Home ຂ່າວໜ້າໜຶ່ງ ລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ

ລັດຖະມົນຕີກະຊວງປ້ອງກັນປະເທດ ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ວົງແຄບ

0

ທ່ານ ພົນໂທ ຄຳລຽງ ອຸທະໄກສອນ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສຳເລັດການເຂົ້າຮ່ວມກອງປະຊຸມລັດຖະມົນຕີປ້ອງ ກັນປະເທດອາຊຽນ-ວົງແຄບ (ADMM Retreat) ທີ່ເມືອງປີນັງ, ປະເທດມາເລເຊຍ ໃນວັນທີ 26 ກຸມພາ 2025 ໂດຍການເປັນປະທານຂອງທ່ານ ດາໂຕະ ເຊີຣີ ໂມຮາມັດ ຄາເລັດ ບິນນໍດິນ, ລັດຖະມົນຕີກະຊວງປ້ອງກັນປະເທດມາເລເຊຍ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນພາຍໃຕ້ຄຳຂວັນ “ການເພີ່ມທະວີຄວາມສາມັກຄີຂອງອາຊຽນ ແລະ ການຮ່ວມມືຂອງພາກພື້ນ ເພື່ອຮັບມືກັບສິ່ງທ້າທາຍທີ່ພົ້ນເດັ່ນຕໍ່ຄວາມໝັ້ນຄົງ”. ຕໍ່ກັບບັນຫາດ່ງກ່າວ, ບັນດາລັດຖະມົນຕີປ້ອງກັນປະເທດອາຊຽນ ໄດ້ແລກປ່ຽນທັດສະນະກ່ຽວກັບການເສີມສ້າງຄວາມສາມັກຄີ ແລະ ພື້ນຖານແນວຄວາມຄິດອາຊຽນໃນການສົ່ງເສີມການພົວພັນຮ່ວມມືຂອງພາກພື້ນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ພົ້ນເດັ່ນ, ເຊິ່ງສົ່ງຜົນກະທົບຕໍ່ການປົກປັກຮັກສາສັນ ຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງອາຊຽນ ເພື່ອປະກອບສ່ວນເຂົ້າໃນການເອື້ອອໍານວຍຄວາມສະດວກໃຫ້ແກ່ການສ້າງສາພັດທະນາເສດຖະກິດ-ສັງ ຄົມຂອງພາກພື້ນ.

ກອງປະຊຸມ ADMM Retreat ຄັ້ງນີ້ ຍັງໄດ້ຮັບຮອງເອົາ“ຖະແຫຼງການຮ່ວມຂອງລັດຖະມົນຕີປ້ອງກັນປະເທດອາຊຽນ ວ່າດ້ວຍການຮ່ວມມືດ້ານວຽກງານປັນຍາປະດິດ ໃນຂະແໜງການປ້ອງກັນຊາດ”, ເຊິ່ງເອກະສານດັ່ງກ່າວ ໄດ້ສະແດງຄວາມໝັ້ນໝາຍໃນການສົ່ງເສີມຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບໃນການນໍາໃຊ້ປັນຍາປະດິດ ໃນຂະແໜງການປ້ອງກັນຊາດຂອງອາຊຽນໃຫ້ສອດຄ່ອງລະບຽບກົດ ໝາຍສາກົນ ແລະ ບັນດາແຜນງານພາຍໃຕ້ຂອບການຮ່ວມມືຂອງອາຊຽນ; ສົ່ງເສີມຂໍ້ລິເລີ່ມການຮ່ວມມືໃນການພັດທະນາຂີດຄວາມສາມາດທາງດ້ານເຕັກໂນໂລຊີ ໃນບັນດາຂະແໜງການປ້ອງກັນຊາດ ເພື່ອເສີມສ້າງການຮ່ວມມືໃນການຂັບເຄື່ອນ ແລະ ຮັດແຄບຄວາມແຕກໂຕນທາງດ້ານການພັດທະນາວຽກງານປັນຍາປະດິດ ໃນບັນດາປະເທດສະມາຊິກອາຊຽນ; ພັດທະນາການຮ່ວມມືດ້ານວຽກງານປັນຍາປະດິດ ໃນຂະແໜງການປ້ອງກັນຊາດ ເພື່ອເພີ່ມທະວີ ແລະ ສ້າງຄວາມຮູ້ສາມາດທາງດ້ານປັນຍາປະດິດ ໂດຍຜ່ານກົນໄກການຮ່ວມມືທີ່ກ່ຽວຂ້ອງຂອງອາຊຽນ; ແລະ ຊຸກຍູ້ສົ່ງ ເສີມວຽກງານປັນຍາປະດິດ ເຂົ້າໃນກິດຈະກໍາທີ່ເໝາະສົມຂອງໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ເພື່ອນໍາເອົາຜົນປະ ໂຫຍດສູງສຸດມາສູ່ອາຊຽນ ແລະ ທັງເປັນການເສີມສ້າງຂີດຄວາມສາມາດໃນການແກ້ໄຂບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງຂອງພາກພື້ນ.

ກອງປະຊຸມ ຍັງໄດ້ປຶກສາຫາລືວຽກງານອື່ນໆທີ່ກ່ຽວຂ້ອງ, ໂດຍສະເພາະການພິຈາລະນາ ແລະ ການເຫັນດີເປັນເອກະພາບຂອງອາຊຽນ ໃນການຮັບຮອງເອົາປະ ເທດ ເຢຍລະມັນ ແລະ ຕວັກກີ ເຂົ້າຮ່ວມສັງເກດການໃນບັນດາໜ່ວຍງານຜູ້ຊ່ຽວຊານໃນຂອບກອງປະຊຸມ ADMM-ບວກ ໃນຮອບວຽນປີ 2024-2027.

ພາບ-ຂ່າວ: ທອງມາ ໄຊຍະເພັງສາ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version