0

ເນື່ອງຈາກພະຍາດອະຫິວາໝູໄດ້ເກີດຂື້ນຢູ່ຫລາຍແຂວງຫລາຍທ້ອງຖິ່ນໃນທົ່ວປະເທດ ເຊິ່ງເປັນສິ່ງທ້າທາຍຕໍ່ກັບການ ເກີດພະຍາດລະບາດເຂົ້າສູ່ວົງກ້ວາງ ມາຮອດວັນທີ 14 ກຸມພາ 2025 ທາງຫ້ອງ ການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງສົມທົບກັບເຈົ້າຂອງສັດ ບ້ານວັງໄຮ ເມືອງທ່າໂທມ ໄດ້ເກັບຕົວຢ່າງເລືອດໝູ 5 ຕົວຢ່າງ ສົ່ງໃຫ້ສູນວິໃຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໃນວັນທີ 14 ກຸມພາ 2025.

ວັນທີ 19 ກຸມພາ 2025 ສູນວິໃຈ ພະຍາດສັດ ກົມລ້ຽງສັດ ແລະ ການປະມົງ ໄດ້ຢັ້ງຢືນຜົນການວິໃຈວ່າ: ພົບເຊື້ອພະຍາດອະຫິວາໝູອາຟຣິກາ, ພະຍາດ ອະຫິວາໝູອາຟຣິກາ ແມ່ນເຊື້ອພະຍາດຕິດຕໍ່ຮ້າຍແຮງພະຍາດໜຶ່ງຂອງໝູສາມາດຕິດຕໍ່ໃສ່ໝູທຸກຊະນິດ, ທຸກສາຍພັນ, ທຸກອາຍຸ ແລະ ທຸກເພດທຸກໄວ ລວມທັງໝູປ່າ, ມີຄວາມທົນທານສູງຕໍ່ສະພາບແວດລ້ອມ, ບໍ່ມີຢາປ້ອງກັນ, ບໍ່ມີຢາປິ່ນປົວໂດຍກົງ ອັດຕາການຕາຍຂອງໝູທີ່ຕິດເຊື້ອພະຍາດນີ້ ສູງເຖິງ 100% ແຕ່ບໍ່ຕິດໃສ່ຄົນ ແລະ ເຖິງຢ່າງໃດ ກໍ່ຕາມພະຍາດນີ້ກໍ່ຍັງສືບຕໍ່ຂົ່ມຂູ່ສຸຂະພາບຂອງສັດ ແຜ່ຂະຫຍາຍໃນວົງກ້ວາງ, ສົ່ງຜົນລົບຕໍ່ການຜະລິດໝູ ແລະ ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ.

ເພື່ອບໍ່ໃຫ້ພະຍາດແຜ່ລາມອອກສູ່ວົງກ້ວາງ ແລະ ສົ່ງຜົນກະທົບດ້ານລົບ ຕໍ່ການຜະລິດໝູ ແລະ ການດໍາລົງ ຊີວິດ ແລະ ຊັບສິນຂອງປະຊາຊົນບັນດາເຜົ່າ ມີຄວາມຈໍາເປັນທີ່ສຸດຕ້ອງພ້ອມກັນຕ້ານ, ສະກັດກັ້ນ ແລະ ຕອບໂຕ້ ພະຍາດໃຫ້ສະຫງົບລົງໂດຍໄວນັ້ນ ເຈົ້າເມືອງອອກຄໍາສັ່ງ ດັ່ງນີ້:

1. ປະກາດເຂດສີແດງ 1 ບ້ານ ບ້ານວັງໄຮ ເມືອງທ່າໂທມ ເປັນເຂດລະບາດຂອງພະຍາດອະຫິວາໝູອາຟຣິກາ.

2. ປະກາດເຂດສີເຫລືອງຄື: ບ້ານປາກຍອງເມືອງທ່າໂທມ ແລະ ບ້ານທ່າສີ ເມືອງບໍລິຄັນ ແຂວງບໍລິຄໍາໄຊ.

3. ປະກາດເຂດເຝົ້າລະວັງຢູ່ 24 ບ້ານ ພາຍໃນເມືອງ (ນອກຈາກເຂດທີ່ມີການລະບາດ) ແລະ ເຂດໃດ ທີ່ມີການພົບເຫັນສັດ (ໝູ) ທີ່ມີອາການໄຂ້ສູງ 42 °c ໃບຫູ ແລະ ຜິວໜັງເປັນປ່າມສີແດງຊໍ້າ, ມີ ຈຸດເນື້ອຕາຍຕາມຜິວໜັງພື້ນທ້ອງນ້ອຍແລະ ປະກົດມີໝູຕາຍຢ່າງກະທັນຫັນ ຫຼື ຊຳເຮື້ອ ຕ້ອງລາຍງານໃຫ້ພາກສ່ວນກ່ຽວຂ້ອງ ຫລື ສັດຕະວະແພດບ້ານ ເພື່ອລາຍງານໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ, ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ແຂວງ ລົງກວດກາ ແລະ ເກັບຕົວຢ່າງໄປວິໄຈຢ່າງ ເລັ່ງດ່ວນ ແລະ ແກ້ໄຂໃຫ້ທັນການ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here

Exit mobile version