້ນ, ໄດ້ສ້າງສິ່ງອຳນວຍຄວາມສະດວກໃຫ້ແກ່ການດຳລົງຊີວິດ, ການໃຊ້ບໍລິການເຂົ້າເຖິງການສຶກສາ, ສາທາລະນະສຸກ, ນ້ຳສະອາດທີ່ດີ, ສະດວກສະບາຍ ຖ້າທຽບໃສ່ໃນເມື່ອກ່ອນແມ່ນມີຄວາມແຕກຕ່າງກັນຫຼາຍ.

ທີ່ມາ: ແຂວງວຽງຈັນໂພສ໌

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version